(vovworld)- ໂດຍຜ່ານໄລຍະທາງກວ່າ 1000 ກິໂລແມັດ, ຈາກແຂວງ ອັດຕະປືທາງພາກໃຕ້ຂອງລາວໄປເຖິງນະຄອນຫລວງຮ່າໂນ້ຍຄັ້ງນີ້, ສິ່ງສຳຄັນທີ່ສຸດສຳລັບຜົວເມຍ ລຸງເພັດສະຫວັນ ສີຊານົນ ນັ້ນແມ່ນຢາກໄດ້ເຂົ້າຢ້ຽມສຸສານປະທານໂຮ່ຈິມີນ. ນັ້ນແມ່ນຄວາມມຸ່ງຫວັງຂອງລຸງມາແຕ່ດົນນານແລ້ວ, ເມື່ອລຸງເພັດສະຫວັນໄດ້ແບ່ງປັນກັບນັກຂ່າວວິທະຍຸກະຈາຍສຽງຫວຽດນາມ.
![]() ຜົວເມຍ ລຸງເພັດສະຫວັນ ສີຊານົນ
|
ສະຖານທີ່ຢ້ຽມຢາມທຳອິດໃນລາຍການທ່ອງທ່ຽວ ນະຄອນຫລວງ ຮ່າໂນ້ຍ ຄັ້ງນີ້ ຂອງຄອບຄົວ ລຸງເພັດສະຫວັນ ນັ້ນແມ່ນ ສຸສານປະທານໂຮ່ຈິມີນ. ຂີ່ລົດໂອໂຕຈາກໂຮມແຮມທີ່ຄອບຄົວລຸງເພັດສະຫວັນພັກຢູ່ຖະຫນົນຮ່າງແບ່ໄປເຖິງ ສຸສານປະທານໂຮ່ຈິມີນ ແມ່ນເສຍເວລາພຽງ 15 ນາທີ. ເຖິງວ່າ ເວລານັ້ນ ຝົນຕົກແຮງ ແລະ ອາກາດຍັງຫນາວກໍຕາມ ແຕ່ຜົວເມຍລຸງ ບໍ່ຫວາດຫວັ່ນ, ຕັດສິນໃຈເຂົ້າຢ້ຽມສຸສານປະທານໂຮ່ຈິມີນ.
ກ່ອນທີ່ມາຢ້ຽມຢາມຮ່າໂນ້ຍ, ຜົວເມຍລຸງ ຢ້ານວ່າບໍ່ມີເວລາພຽງພໍເພື່ອເຂົ້າຢ້ຽມສຸສານປະທານໂຮ່ຈິມີນ, ເພາະວ່າ ຄອບຄົວລຸງຢ້ຽມຢາມ ນະຄອນຫລວງຮ່າໂນ້ຍ ພຽງ 3 ມື້ເທົ່ານັ້ນ. ລຸງກໍຮູ້ຈັກວ່າ ຢາກເຂົ້າຢ້ຽມສຸສານປະທານໂຮ່ຈິມີນ ອາດຈະຕອ້ງເສຍເວລາໝົດຕອນເຊົ້າ ເພາະວ່າ ແຂກຄົນພາກັນເຂົ້າຢ້ຽມສຸສານປະທານໂຮ່ຈິມີນ ເປັນຈຳນວນຫລວງຫລາຍ, ແຕ່ເມື່ອຄິດວ່າ ໃກ້ຈະເຫັນປະຈັກຕາປະທານໂຮ່ຈິມີນ, ລຸງດີໃຈຫລາຍ ແລະ ຄິດວ່າຈະເສຍເວລາເທົ່າໃດກໍ່ໄດ້.
|
ເຂົ້າຢ້ຽມສຸສານປະທານໂຮ່ຈິມີນ, ບໍ່ພຽງແຕ່ຊາວຫວຽດນາມ ເທົ່ານັ້ນ ຫາກຊາວຕ່າງປະເທດຫລາຍຄົນ ແລະ ຄອບຄົວລຸງເພັດສະຫວັນກໍເຊັ່ນກັນ ລ້ວນແຕ່ ຮູ້ສຶກຕື້ນຕັນໃຈ ເມື່ອໄດ້ເຫັນປະຈັກຕາປະທານໂຮ່ຈິມີນຜູ້ນຳທີ່ປີຊາສາມາດຂອງຫວຽດນາມ. ເຖິງວ່າໄດ້ເຫັນປະທານໂຮ່ຈິມີນພຽງບໍ່ໃກ້ກໍຕາມ, ແຕ່ຜົວເມຍລຸງ ເພັດສະຫວັນ ບໍ່ຢາກອຳລາລຸງໂຮ່ ຢາກຢືນເບິ່ງພົນດົນໆ. ສີຫນ້າຂອງທັງສອງຜົວເມຍລຸງແມ່ນສະແດງຄວາມເຄົາລົບນັບຖືລຸງໂຮ່, ຄວາມຕື້ນຕັນໃຈທີ່ສຸດ. ເມື່ອອອກຈາກສຸສານ, ລຸງເພັດສະຫວັນ ແບ່ງປັນກັບນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ດ້ວຍຄວາມຕື້ນຕັນໃຈວ່າ:
ສຽງລຸງເພັດສະຫວັນ
ເພື່ອວາງແຜນການໄປຢ້ຽມຢາມນະຄອນຫລວງ ຮ່າໂນ້ຍ, ລຸງເພັດສະຫວັນຕ້ອງກະກຽມໃນເວລາ 5 ປີ. ເມື່ອຍ່າງອອກມາເດີນຫນ້າສຸສານ ຜົວເມຍ ຄືວ່າບໍ່ຢາກກັບເມືອ, ບໍ່ຢາກອຳລາດແຫ່ງນີ້. ລຸງໃຫ້ຮູ້້ວ່າ: ມາຮອດຈຸດເວລານີ້ ຄວາມມຸ່ງຫວັງຂອງຄອບຄົວລຸງແມ່ນສຳເລັດແລ້ວ. ກ່ອນນີ້ ລຸງເພັດສະຫວັນ ເປັນຫົວໜ້າຮັບຜິດຊອບອະນຸສອນສະຖານ ໄກສອນ ພົມວິຫານຢູ່ ແຂວງອັດຕະປື ສະນັ້ນ ລຸງເຂົ້າໃຈສ່ວນໃດຫນ່ຶງ ກ່ຽວກັບການພົວພັນລະຫວ່າງປະທານໂຮ່ຈິມີນ ແລະ ປະທານໄກສອນ ພົມວິຫານ.
ສຽງລຸງເພັດສະຫວັນ
ເຖິງວ່າ ເວລາໄດ້ເຫັນປະທານໂຮ່ຈິມິນບໍ່ດົນກໍຕາມ ແຕ່ນັ້ນແມ່ນສິ່ງເປັນກຽດ, ຕອບສະຫນອງຄວາມມຸ່ງຫວັງຂອງຕົນ. ຜ່ານການຢ້ຽມຢາມຄັ້ງນີ້ ຄວາມໄວ້ເນື້ອເຊື່ອໃຈ ກໍຄືອາລົມຈິດຂອງລຸງເພັດສະຫວັນທີ່ມີຕໍ່ປະຊາຊົນຫວຽດນາມ ຍິ່ງເພີ່ມຂຶ້ນ.
ສຽງລຸງເພັດສະຫວັນ
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

.jpg)