![]() |
|
1. ສົງຄາມການຄ້າເວົ້າສະເພາະ, ການພົວພັນລະຫວ່າງອາເມລິກາ ແລະ ຈີນເວົ້າລວມ ເກີດຄວາມເຄັ່ງຕຶງ ແລະ ແກ່ຍາວ ອາເມລິກາ ຈຳກັດ ຈີນ ລົງທຶນເຂົ້າຂົງເຂດເຕັກນິກ, ເຕັກໂນໂລຊີ, ນຳ Huawei ເຂົ້າບັນຊີລາຍຊື່ຫ້າມ, ຄວບຄຸມເຕັກໂນໂລຊີຢ່າງເຂັ້ມງວດ, ຮັດກຸມການຄຸ້ມຄອງນັກສຶກສາຈີນທີ່ພວມຮຽນຢູ່ ອາເມລິກາ. ຈີນ ໂຕ້ຕອບດ້ວຍວິທີຈຳກັດການນຳເຂົ້າສິນຄ້າຜະລິດຕະພັນກະເສດຈາກ ອາເມລິກາ, ທຳລາຍສະກຸນເງິນຢວນ. ສົງຄາມການຄ້າບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງເສດຖະກິດສອງປະເທດເທົ່ານັ້ນ ຫາກຍັງສົ່ງຜົນກະທົບຢ່າງແຮງເຖິງລະບົບສະຫນອງ ແລະ ພື້ນຖານເສດຖະກິດໂລກອີກດ້ວຍ. ວິກິດການການເມືອງ ສັງຄົມ ຢູ່ ຮົ່ງກົງ ປະເທດຈີນ ໄດ້ເກີດຂຶ້ນຢ່າງແຮງ ດ້ວຍຂອບຂະຫນາດໃຫຍ່ ນັບແຕ່ເດືອນມີນາ ກໍ່ໃຫ້ເກີດຄວາມຂາດສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ ຮົ່ງກົງ. ຕໍ່ຈາກນັ້ນ ອາເມລິກາ ໄດ້ປະກາດໃຊ້ກົດໝາຍ “ປະຊາທິປະໄຕ ແລະ ສິດທິມະນຸດຮົ່ງກົງ” ແລະ ກົດໝາຍຫ້າມການສົ່ງອອກບັນດາປະເພດອາວຸດຄວບຄຸມຜູ້ແຫ່ຂະບວນປະທ້ວງໃຫ້ແກ່ຕຳຫລວດຮົ່ງກົງ ເຮັດໃຫ້ການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ເຄັ່ງຕຶງນັບທັງດ້ານການເມືອງ, ການທູດ ແລະ ເສດຖະກິດ. |
![]() |
|
2. ສະພາບການຢູ່ແຫລມເກົາຫລີ ສືບຕໍ່ຜັນແປໄປຢ່າງສັບສົນ ກອງປະຊຸມສຸດຍອດ ອາເມລິກາ ແລະ ສປປ ເກົາຫລີ ຄັ້ງທີ 2 ຢູ່ ຮ່າໂນ້ຍ ແລະ ການພົບປະສຸດຍອດ ອາເມລິກາ ແລະ ສປປ ເກົາຫລີ ຢູ່ Panmunjeom ບໍ່ບັນລຸໝາກຜົນ. ການພົວພັນລະຫວ່າງ ສເກົາຫລີ ແລະ ສປປ ເກົາຫລີ ຖືກຢຸດສະງັກ, ພຽງຢາງ ໄດ້ທຳການທົດລອງອາວຸດເປັນຫລາຍຄັ້ງ, ໃນນັ້ນ ມີລູກສອນໄຟນຳວິຖີ. ປະທານາທິບໍດີ ອາເມລິກາ Donald Trump ໄດ້ກ່າວເຕືອນ ອາດຈະນຳໃຊ້ມາດຕະການດ້ານການທະຫານສຳລັບ ສປປ ເກົາຫລີ. |
