(vovworld)-ກັບຄືນເມືອປະເທດພາຍຫລັງເຂົ້າຮ່ວມສົງຄາມຢູ່ຫວຽດນາມ, ທະຫານຜ່ານເສິກອາເມລິກາຫລາຍຄົນຕ້ອງນຳໃຊ້ບັນດາມາດຕະການປິ່ນປົວເພື່ອໃຫ້ຈິດໃຈສະຫວາດສະເຫວີຍ. ແຕ່ຮູບພາບຈາກສົງຄາມຢູ່ຫວຽດນາມ ຍາມໃດກໍກະທົບເຖິງຈິດໃຈ,ຫລອກຫລອນໃນການດຳລົງຊີວິດຂອງເຂົາເຈົ້າ. ຜ່ານອົງການຂໍ້ລິເລີ່ມໝາກຫົວໃຈພົນທະຫານ(SHI), ບັນດາທະຫານຜ່ານເສິກອາເມລິກາ ມີກາລະໂອກາດກັບຄືນມາຢາມຫວຽດນາມ ແລະ ຄວາມເຈັບປວດນັ້ນຄ່ອຍໆຖືກຫາຍໄປ.
ອົງການຂໍ້ລິເລີ່ມໝາກຫົວໃຈພົນທະຫານ(SHI)ຢ້ຽມຢາມຫວຽດນາມ
ພາບ:vtv4.vn |
ເປັນຄັ້ງທຳອິດກັບຄືນມາຢາມຫວຽດນາມພາຍຫລັງ 45 ປີ, ທະຫານຜ່ານເສິກອາເມລິກາ Howerd Harrison ແມ່ນທະຫານເສນາຮັກໃນກອງພົນໂດດຈ້ອງຂອງກອງທັບອາເມລິກາ ຢາກກັບຄືນຢ້ຽມຢາມສະຖານທີ່ຊື່ງກ່ອນນີ້ທ່ານໄດ້ຕັ້ງທັບ ແລະ ກໍແມ່ນແຫ່ງທີ່ເພື່ອນຂອງທ່ານຖືກເສຍຊີວິດໃນບັ້ນຮົບຢູ່ແຂວງ ບີງດີ້ງ. ກັບຄືນຢ້ຽມຢາມຫວຽດນາມ ຄັ້ງນີ້ ທ່ານໄດ້ພາເມຍຂອງຕົນມານຳ. ເມື່ອລົງຮອດສະຫນາມບິນຢູ່ ບີ່ງດີ້ງ ທ່ານ Howerd Harrison ບັງເອີນໄດ້ພົບກັບນັກຮົບດັກກົງ(ໝາຍເຖິງ
ທະຫານສັງກັດກຳລັງພິເສດ)ຂອງກຳລັງປົດປ່ອຍພາກໃຕ້ຫວຽດນາມ, ຊື່ງກ່ອນນີ້ໄດ້ບຸກໂຈມຕີເຂົ້າສະຫນາມບິນທີ່ທ່ານຕັ້ງທັບ ແລະ ນັກຮົບຜູ້ນີ້ກໍຖືກບາດເຈັບ. ທ່ານ Howerd Harrison ເວົ້າດ້ວຍຄວາມຕື້ນຕັນໃຈວ່າ:
“ສິ່ງທີ່ເຮັດໃຫ້ຂ້າພະເຈົ້າມີຄວາມຕື້ນຕັນໃຈຫລາຍນັ້ນແມ່ນ ພາຍຫລັງໄດ້ຮັບຟັງເລື່ອງລາວທີ່ນັກຮົບດັກກົງເລົ່າສູ່ຟັງ, ທັງສອງຄົນໄດ້ຈັບມື ແລະ ກອດກັນສະແດງຄວາມຮັກແພງສະຫນິດສະຫນົມ.”
ສຳລັບທະຫານຜ່ານເສິກ ອາເມລິກາ William, 45 ປີຜ່ານມາແມ່ນໄລຍະແຫ່ງການຫລອກຫລອນຈາກສົງຄາມ ຊື່ງບໍ່ສາມາດຫລົງລືມໄດ້. ທ່ານໃຫ້ຮູ້ວ່າ:
“ເຂົ້າຮ່ວມການຢ້ຽມຢາມຫວຽດນາມຄັ້ງນີ້, ຂ້າພະເຈົ້າ ແລະ ບັນດາເພື່ອນມິດໃນອົງການ SHI ຢາກເຮັດສິ່ງໃດຫນຶ່ງໃຫ້ແກ່ຫວຽດນາມ ຕົວຢ່າງຄື: ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ແກ່ປະຊາຊົນ, ມອບງົວຄວາຍ, ຊ່ວຍເຫລືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າກັບຄືນມາຢ້ຽມຢາມຫວຽດນາມ”
ທະຫານຜ່ານເສີກ Howerd ຫລື Willam ແມ່ນບັນດາຜູ້ໃນຈຳນວນທະຫານຜ່ານເສີກອາເມລິກາຄົນອື່ນໆ ບໍ່ຮັບຜົນກະທົບດ້ານຈິດຕະສາດຍ້ອນຄວາມຫລອກຫລອນຈາກສົງຄາມອີກແລ້ວ ເມືອ່ໄດ້ກັບຄືນມາຢ້ຽມຢາມຫວຽດນາມໂດຍຜ່ານອົງການ SHI. ທ່ານ Edward Bryan Tick ປະທານອົງການ SHI ບໍ່ແມ່ນທະຫານຜ່ານເສີກ ແຕ່ທ່ານເປັນຜູ້ຄັດຄ້ານສົງຄາມ. ປີ 1970 ເມື່ອພົບປະກັບທະຫານຜ່ານເສິກອາເມລິກາກັບຄືນເມືອຈາກຫວຽດນາມ, ທ່ານເຫັນວ່າ ເຂົາເຈົ້າລ້ວນແຕ່ຖືກຫລອກຫລອນຈາກສົງຄາມ. ທ່ານ Edward Bryan Tick ເວົ້າວ່າ:
