![]() |
ເຫດການທີ 1 : ປະເທດອັງກິດຖອນອອກຈາກສະຫະພາບເອີລົບ-EU(Brexit)
ວັນທີ 24/6/2016 ໄດ້ເຂົາສູ່ປະຫວັດສາດອັງກິດ ແລະ EU ຂະນະທີ່ມີເຖິງ 51,9% ອັດຕາຜູ້ມີສິດເລືອກຕັ້ງອັງກິດໄປປ່ອນບັດສະໜັບສະໜູນເລື່ອງອັງກິດ ຖອນອອກຈາກສະຫະພາບເອີລົບໃນການລົງປະຊາມະຕິ. ອັງກິດຖອນອອກຈາກສະຫະພາບເອີລົບກໍມີຄວາມໝາຍເຊັ່ນດຽວກັນກັບເລື່ອງ EU ຖືກສູນເສຍສະມາຊິກໜຶ່ງທີ່ສຳຄັນຊຶ່ງມີສຽງເວົ້າຕັດສິນໃນບັນດາລັດຖະນະໂຍບາຍຂອງ EU. ກ່ອນອື່ນໝົດ, ຜົນກະທົບຂອງ Brexit ໄດ້ເຮັດໃຫ້ທີ່ຕັ້ງບົດບາດຂອງ EU ຊຶ່ງ ເປັນຕະຫຼາດຮ່ວມໃຫຍ່ກວ່າໝູ່ໃນໂລກຖືກອ່ອນແອລົງ.
![]() |
ດ້ວຍໄຊຊະນະຢ່າງຂາດຂັ້ນຄືໄດ້ຮັບ 70 ບັດສະໜັບສະໜູນຂອງບັນດາຜູ້ຕາງໜ້າຜູ້ມີສິດເລືອກຕັ້ງ, ທ່ານ Donald Trumph, ຜູ້ສະໝັກເລືອກຕັ້ງສັງກັດພັກສາທາລະນະໄດ້ເອົາຊະນະຕໍ່ຄູ່ແຂ່ງສັງກັດພັກປະຊາທິປະໄຕ ທ່ານນາງ Hillary Clinton ໃນການເລືອກຕັ້ງປະທານາທິບໍດີອາເມລິກາປີ 2016 ເພື່ອກາຍເປັນປະທານາທິບໍດີຄົນທີ 45 ຂອງສະຫະລັດອາເມລິກ. ຜູ້ມີສິດເລືອກຕັ້ງອາເມລິກາໄດ້ຝາກຝັງຄວາມເຊື່ອໝັ້ນຍ້ອນທ່ານໄດ້ໃຫ້ຄຳໝັ້ນສັນຍາເຮັດໃຫ້ປະເທດອາເມລິກາກັບຄືນສູ່ຄວາມເຂັ້ມແຂງ, ຈະເລີນຮຸ່ງເຮືອງ. ຊາວອາເມລິກາປາດຖະໜາວ່າ ໃນ 4 ປີທີ່ຈະມາເຖິງ, ປະເທດອາເມລິກາຈະມີການປ່ຽນແປງ, ເສດຖະກິດອາເມລິກາຈະຂະຫຍາຍຕົວ, ອັດຕາການວ່າງງານຫຼຸດລົງ, ລາຍຮັບຂອງປະຊາຊົນເພີ່ມຂຶ້ນພ້ອມກັບບັນດາກິດຈະການສະຫວັດດີການສັງຄົມໄດ້ນຳມາເຊິ່ງເງື່ອນໄຂການດຳລົງຊີວິດທີ່ດີກ່ວາໃຫ້ແກ່ເຂົາເຈົ້າ.