![]() |
|
3. ຈີນ ລະເມີດກົດໝາຍສາກົນຢ່າງແຮງ, ການກະທຳກະມຶງກະມັງຂອງຈີນ ຢູ່ ທະເລຕາເວັນອອກ ສືບຕໍ່ປະຕິບັດກົນອຸບາຍຫັນ “ເສັ້ນ 9 ຕອນ”ໃຫ້ປະກົດຜົນເປັນຈິງ ເພື່ອຢຶດຄອງທະເລຕາເວັນອອກ, ຈີນ ສືບຕໍ່ກໍ່ສ້າງສິ່ງທີ່ເອີ້ນວ່າ “ນະຄອນ ຕາມຊາ”, ຫັນເປັນການທະຫານບັນດາເກາະທຽມຊື່ງຈີນ ໄດ້ກໍ່ສ້າງຢູ່ ເຈື່ອງຊາ; ຈີນ ໄດ້ນຳກຳປັ່ນ ໄຮ້ຢາງ 8 ລ່ວງລະເມີດເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງຫວຽດນາມເປັນຫລາຍຄັ້ງ. ປະຊາຄົມສາກົນ ໄດ້ກ່າວປະນາມຢ່າງແຮງ. ກອງປະຊຸມ, ເວທີປາໄສ, ກອງປະຊຸມສຳມະນາສາກົນ ແລະ ພາກພື້ນ ຫລາຍຄັ້ງກໍ່ໄດ້ຊີ້ໃຫ້ເຫັນວ່າ ບັນດາການກະທຳລະເມີດກົດໝາຍຂອງຈີນ ຢູ່ ທະເລຕາເວັນອອກ, ຮຽກຮ້ອງ ປັກກີ່ງ ເຄົາລົບອະທິປະໄຕບັນດາປະເທດ ແລະ ກົດໝາຍສາກົນ. |
![]() |
|
4. ລັດເຊຍ ພວມຜ່ານຜ່າຄວາມຫຍຸ້ງຍາກ, ເຕີບໃຫຍ່ທຸກດ້ານຢ່າງແຮງ ເຖິງວ່າ ຕ້ອງປະເຊີນຫນ້າກັບການຂວ້ຳບາດ ປີດລ້ອມຢ່າງເຄັ່ງຄັດ ລຽນຕິດ ໃນຫລາຍປີຈາກ ອາເມລິກາ ແລະ ຝ່າຍຕາເວັນຕົກກໍ່ຕາມ ແຕ່ລັດເຊຍ ພວມເຕີບໃຫຍ່ໃນຫລາຍຂົງເຂດ. ປີ 2019 GDP ຂອງລັດເຊຍ ບັນລຸ 1,3%, ສູ້ຊົນບັນລຸ 2%ໃນປີ 2020 ແລະ ຮອດປີ 2024 ບັນລຸ 3,3% ກາຍເປັນພື້ນຖານເສດຖະກິດຢືນອັນດັບ 5 ຂອງໂລກ. ພ້ອມກັນນັ້ນ ລັດເຊຍ ມີບົດບາດນັບມື້ນັບສຳຄັນໃນເວທີສາກົນ ຢູ່ ຕາເວັນອອກກາງ, ອາຟຼິກາ, ເອີລົບ, ອາຊີ. ລັດເຊຍ ພວມຜັນຂະຫຍາຍໂຄງການສົ່ງທໍ່ອາຍແກສຈາກ ລັດເຊຍ ໄປຍັງ ເຢຍລະມັນ ດ້ວຍເງິນລົງທຶນກວ່າ 11 ຕື້ USD |
![]() |
|
5. ການສືບສວນພິຈາລະນາການກະທຳຜິດຂອງປະທານາທິບໍດີອາເມລິກາ ການສືບສວນພິຈາລະນາການກະທຳຜິດຂອງປະທານາທິບໍດີ Donald Trump ບໍ່ພຽງແຕ່ແມ່ນເຫດການສະເພາະຂອງປະເທດອາເມລິກາ ເທົ່ານັ້ນ, ເພາະມັນຍັງກ່ຽວຂ້ອງເຖິງທ່ານປະທານາທິບໍດີຢູແກຼນ Volodymir Zelensky ອີກດ້ວຍ. ທ່ານປະທານາທິບໍດີ Donald Trump ຖືກກ່າວຫາວ່າໄດ້ເກັບບ້ວງເງິນອຸປະຖຳທີ່ສະຫງວນໃຫ້ຢູແກຼນ ໄວ້ ເພື່ອກໍ່ຄວາມກົດດັ່ນບັງຄັບໃຫ້ການນຳຢູແກຼນ ດຳເນີນການສືບສວນແນໃສ່ຄູແຂ່ງໃຫຍ່ທີ່ສຸດຂອງທ່ານ Donald Trump ໃນການເລືອກຕັ້ງປະທານາທິບໍດີໃນປີ 2020, ແມ່ນທ່ານອະດີດຮອງປະທານາທິບໍດີ Joe Biden. ເຫດການໄດ້ດຶງດູດຄວາມສົນໃຈເປັນພິເສດຈາກຫາງສຽງອາເມລິກາ ແລະ ສາກົນ, ເພາະມັນຖືກດຳເນີນໃນຂະນະທີ່ທ່ານ Donald Trump ພວມຢູ່ໃນເຫດທີ່ກ່ຽວຂ້ອງເຖິງເຫດສືບສວນທີ່ວ່າ ລັດເຊຍ ແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີອາເມລິກາ ເມື່ອປີ 2016. ມີບັນດາຂໍ້ສັງເກດໄດ້ຖືວ່າ, ເຫດການດັ່ງກ່າວອາດຈະເຮັດໃຫ້ທ່ານ Donald Trump ຖືກເສຍບັດເລືອກຕັ້ງຫຼາຍບັດໃນການເລືອກຕັ້ງປະທານາທິບໍດີໃນປີ 2020. |
![]() |
|
6. ຄວາມຂັດແຍ້ງກັນ,ການປະທະກັນອາຣັບ-ອິດສະຣາແອັນ ປິນຂັ້ນໄດ ບັນດານະໂຍບາຍທີ່ກໍ່ຄວາມໂຕ້ຖຽງກັນຂອງທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຍູ້ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງຕົກເຂົ້າສູ່ສະພາບບໍ່ມີທາງອອກ. ເລື່ອງອາເມລິກາ ຍົກຍ້າຍສະຖານທູດໄປຍັງ Jerusalem, ຮັບຮອງລັກສະນະຖືກຕ້ອງຕາມກົດໝາຍຂອງບັນດາເຂດຕັ້ງຖິ່ນຖານຄົງທີ່ຊາວຢິວຂອງອິດສະຣາແອນ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ຮັບຮອງອະທິປະໄຕຂອງອິດສະຣາແອນ ຕໍ່ເຂດພູພຽງ Golanໂດຍອິດສະຣາແອັນ ຢຶດຄອງ, ໄດ້ກໍ່ໃຫ້ເກີດກະແສຄວາມເຄັ່ງຕຶງຢູ່ຕາເວັນອອກກາງ, ເຮັດໃຫ້ຄວາມຂັດແຍ້ງກັນລະຫວ່າງໂລກອາຣັບ ແລະ ອິດສະຣາແອນ ເພີ່ມຂຶ້ນ. ການກະທຳດັ່ງກ່າວໄດ້ຮັບຖືວ່າ ແມ່ນການກະທຳຢຽບຍ່ຳກົດໝາຍສາກົນ, ເຮັດໃຫ້ບົດບາດຂອງອາເມລິກາ ຖືກຫຼຸດລົງໃນວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ. ຫຼາຍປະເທດອາຣັບ, ພາກພື້ນ ແລະ ສາກົນ, ໃນນັ້ນມີທັງພັນທະມິດຂອງອາເມລິກາ, ໄດ້ອອກສຽງຕຳໜິຕິຕຽນອາເມລິກາ ຢ່າງຮ້າຍແຮງ. |
