![]() |
(vovworld)- ຍັງພຽງອີກ 2 ມື້ເທົ່ານັ້ນ, ວິທະຍຸກະຈາຍສຽງຫວຽດນາມ ຈະຈັດພິທີສະເຫລີມສະຫລອງ 70 ປີແຫ່ງວັນສ້າງຕັ້ງ (7/9/1945-7/9/2015). ໃນ 70 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ວິທະຍຸກະຈາຍສຽງຫວຽດນາມ (VOV) ຍາມໃດກໍໄດ້ຮັບການສະຫນັບສະຫນູນຈາກທ່ານຜູ້ຟັງເປັນຈຳນວນຫລວງຫລາຍ, ໃນນັ້ນມີຜູ້ຟັງຫລາຍຄົນໄດ້ພ້ອມກັນສ້າງຕັ້ງສະໂມສອນຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ.
ນັກຮົບເກົ່າ ຮ່າຟີຫາຍ, ຊື່ງແມ່ນສະມາຊິກສະໂມສອນນັກຮົບເກົ່າຟັງວິທະຍຸ ຢູ່ ນະຄອນ ຫວຽດຈີ່ ແຂວງ ຟູທໍ້ ໃຫ້ຮູ້ວ່າ: VOV ຄືດັ່ງເພື່ອນສະຫນິດສະຫນົມຂອງທ່ານນັບແຕ່ສະໄຫມສົງຄາມຈົນເຖິງໄລຍະສັນຕິພາບ. ແລະ ຈຸດເວລາຕື້ນຕັນໃຈທີ່ສຸດແມ່ນ ໄດ້ຮັບຟັງ VOV ແຈ້ງຂ່າວ ປະທານໂຮ່ຈິມີນ ເຖິງແກ່ມໍລະນະກຳ. VOV ຍາມໃດກໍຮ່ວມເດີນທາງ ແລະ ກາຍເປັນເພື່ອນສະຫນິດສະຫນົມຂອງບັນດານັກຮົບໃນສະໄຫມຕໍ່ຕ້ານ. ປະຈຸບັນ ເຖິງວ່າອາຍຸສູງແລ້ວ, ວິທະຍຸຍາມໃດກໍແມ່ນອາຫານທາງດ້ານຈິດໃຈທີ່ຂາດບໍ່ໄດ້ໃນຊີວິດປະຈຳວັນຂອງທ່ານ. ທ່ານ ຫາຍ ນິຍົມບັນດາລາຍການອອກອາກາດສົດຂອງ VOV ໂດຍສະເພາະແມ່ນລາຍການ ທີ່ມີການແລກປ່ຽນກັບຜູ້ຟັງ. ຕາມທ່ານ ຫາຍແລ້ວ, ນີ້ແມ່ນສິ່ງທີ່ໃຫມ່ອ່ຽມຂອງບັນດາລາຍການກະຈາຍສຽງ VOV ໃນປະຈຸບັນ.
“ຂ້າພະເຈົ້າເຫັນວ່າ VOV ເຜີຍແຜ່ບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດຢ່າງທັນການ. ພາຍຫລັງໄດ້ຮັບຟັງວິທະຍຸແລ້ວ, ພວກຂ້າພະເຈົ້າ ເຜີຍແຜ່ບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ໃຫ້ແກ່ປະຊາຊົນໃນບ້ານ ເພື່ອໃຫ້ເຂົາເຈົ້າຮັບຊາບ ກໍຄືເຜີຍແຜ່ໃຫ້ລູກຫລານຂອງຕົນ.”
![]() ລາຍການພົບປະແລກປ່ຽນກັບຜູ້ຟັງຂອງVOV
|
ຜູ້ຟັງສາມາດຮັບຟັງລາຍການຕ່າງໆຂອງ VOV ຢູ່ທຸກບ່ອນ, ທຸກເວລາ ຢ່າງງ່າຍດາຍ ແລະ ສະດວກ. ນັ້ນແມ່ນຄຳແບ່ງປັນຂອງແມ່ຕູ້ ຫງວຽນທິຮຽນ, ສະມາຊິກຂອງສະໂມສອນຜູ້ຟັງ ວິທະຍຸ ຢູ່ ບ້ານ ເຫລື້ອ ຕາແສງ ຫວຽດຮຸ່ງ ເມືອງ ເກວຫວໍ ແຂວງ ບັກນີງ. ສຳລັບປະຊາຊົນຢູ່ເຂດຊົນນະບົດແລ້ວ, ຍາມໃດກໍຄ້າງຄາກັບ ວຽກໄຮ່ການນາ, ສະນັ້ນ ເຂົາເຈົ້າພຽງແຕ່ຮັບຟັງບັນດາລາຍການຜ່ານຄື້ນວິທະຍຸໄດ້ເທົ່ານັ້ນ. ແມ່ຕູ້ ຫງວຽນທິຮຽນ ໃຫ້ຮູ້ວ່າ: ລາຍການໃດຂອງ VOV, ແມ່ກໍຮັບຟັງໝົດ, ພິເສດແມ່ນລາຍການເວົ້າເຖິງຂົງເຂດກະສິກຳ, ຊົນນະບົດ ແລະຊາວກະສິກອນ ຫລືບັນດາລາຍການກ່ຽວຂ້ອງເຖິງແມ່ຍິງ.
