(vovworld) - ໂດຍຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອຂອງ ຫວຽດນາມ, ເຊິ່ງປະກອບມີ 6 ແຂວງຄື: ກາວບັ່ງ, ບັກກ້ານ, ລ້າງເຊີນ, ທ໋າຍງວຽນ, ຕວຽນກວາງ ແລະ ຮ່າຢາງ, ຫວຽດບັກ ແມ່ນແຜ່ນດິນທີ່ໃຫຍ່ໂຕມະໂຫຖານ, ເຊິ່ງທຳມະຊາດໄດ້ດົນບັນດານໃຫ້ມີທັດສະນີຍະພາບທີ່ສວຍງາມຫຼາຍຢ່າງ. ພາຍຫຼັງ 8 ປີ ແຫ່ງການຜັນຂະຫຍາຍ, ລາຍການຮ່ວມມືພັດທະນາການທ່ອງທ່ຽວ “ຜ່ານບັນດາມໍລະດົກເຂດ ຫວຽດບັກ“. ໄດ້ນຳມາເຊິ່ງຜົນງານຫຼາຍຢ່າງ, ສ້າງກຳລັງໜູນຢ່າງແຮງເພື່ອພັດທະນາການທ່ອງທ່ຽວຂອງເຂດ.

ສະຖານທີ່ທ່ອງທ່ຽວ ດອກບັກວິດ
ໃນໄລຍະ 2009-2015, ຍອດຈຳນວນແຂກທ່ອງທ່ຽວມາຢ້ຽມຢາມ 6 ແຂວງຢູ່ ຫວຽດບັກ ແມ່ນເກືອບ 33 ລ້ານເທື່ອຄົນ, ລະດັບເຕີບໂຕບັນລຸກວ່າ 16%/ປີ. ໄລ່ຮອດໝົດເດືອນ 7/2016, ຍອດຈຳນວນເງິນລົງທຶນເຂົ້າຂົງເຂດທ່ອງທ່ຽວຂອງ 6 ແຂວງນີ້ຄາດວ່າບັນລຸກວ່າ 35.000 ຕື້ດົ່ງ. ທ່ານ ໂງຮ່ວາຍຈູງ, ຮອງຫົວໜ້າກົມໃຫຍ່ທ່ອງທ່ຽວ ຫວຽດນາມ, ໃຫ້ຮູ້ວ່າ:
“ພູມສາດພັດທະນາການທ່ອງທ່ຽວ ແລະ ຄວາມຕ້ອງການພັດທະນາການທ່ອງທ່ຽວຢູ່ 6 ແຂວງ ຫວຽດບັກແມ່ນໃຫຍ່ຫຼວງທີ່ສຸດ. ກ່ອນອື່ນໝົດພວກເຮົາຕ້ອງກຳນົດບົດບາດຄຸ້ມຄອງລັດ, ບົດບາດອຳນາດການປົກຄອງໃນການພັດທະນາການທ່ອງທ່ຽວ. ບັນດາທ້ອງຖີ່ນຢາກໃຫ້ວິສາຫະກິດພັດທະນາ, ຢາກມີຜະລິດຕະພັນການທ່ອງທ່ຽວ ແມ່ນຕ້ອງມີກົນໄກຢ່າງເໝາະສົມ, ດຶງດູດບັນດາໂຄງການ, ແຫຼ່ງທຶນເຂົ້າທ້ອງຖີ່ນຂອງຕົນ. ທ້ອງຖີ່ນໃດມີນະໂຍບາຍດູດດື່ມ,ຈະມີບັນດານັກລົງທຶນຍຸດທະສາດ, ຂະແໜງການທ່ອງທ່ຽວຂອງທ້ອງຖີ່ນນັ້ນຈະພັດທະນາ “.
