ພາບປະກອບ:intern |
(vovworld)- ວັນທີ 20/10 ຢູ່ ຮ່າໂນ້ຍ, ກອງປະຊຸມຄະນະກຳມະການຈັດຕັັ້ງ ແລະ ຄະນະກຳມະການເຕັກນິກຄັ້ງທີ 2, ການແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 10 ຈັດຂຶ້ນຢູ່ຮ່າໂນ້ຍ. ກອງປະຊຸມໄດ້ສຳຫລວດກວດກາທຸກວຽກງານກະກຽມຂອງປະເທດເຈົ້າພາບ ຫວຽດນາມ; ການປະສານສົມທົບ, ການຮ່ວມມືເຂົ້າຮ່ວມຂອງບັນດາປະເທດສະມາຊິກ ອາຊຽນ. ການແຂ່ງຂັນສີມືແຮງງານອາຊຽນ ແມ່ນເຫດການສຳຄັນຍິ່ງຂອງ ອາຊຽນ ໃນຂົງເຂດແຮງງານ ແລະ ບຳລຸງສ້າງ ເພື່ອມຸ່ງໄປເຖິງການເພີ່ມທະວີຄຸນນະພາບສີມືແຮງງານໃນພາກພື້ນໃຫ້ຂຶ້ນສູ່ລະດັບສາກົນ, ສ້າງລັກສະນະແກ້ງແຍ້ງຂອງກຳລັງແຮງງານອາຊຽນ.