![]() |
ຫດການທີ 3. ສານອະນຸຍາໂຕຕຸລາການ PCA ໄດ້ອອກຄຳຕັດສິນກ່ຽວກັບບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ. ວັນທີ 12/7, ພາຍຫຼັງດຳເນີນການແກ້ໄຂກໍລະນີຮ້ອງຟ້ອງມາເປັນເວລາ 3 ປີ, ສານອະນຸຍາໂຕຕຸລາການ PCA ຢູ່ລາໄຮປະເທດໂຮນລັງໄດ້ອອກຄຳຕັດສິນຕໍ່ກໍລະນີຮ້ອງຟ້ອງຈີນຂອງຟີລິບປິນກ່ຽວກັບການທ່ວງເອົາ “ບັນດາສິດປະຫວັດສາດ”ຂອງຈີນສຳລັບບັນດາບໍລິເວນທະເລທີ່ນອນໃນຂອບເຂດ “ເສັ້ນລີ້ນງົວ 9 ຕອນ” ແມ່ນໄປຝືນກັບສົນທິສັນຍາຂອງ ສ.ປ.ຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982; ຈີນບໍ່ມີຖານະດ້ານປະຫວັດສາດສຳລັບບັນດາບໍລິເວນທະເລຢູ່ທະເລຕາເວັນອອກ ແລະ ບໍ່ມີພື້ນຖານດ້ານນິຕິທຳເພື່ອຍົກອອກບັນດາຖະແຫຼງການກ່ຽວກັບ“ບັນດາສິດປະຫວັດສາດ” ສຳລັບບັນດາແຫຼ່ງຊັບພະຍາກອນທຳມະຊາດໃນຂອບເຂດ “ເສັ້ນລີ້ນງົວ 9 ຕອນ”. ແຕ່ໂດຍບໍ່ຫົວຊາຕໍ່ຄຳຕັດສິນຂອງສານ, ຈີນໄດ້ເພີ່ມທະວີບັນດາການເຄື່ອນໄຫວປີນຂັ້ນໄດຢູ່ທະເລຕາເວັນອອກ, ເປັນຕົ້ນແມ່ນຢູ່ບໍລິເວນໝູ່ເກາະເຈື່ອງຊາ ແລະ ຮ່ວາງຊາຂອງຫວຽດນາມ, ພ້ອມກັນນັ້ນ ກໍເປີດກ້ວາງ ໃຫ້ກໍ່ສ້າງບັນດາເກາະທຽມ ແລະ ໄດ້ຈັດສົ່ງເຮືອບິນ, ລູກສອນໄພ, ອາວຸດຍຸດທະພັນໄປຍັງເກາະທຽມ, ຈັດສົ່ງເຮືອບິນບັນທຸກຜູ້ໂດຍສານໄປຍັງໝູ່ເກາະຮ່ວາງຊາ; ດຳເນີນການຊ້ອມຮົບຢູ່ທະເລຕາເວັນອອກ.
![]() |
ເຫດການທີ 4. ສັນຍາປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໄດ້ມີຜົນສັກສິດຢ່າງເປັນທາງການ. ວັນທີ 4/11/2016, ສັນຍາປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໄດ້ມີຜົນສັກສິດຢ່າງເປັນທາງການພາຍຫຼັງໄດ້ຮັບການໃຫ້ສັດຕະຍາບັນຂອງ 72 ປະເທດຊຶ່ງກວມເອົາກວ່າ 56% ປະລີມານອາຍພິດເຮືອນແກ້ວ. ກ່ອນໜ້ານັ້ນ, ໃນວັນໜ່ວຍພິພົບ 22/4, ຜູ້ຕາງໜ້າຂອງ 175 ປະເທດໃນໂລກໄດ້ລົງນາມໃນ ສັນຍາປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຢູູ່ສຳນັກງານ ສ.ປ.ຊ ທີ່ນິວຢອກປະເທດອາເມລິກາ ຊຶ່ງເປັນການສະແດງໃຫ້ເຫັນວ່າ ບັນດາປະເທດໄດ້ຜ່ານຜ່າຜົນປະໂຫຍດສ່ວນຕົວ, ຢືນຢັນຄວາມຕັດສິນໃຈປະຕິບັດເປົ້າໝາຍຕ້ານຄືນຄວາມອຸ່ນຂຶ້ນຂອງໜ່ວຍໂລກ.
![]() |
![]() |
ເຫດການທີ 6. ທ່ານ Antonio Guterres ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ສ.ປ.ຊ
ສະມັດຊາໃຫຍ່ ສ.ປ.ຊ ໄດ້ໃຫ້ສັດຕະຍາບັນຂໍ້ສະເໜີຂອງສະພາຄວາມໝັ້ນຄົງເລືອກເອົາອະດີດນາຍົກລັດຖະມົນຕີປອກຕຸຍການ ທ່ານ Antonio Guterres ເປັນເລຂາທິການໃຫຍ່ ສ.ປ.ຊ ແທນໃຫ້ທ່ານ Ban Ki Moon. ທ່ານ Antonio Guterres ອາຍຸ 67 ປີ ແມ່ນເລຂາທິການໃຫຍ່ຄົນທີ 9 ຂອງ ສ.ປ.ຊ ດ້ວຍອາຍຸການແກ່ຍາວແຕ່ວັນທີ 1/1/2017 – 31/12/2022. ສິ່ງທ້າທາຍໃຫຍ່ກວ່າໝູ່ສຳລັບ ເລຂາທິການໃຫຍຄົນໃໝ່ຂອງ ສ.ປ.ຊ, ນັ້ນແມ່ນຕ້ອງປັບປຸງຄວາມສາມັກຄີໃນມະຫາຄອບຄົວ ສ.ປ.ຊ.