ລາຍການຮ່ວມມືພັດທະນາການທ່ອງທ່ຽວ “ຜ່ານບັນດາມໍລະດົກເຂດ ຫວຽດບັກ“ ໄດ້ສ້າງການກະທົບຢ່າງຕັ້ງໜ້າເຖິງຂະແໜງທ່ອງທ່ຽວ 6 ແຂວງ ຫວຽດບັກ. ຍ້ອນມີການຮ່ວມສຳພັນໂຄສະນາ, ຜະລິດຕະພັນການທ່ອງທ່ຽວຂອງທ້ອງຖີ່ນຕ່າງໆຈຶ່ງມາສູ່ນັກທ່ອງທ່ຽວນັບມື້ນັບຫຼາຍ. ຕົວຢ່າງຄື: ຮ່າຢາງ, ຈາກແຂວງໜຶ່ງຢູ່ຫ່າງໄກສອກຫຼີກມີໜ້ອຍຄົນຮູ້ຈັກເຖິງ, ແຕ່ປະຈຸບັນໄດ້ກາຍເປັນສະຖານທີ່ ທີ່ສ້າງຄວາມດຶງດູດນັກທ່ອງທ່ຽວ, ດ້ວຍບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະເຊັ່ນ: ສະຖານທີ່ທ່ອງທ່ຽວປະຫວັດສາດເສົາທຸງ ຫຼຸງກູ໋, ພູພຽງຫີນ ດົ່ງວັນ, ງານບຸນດອກບັກວິດ, ຕະຫຼາດນັດ ດົ່ງວັນ. ໝູ່ບ້ານວັດທະນະທຳ ນ່າຈ່າວ…ທ່ານ ເລິມຕ໋ຽນແມ້ງ, ຮອງຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ຮ່າຢາງ, ໃຫ້ຮູ້ວ່າ:
“ມໍລະດົກວັດທະນະທຳ ຫວຽດບັກແມ່ນຫຼາຍຮູບຫຼາຍແບບທີ່ສຸດ. ຍ້ອນເຫດນັ້ນ, ບັນດາແຂວງໄດ້ອີງໃສ່ທ່າແຮງນີ້ເພື່ອຂຸດຄົ້ນຢ່າງມີປະສິດທິຜົນ. ພິເສດແມ່ນຂຸດຄົ້ນມໍລະດົກວັດທະນະທຳຂອງບັນດາຊົນເຜົ່າສ່ວນໜ້ອຍ. ສຳລັບ ຮ່າຢາງ, ພວກຂ້າພະເຈົ້າເອົາໃຈໃສ່ເປັນພິເສດເຖິງການຮ່ວມສຳພັນບັນດາແຂວງໃນເຂດ. ກ່ອນອື່ນໝົດແມ່ນສ້າງບັນດາລາຍການທ່ອງທ່ຽວຕາມເຂດພາກລະຫວ່າງແຂວງຕ່າງໆ. ທີສອງແມ່ນ, ພວກເຮົາໄດ້ຮຽກຮ້ອງບັນດາກຸ່ມບໍລິສັດໃຫຍ່ທີ່ມີເຄື່ອງໝາຍການຄ້າລົງທຶນພັດທະນາການທ່ອງທ່ຽວຢູ່ແຂວງ ຮ່າຢາງ ກໍ່ຄືບັນດາແຂວງໃນເຂດ “.
ສົ່ງເສີມການໂຄສະນາການທ່ອງທ່ຽວ ໄດ້ຮັບການກຳນົດວ່າແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມໃນການພັດທະນາການທ່ອງທ່ຽວຢູ່ 6 ແຂວງຫວຽດບັກ. ແຕ່ລະປີ, ບັນດາແຂວງດັ່ງກ່າວໄດ້ຜັດປ່ຽນກັນຈັດຕັ້ງລາຍການທ່ອງທ່ຽວ “ຜ່ານບັນດາມໍລະດົກເຂດ ຫວຽດບັກ“ ດ້ວຍການເຄື່ອນໄຫວຟົດຟື້ນ ແລະ ດູດດື່ມຫຼາຍຢ່າງ, ສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວ, ດຶງດູດຄວາມສົນໃຈຈາກບັນດາບໍລິສັດທ່ອງທ່ຽວ, ກໍ່ຄືນັກລົງທຶນດ້ານການທ່ອງທ່ຽວ. ນັ້ນແມ່ນພື້ນຖານເພື່ອໃຫ້ຂະແໜງການທ່ອງທ່ຽວບັນດາແຂວງ ຫວຽດບັກສືບຕໍ່ພັດທະນາໃນໄລຍະຈະມາເຖິງ.

