
(ພາບອິນເຕີແນດ)
“ຂ້າພະເຈົ້າເຫັນວ່າລາຍການທ່ອງທ່ຽວນີ້ມີຄວາມໝາຍທີ່ສຸດສຳລັບຜູ້ນິຍົມຄົ້ນຫາ ຮ່າໂນ້ຍ. ພາຍຫຼັງໄປຢ້ຽມຢາມຄຸ້ມຖະໜົນເກົ່າ, ຂ້າພະເຈົ້າສາມາດເຂົ້າໃຈກວ່າ ກ່ຽວກັບວິວັດຄວາມເປັນມາ ແລະ ການພັດທະນາຂອງຖະໜົນເຫຼົ່ານັ້ນ“.

(ພາບອິນເຕີແນດ)
ລາຍການທ່ອງທ່ຽວຄົ້ນຫາຖະໜົນອາຊີບ ຮ່າໂນ້ຍ ຖືກດຳເນີນໃນເວລາ 90 ນາທີ, ເລີ່ມເດີນທາງແຕ່ເວລາ 9 ໂມງ 30 ນາທີ, 10 ໂມງ 15 ນາທີ, 15 ໂມງ, 16 ໂມງ ແຕ່ວັນພຸດເຖິງວັນອາທິດ, ຈາກສູນການຂ່າວ ແລະ ໜູນຊ່ວຍນັກທ່ອງທ່ຽວຢູ່ເຮືອນເລກທີ 28 ຖະໜົນ ຮ່າງເຢົ່າ ແລ້ວໄປຜ່ານບັນດາຖະໜົນ ຮ່າງດ່າວ, ຮ່າງບາກ, ຮ່າງໂບ່, ລ້ານອົງ, ຮ່າງທຽກ, ຮ່າງກວາດ, ສະໜາມຫຼວງ ດົງກິງເງ້ຍທຸກ ແລະ ສຸດທ້າຍແມ່ນວິຫານ ບ່າກ້ຽວ. ເຂົ້າຮ່ວມລາຍການທ່ອງທ່ຽວຄຸ້ມຖະໜົນເກົ່າໂດຍບໍ່ຕ້ອງເສຍຄ່ານັ້ນ, ນັກທ່ອງທ່ຽວຫຼາຍຄົນມີຄວາມປະທັບໃຈທີ່ສຸດຕໍ່ຄວາມສຸດຈິດສຸດໃຈຂອງບັນດາເພື່ອນໜຸ່ມຜູ້ນຳທ່ຽວ. ພວກເພື່ອນແມ່ນນັກສຶກສາປີສຸດທ້າຍຂອງພະແນກທ່ອງທ່ຽວ, ສະຖາບັນມະຫາວິທະຍາໄລເປີດ, ປະຈຸບັນພວມຝຶກຫັດເພື່ອໄດ້ຮັບເລືອກເຟັ້ນເຂົ້າຮ່ວມໂຄງການ. ນີ້ແມ່ນໂອກາດຝຶກຫັດອາຊີບລ້ຳຄ່າທີ່ສຸດຂອງພວກເພື່ອນນັກສຶກສາ. ເພື່ອນ ຫງວຽນຕ໋ຽນດາດ, ນັກສຶກສາປີສຸດທ້າຍ, ພະແນກທ່ອງທ່ຽວ, ມະຫາວິທະຍາໄລເປີດ ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ເມື່ອເຂົ້າຮ່ວມລາຍການນີ້ແມ່ນຕ້ອງມີຄວາມຮູ້ຫຼາຍ ແລະ ບໍລິສັດຫຸ້ນສ່ວນທ່ອງທ່ຽວ ຫວຽດນາມ - ຮ່າໂນ້ຍ ໄດ້ບຳລຸງສ້າງໃຫ້ພວກເຮົາຄວາມຮູ້ກ່ຽວກັບ ຖະໜົນເກົ່າ, ສະຖາປັດຕະຍະກຳ ແລະ ບັນດາທັກສະໃນການຄຸ້ມຄອງຄະນະ ກໍ່ຄືເຮັດແນວໃດເພື່ອຮັບໃຊ້ນັກທ່ອງທ່ຽວໃຫ້ດີທີ່ສຸດ“.

(ພາບອິນເຕີແນດ)
ພາຍຫຼັງລາຍການທ່ອງທ່ຽວແນະນຳຖະໜົນອາຊີບ ຮ່າໂນ້ຍ, ບໍລິສັດຫຸ້ນສ່ວນທ່ອງທ່ຽວ ຫວຽດນາມ - ຮ່າໂນ້ຍ ໄດ້ຜັນຂະຫຍາຍລາຍການທ່ອງທ່ຽວຕື່ມອີກສາມລາຍການ. ຈຸດລວມຂອງບັນດາລາຍການນີ້ແມ່ນນັກທ່ອງທ່ຽວຈະໄດ້ຄົ້ນຫາ ຮ່າໂນ້ຍ ດ້ວຍຮູບການຍ່າງໄປ ແລະ ບໍ່ຕ້ອງເສຍຄ່າ. ທ່ານ ເລຫວູຈາງ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນທ່ອງທ່ຽວ ຫວຽດນາມ - ຮ່າໂນ້ຍ, ໃຫ້ຮູ້ວ່າ:
“ຈຸດປະສົງຂອງພວກຂ້າພະເຈົ້າແມ່ນມີການເລືອກເຟັ້ນຕື່ມອີກໃຫ້ນັກທ່ອງທ່ຽວເມື່ອມາຢ້ຽມຢາມນະຄອນຫຼວງ. ນີ້ແມ່ນລາຍການປອດກຳໄລ ແລະ ຊ່ວຍໃຫ້ບັນດານັກສຶກສາປີສຸດທ້າຍພະແນກທ່ອງທ່ຽວໃຫ້ມີເງື່ອນໄຂເພືອຍົກສູງລະດັບຄວາມຮູ້ຂອງຕົນກ່ອນທີ່ຈະເສັງຈົບມະຫາວິທະຍາໄລ. ພວກເພື່ອນມີຄວາມຮູ້ຕົວຈິງພ້ອມກັບຄວາມຮູ້ດ້ານທິດສະດີໃນໂຮງຮຽນ. ສິ່ງດັ່ງກ່າວຈະເຮັດໃຫ້ຄຸນນະພາບການບຳລຸງສ້າງຂອງຖັນແຖວຜູ້ນຳທ່ຽວນະຄອນຫຼວງເວົ້າສະເພາະ ກໍ່ຄືຂະແໜງທ່ອງທ່ຽວ ຫວຽດນາມ ເວົ້າລວມໄດ້ດີກວ່າອີກ“.
ດ້ວຍບັນດາລາຍການທ່ອງທ່ຽວທີ່ດູດດື່ມໂດຍບໍ່ຕ້ອງເສຍຄ່ານີ້, ຮ່າໂນ້ຍ ນັບມື້ນັບມີຄວາມໃກ້ຊິດກັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດກວ່າ, ສ້າງຄວາມປະທັບໃຈກ່ຽວກັບຮູບພາບ ຮ່າໂນ້ຍ ແຫ່ງວັດທະນະທຳ, ອະລິຍະທຳ, ມີຄວາມໃກ້ຊິດສະໜິດສະໜົມ ແລະ ຮັກແພງແຂກຄົນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