“ຄາວນັ້ນ ມີຊາວອາເມລິກາບໍ່ເທົ່າໃດຄົນສົນໃຈເຖິງທະຫານຜ່ານເສິກ ແລະ ເຂົາເຈົ້າຄິດວ່າ ພະຍາດທີ່ທະຫານຜ່ານເສິກຖືກຕິດນັ້ນຈະຮັບການປິ່ນປົວດ້ວຍຢຸກຢາຫລືຄຳປຶກສາຈິດຕະສາດ. ຄວາມຈິງໃນຈິດໃຈຂອງເຂົາເຈົ້າມາດຕະການດັ່ງກ່າວບໍ່ສາມາດປິ່ນປົວໄດ້. ຂ້າພະເຈົ້າຄິດວ່າ ມາດຕະການດີສຸດແມ່ນສົ່ງເຂົາເຈົ້າມາຢ້ຽມຢາມຫວຽດນາມເພື່ອໃຫ້ເຂົາເຈົ້າພົບປະກັບປະຊາຊົນຫວຽດນາມ, ເຫັນໄດ້ສະພາບປະເທດຫວຽດນາມປ່ຽນແປງຄືແນວໃດ, ພັດທະນາຄືແນວໃດແລະໃຫ້ເຂົາເຈົ້າເຫັນວ່າ ປະຊາຊົນຫວຽດນາມອະໄພໃຫ້ເຂົາເຈົ້າຄືແນວໃດ.”
ໃນ 10 ປີມານີ້, SHI ເຄີຍຈັດຕັ້ງການເດີນທາງມາຢ້ຽມຢາມຫວຽດນາມໃຫ້ແກ່ ບັນດາຄະນະທະຫານຜ່ານເສິກອາເມລິກາ ແລະ ຍາດຕິພີ່ນ້ອງຂອງເຂົາເຈົ້າ, ໂດຍມີການສົມທົບກັບບັນດາຂໍ້ລິເລີ່ມຊຸກຍູ້ການເຄື່ອນໄຫວຕ່າງໆເພື່ອຮຳບາດແຜສົງຄາມ ແລະ ປອງດອງໄກ່ເກຍລະຫວ່າງສອງປະເທດເວົ້າລວມ ແລະ ທະຫານຜ່ານເສິກອາເມລິກາ ເວົ້າສະເພາະ. ບັນດາທະຫານຜ່ານເສີກອາເມລິກາ ໄດ້ບໍລິຈາກເງິນເພື່ອຫນູນຊ່ວຍຢຸກຢາ, ກວດ,ປິ່ນປົວພະຍາດ, ພົບປະແລກປ່ຽນວັດທະນະທຳ. ການເຄ່ືອນໄຫວທັງໝົດເຫລົ່ານັ້ນ ໄດ້ຊ່ວຍໃຫ້ອາການສຸຂະພາບຂອງທະຫານຜ່ານເສິກອາເມລິກາ ຄ່ອຍໆກັບຄືນສູ່ຄວາມເປັນປົກກະຕິ. ທ່ານ Edward Bryan Tick ໃຫ້ຮູ້ວ່າ:
“ເມື່ອຂ້າພະເຈົ້າສົ່ງທະຫານຜ່ານເສິກອາເມລິກາ ມາຢ້ຽມຢາມຫວຽດນາມ, ໃນເວລາພຽງ 3 ອາທິດເທົ່ານັ້ນ ເຂົາເຈົ້າລ້ວນແຕ່ຮູ້ສຶກສະຫວາດສະເຫວີຍກວ່າ ແລະ ພະຍາດດັ່ງກ່າວໄດ້ຄ່ອຍໆຫາຍໄປ.. ໃນຂະນະນັ້ນ ໃນຕະຫລອດ 40 ປີດຳລົງຊີວິດຢູ່ ອາເມລິກາ ເຂົາເຈົ້າໄດ້ນຳໃຊ້ຢຸກຢາຫລາຍຊະນິດແຕ່ບໍ່ສາມາດຊ່ວຍເຂົາເຈົ້າໄດ້. ”
ທ່ານ Edward Bryan Tick ໃຫ້ຮູ້ວ່າ: ຍັງມີຊາວອາເມລິກາຫລາຍຄົນ ບໍ່ທັນເຂົ້າໃຈປານໃດກ່ຽວກັບຊາວຫວຽດນາມ, ປະຫວັດສາດ, ພື້ນຖານວັດທະນະທຳຂອງປະເທດຫວຽດນາມ. ສະນັ້ນ ສິ່ງທີ່ SHI ປະຕິບັດໃນໄລຍະຜ່ານມາລ້ວນແຕ່ປາດຖະຫນາວ່າຢາກຊ່ວຍ ຊາວອາເມລິກາ ຊອກຮູ້ກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ ຢ່າງເລິກເຊິ່ງກວ່າ ກໍຄືການປ່ຽນແປງ ແລະ ສິ່ງທ້າທາຍໃນໄລຍະຈະມາເຖິງ ເພື່ອຮຳບາດແຜສົງຄາມ ແລະ ແກ້ໄຂຜົນຮ້າຍຢ່ອນຫຼັງໂດຍສົງຄາມກໍ່ຂຶ້ນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