![]() |
|
7. ວິວັດທະນາການ Brexit ຖືກໂຈະໄວ, ເວທີການເມືອງອັງກິດຖືກປັ່ນປ່ວນ ວິວັດທະນາການປະເທດອັງກິດ ຖອນຕົວອອກຈາກສະຫະພາບເອີລົບ ສືບຕໍ່ຖືກໂຈະໄວ້, ບໍ່ດຳເນີນຖືກຕ້ອງຕາມການກຳນົດເວລາແມ່ນວັນທີ 31 ຕຸລາ 2019. ຄວາມບໍ່ລົງລອຍກັນຢູ່ພາຍໃນໄດ້ເຮັດໃຫ້ລັດຖະບານຂອງທ່ານນາງນາຍົກລັດຖະມົນຕີ Theresa May ຖືກປົດຕຳແໜ່ງ ແລະ ຝ່າຍນິຍົມຮັກສາເດີມຂອງທ່ານນາຍົກລັດຖະມົນຕີ Boris Johnson ຂຶ້ນກຳອຳນາດ. ເຖິງຢ່າງໃດກໍ່ຕາມ, ບັນຫາພາສີ, ຊາຍແດນຂອງອຽກລັງເໜືອ ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງສົມເຫດສົມຜົນເທື່ອ, ສືບຕໍ່ແມ່ນສິ່ງກີດຂວາງຢ່າງໃຫຍ່ຫຼວງທີ່ສຸດຂອງວິວັດທະນາການ Brexit. ເພື່ອຊອກຫາທາງອອກໃຫ້ແກ່ວິກິດການດັ່ງກ່າວ, ອີຢູ ຕ້ອງເຫັນດີຕໍ່ກຳນົດເວລາ Brexit ຮອດວັນທີ 31 ມັງກອນ 2020. |
![]() |
|
8. ວິກິດການດ້ານການເມືອງຮ້າຍແຮງທີ່ສຸດຢູ່ພາກພື້ນອາເມລິກາລາຕິງ ຢູ່ເວເນຊູເອລາ, ເລີ່ມມາຈາກບັນຫາເສດຖະກິດ - ສັງຄົມ, ໂດຍສະເພາະແມ່ນນັບແຕ່ທ່ານປະທານສະພາແຫ່ງຊາດ Juan Guaido ອ້າງຊື່ເອງວ່າແມ່ນປະທານາທິບໍດີຊົ່ວຄາວ ໄດ້ຮຽກຮ້ອງໃຫ້ກອງທັບລັດຖະປະຫານທ່ານປະທານາທິບໍດີຖືກຕ້ອງຕາມລັດຖະທຳມະນູນ Maduro ເມື່ອວັນທີ 30 ເມສາ, ພາຍຫຼັງທີ່ທ່ານປະທານາທິບໍດີ Maduro ຖະແຫຼງມ້າງທຳລາຍກົນອຸບາຍໂຄ່ນລົ້ມເປັນເວລາ 1 ວັນ. ຢູ່ ໂບລີເວຍ, ພາຍຫຼັງຮັບໄຊຊະນະໃນການເລືອກຕັ້ງເປັນເວລາ 1 ເດືອນ, ທ່ານປະທານາທິບໍດີ Evo Morales ກໍ່ຕ້ອງລາອອກຈາກຕ່ຳແໜ່ງ ຍ້ອນຖືກກ່າວຫາວ່າມີການສໍ້ໂກງໃນການເລືອກຕັ້ງ. ບັນດາຜູ້ສະໜັບສະໜູນທ່ານ Morales ແລະ ກຳລັງປ້ອງກັນຄວາມສະຫງົບໄດ້ມີການປະທະກັນ. ບັນດາກຳລັງຢູ່ ໂບລີເວຍ ບັນລຸໄດ້ຂໍ້ຕົກລົງຈັດການດຳເນີນການເລືອກຕັ້ງປະທານາທິບໍດີກ່ອນກຳນົດເວລາ, ເພື່ອແນໃສ່ຫຼຸດພົ້ນອອກຈາກວິກິດການດ້ານການເມືອງຄືໃນປະຈຸບັນ. |