![]() |
ເຫດການທີ 7. ໂລກສັ່ນສະເທື່ອນພາຍຫຼັງກໍລະນີຮົ່ວໄຫຼ “ສຳເນົາເອກະສານປານາມາ”
“ສຳເນົາເອກະສານ ປານາມາ” ປະກອບດ້ວຍເອກະສານປະມານ 11,5 ລ້ານສະບັບ ໄດ້ຖືກໜັງສືພິມສະບັບໜຶ່ງຂອງເຢຍລະມັນແບ່ງປັນກັບສະຫະສະມາຄົມນັກຂ່າວສາກົນ ແລະ ໜັງສືພິມກວ່າ 100 ສະບັບຢູ່ເກືອບ 80 ປະເທດ. “ສຳເນົາເອກະສານ ປານາມາ” ຊຶ່ງລວມມີບັນດາ email, ຂ່່າວ, ຮູບພາບທີ່ກ່ຽວຂ້ອງເຖິງ 214 ບໍລິສັດຕ່າງປະເທດທີ່ໄດ້ຮັບການສ້າງຂຶ້ນເພື່ອຊ່ວຍລູກຄ້າຜູ້ຮັ່ງມີທີ່ໜີ້ພາສີ ແລະ ຟອກເງິນແຕ່ກາງທົດສະວັດ 1970 ຫາປີ 2016. ມີບັນດານັກການເມືອງ, ນັກກິລາທີ່ມີຊື່ສຽງ, ມະຫາເສດຖີ, ຫົວໂປກຸ່ມຄ້າຂາຍຢາເສບຕິດຫຼາຍຄົນ…ໄດ້ມີຊື່ໃນສຳເນົາເອກະສານດັ່ງກ່າວ.
![]() |
| ບັນດາຜູ້ຮັບເຄາະຮ້າຍຈາກການບຸກໂຕມຕີຢູ່ Nice. ( Reuters) |
![]() |
ເຫດການທີ 9. ສົງຄາມຢູ່ຊີຣີ ຍັງບໍ່ທັນຮອດວັນສິ້ນສຸດ
ປະເທດຊີຣີໃນປີ 2016 ຍັງຄົງຖືກຕົກຢູ່ໃນສະພາບສົງຄາມອັນນອງເລືອດ. ຂໍ້ຕົກລົງຢຸດຍິງ 5-6 ສະບັບທີ່ຫາກໍໄດ້ຮັບການຮັບຮອງເອົາຈາກບັນດາຝ່າຍ ກໍລ້ວນແຕ່ຖືກທຳລາຍໃນທັນທີ. ການແຊກແຊງຢ່າງແຂງແຮງຂອງລັດເຊຍໄດ້ເຮັດໃຫ້ປ່ຽນແປງສະພາບການສູ້ຮົບ ແລະ ຄວາມດຸ່ນດ່ຽງດ້ານກຳລັງຢູ່ຊີຣີ. ການຂັດແຍ້ງທາງດ້ານຜົນປະຫຍດຂອງບັນດາປະເທດໃຫຍ່ ໄດ້ພາໃຫ້ການຊອກຫາວິທີການແກ້ໄຂທາງດ້ານການເມືອງໃຫ້ແກ່ຊີຣີຍັງບໍ່ມີທາງອອກ.![]() |
ເຫດການທີ 10. ຜູ້ນຳກູບາ Fidel Castro Ruz ເຖິງແກ່ມໍລະນະກຳ ຜູ້ນຳກູບາ Fidel Castro Ruz ເຖິງແກ່ມໍລະນະກຳເມື່ອວັນທີ 25/11. ການເຖິງແກ່ມໍລະນະກຳຂອງທ່ານໄດ້ເຮັດໃຫ້ປະຊາຊົນກູບາກໍຄືປະຊາຊົນຜູ້ຮັກຫອມເອກະລາດ, ອິດສະຫຼະພາບ, ສັນຕິພາບ, ຄວາມກ້າວໜ້າໃນໂລກມີຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນ. ຊີວິດ ແລະ ພາລະກິດຂອງຜູ້ນຳກູບາ Fidel Castro Ruz ແມ່ນບົດເພງໄຊກ່ຽວກັບນ້ຳໃຈອົງອາດກ້າແກ່ນ, ຕໍ່ສູ້ເພື່ອເອກະລາດແຫ່ງຊາດ, ເສລີພາບ ແລະ ຄວາມຜາສຸກໃຫ້ແກ່ປະຊາຊົນ, ຕ້ານຄວາມບໍ່ຍຸດຕິທຳ, ອາດຍາສິດ, ປັກປັກຮັກສາສັນຕິພາບ, ຄວາມເປັນທຳໃນການພົວພັນສາກົນ.