“ຂ້າພະເຈົ້າເຫັນວ່າ ທຸກລາຍການຂອງ VOV ລ້ວນແຕ່ມີຄວາມໝາຍຢ່າງແທດຈິງ, ເປັນຕົ້ນບັນດາລາຍການຄື: ເພື່ອນຂອງຊາວກະສິກອນ ຫລື ລາຍການ ຊ່ວຍເຫລືອກັນສ້າງຄວາມຮັ່ງມີ ຂອງ VOV. ຂ້າພະເຈົ້າຮັບຟັງ ແລະ ເຜີຍແຜ່ເຖິງສະມຳຊິກທຸກຄົນໃນສະໂມສອນ. ບັນດາລາຍການນັ້ນ ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າສ້າງຄວາມຮັ່ງມີຈາກທົ່ງນາ.”
ບັນດາສະມາຊິກໃນສະໂມສອນຜູ້ຟັງວິທະຍຸ ເມືອງ ອຽນຢູງ ແຂວງ ບັກຢາງ ຍາມໃດກໍມີ ວິທະຍຸ ເຄື່ອງຫນຶ່ງຕິດໂຕ. ປ້າ ເຈີນທິເລຕວານ, ສະມາຊິກຂອງສະໂມສອນດັ່ງກ່າວໃຫ້ຮູ້ວ່າ: ປ້າຮັບຟັງວິທະຍຸໃນທຸກເວລາ. ປ້າ ມັກບັນດາລາຍການດົນຕີພື້ນເມືອງ ທີ່ອອກອາກາດເປັນປະຈຳທາງຄື້ນວິທະຍຸກະຈາຍສຽງຫວຽດນາມ.
“ພວກຂ້າພະເຈົ້າປາດຖະຫນາວ່າ ວິທະຍຸກະຈາຍສຽງຫວຽດນາມ ມີຫລາຍລາຍການມ່ວນກວ່າອີກ, ເປັນຕົ້ນແມ່ນລາຍການເພງພື້ນເມືອງ. ພວກຂ້າພະເຈົ້າກໍຫວັງວ່າ VOV ຈະອັບເດັດຂ່າວຄາວຢ່າງວ່ອງໄວ, ທັນການ ເພື່ອໃຫ້ພວກຂ້າພະເຈົ້າຮູ້ຈັກສະພາບການໃນແຕ່ລະມື້.”
ຜູ້ຟັງນັບລ້ານໆຄົນໃນທຸກແຖບຖິ່ນຂອງທົ່ວປະເທດ ຈາກເຂດຊາຍແດນຕະຫລອດຮອດເຂດໝູ່ເກາະທີ່ຫ່າງໄກ ລ້ວນແຕ່ຕິດຕາມລາຍການກະຈາຍສຽງຂອງ VOV ທຸກວັນແລະຄືນ. ບໍ່ພຽງແຕ່ພາຍໃນປະເທດເທົ່ານັ້ນ ຫາກຍັງມີຫລາຍສະໂມສອນຜູ້ຟັງວິທະຍຸກໍໄດ້ຮັບການສ້າງຕັ້ງຢູ່ຕ່າງປະເທດ ແລະ ເຂົາເຈົ້າໄດ້ສົ່ງຈົດໝາຍມາຍັງ VOV ເປັນປະຈຳ ເພື່ອສະຫນັບສະຫນູນກໍຄືປະກອບຄຳເຫັນເຮັດໃຫ້ VOV ນັບມື້ນັບພັດທະນາກວ່າອີກ. ພຽງແຕ່ມີຄວາມເຊື່ອໝັ້ນ, ຮັກແພງ VOV, ຜູ້ຟັງພາຍໃນ ແລະ ຕ່າງປະເທດ ຈຶ່ງມີອາລົມຈິດ ຄວາມສະຫນິດຕິດພັນກັບ VOV ຢ່າງເລິກເຊິ່ງ ແລະ ຍາວນານຄືແນວນັ້ນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