![]() |
|
9. ກ່າວເຕືອນສະພາບການປ່ຽນແປ່ງຂອງດິນຟ້າອາກາດໃນທົ່ວໂລກ ປີ 2019, ໂລກໄດ້ເຫັນອາກາດຮ້ອນຜິດປົກກະຕິເປັນຫຼາຍຄັ້ງຢູ່ເອີລົບ, ບັນດາເຫດເກີດໄຟໄໝ້ປ່າທີ່ບໍ່ເຄີຍມີມາກ່ອນຢູ່ອາເມລິກາໃຕ້ ຕະຫຼອດຮອດອົດສະຕາລີ; ບັນດາເຫດນ້ຳຖ້ວມຄັ້ງປະຫວັດສາດຢູ່ ສີລັງກາ, ກົງໂກ; ໄພແຫ້ງແລ້ງທີ່ບໍ່ເຄີຍເກີດຂຶ້ນຢູ່ນ້ຳຕົກຕາດ Victoria… ນີ້ແມ່ນບັນດາຜົນສະທ້ອນໂດຍກົງ ແຕ່ຍັງບໍ່ແມ່ນສຸດທ້າຍຂອງສະພາບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ ທີ່ພວມເກີດຂຶ້ນຢ່າງສັບສົນທີ່ສຸດ. ທີ່ກອງປະຊຸມຄັ້ງທີ 25 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 25) ເຊິ່ງດຳເນີນໃນວັນທີ 02 ທັນວາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຢືນຢັນວ່າ ວິກິດການດິນຟ້າອາກາດພວມນາບຂູ່ເຖິງພື້ນຖານສີວິໄລຂອງມວນມະນຸດ. ນີ້ໄດ້ຮັບຖືວ່າ, ແມ່ນຄຳກ່າວເຕືອນສຸດທ້າຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດທີ່ພວມນາບຂູ່ເຖິງຄວາມເປັນຕາຍຂອງມະນຸດ ແລະ ໂລກຕ້ອງພ້ອມກັນກະທຳ ກ່ອນທີ່ໄພເກີດຂຶ້ນຢ່າງແຮງ |
![]() |
|
10. ເຫດໄຟໄໝ້ໂບດ Notre Dame ຢູ່ ປາຣີ, ປະເທດຝລັ່ງ ເຫດໄຟໄໝ້ໂບດ Notre Dame, ເຊິ່ງແມ່ນກິດຈະກຳມີຄວາມເປັນມາອາຍຸ 850 ປີ, ເປັນໜຶ່ງໃນບັນດາສັນຍາລັກຂອງຝລັ່ງ, ຖືກໄຟໄໝ້ຢ່າງຮ້າຍແຮງໃນຕອນຄ່ຳວັນທີ 15 ເມສາ. ໄຟໄໝ້ເກີດຂຶ້ນໃນເວລາປະມານ 18 ໂມງ ແລະ ແກ່ຍາວຮອດກາງຄືນ, ໄດ້ທຳລາຍຫຼັງຄາທັງໝົດ. ວິວັດການຊ້ອມແປງຄືນໃໝ່ອາດຈະເສຍເວລາເປັນຫຼາຍປີ ແລະ ຕ້ອງໃຊ້ເງິນນັບຕື້ເອີໂລ. |