ສະຖານທີ່ທ່ອງທ່ຽວປະຫວັດສາດເສົາທຸງ ຫຼຸງກູ໋
ເມື່ອເຂົ້າຮ່ວມລາຍການຮ່ວມສຳພັນ, ບັນດາທ້ອງຖີ່ນສາມາດຮັບຮູ້ໄດ້ທ່າແຮງກໍ່ຄືສິ່ງທີ່ຍັງຄົງຄ້າງເພື່ອປັບປຸງຍຸດທະສາດພັດທະນາການທ່ອງທ່ຽວຂອງແຂວງຕົນຢ່າງທັນການ, ພ້ອມທັງຂະຫຍາຍບັນດາຮູບແບບສຳເລັດຜົນ, ຮ່ວມແຮງຮ່ວມໃຈກໍ່ສ້າງ ຫວຽດບັກໃຫ້ກາຍເປັນເຂດທ່ອງທ່ຽວທີ່ສ້າງຄວາມດຶງດູດ. ທ່ານ ຟ້າມມິງຮ໋ວນ, ປະທານຄະນະກຳມະການປະຊາຊົນແຂວງ ຕວຽນກວາງ, ໃຫ້ຮູ້ວ່າ:
“ການຮ່ວມສຳພັນ, ສົມທົບກັນຢ່າງແໜ້ນແຟ້ນລະຫວ່າງແຂວງຕ່າງໆແມ່ນສຳຄັນທີ່ສຸດ. ບັນດາຂັ້ນຢູ່ທ້ອງຖີ່ນຮັບຜິດຊອບໜ້າທີ່ຊີ້ນຳຈັດຕັ້ງການປະຕິບັດຄືແນວໃດເພື່ອພັດທະນາເສດຖະກິດທ່ອງທ່ຽວໃຫ້ໄດ້. ຕວຽນກວາງ ໄດ້ຄັດເລືອກທ່ອງທ່ຽວແມ່ນໜຶ່ງໃນສາມຂົງເຂດບຸກທະລຸ, ເຊິ່ງປະກອບມີອຸດສາຫະກຳ, ການພັດທະນາກະສິກຳສິນຄ້າ ແລະ ການທ່ອງທ່ຽວ“.
ການຮ່ວມມື, ຮ່ວມສຳພັນພັດທະນາການທ່ອງທ່ຽວແມ່ນທ່າອ່ຽງຈຳເປັນເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະທ້ອງຖີ່ນ. ບັນດາແຂວງ ຫວຽດບັກ ໄດ້ປະຕິບັດສິ່ງດັ່ງກ່າວເປັນຢ່າງດີ. ໂດຍແມ່ນເຂດທຳມະຊາດທີ່ໃຫຍ່ໂຕມະໂຫຖານ, ດ້ວຍທັດສະນີຍະພາບທີ່ສວຍງາມ ແລະ ປູຊະນີຍະສະຖານປະຫວັດສາດທີ່ມີຊື່ສຽງຄືເຂດພູພຽງຫີນ ດົ່ງວັນ, ໜອງ ບາເບ, ຕາກ ບານຢົກ, ຖານທີ່ໝັ້ນ ຫວຽດບັກ… ປະຈຸບັນ, ບັນດາແຂວງ ຫວຽດນາມ ນັບມື້ນັບດຶງດູດແຂກທ່ອງທ່ຽວຫຼາຍຄົນມາຢ້ຽມຢາມ ແລະ ຄົ້ນຫາ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
