(vovworld)-ພາຍຫຼັງທີ່ລັດຖະທຳມະນູນປະເທດ ສສ ຫວຽດນາມ ມີຜົນສັກສິດນັບແຕ່ວັນທີ 1/1/2014, ການຜັນຂະຫຍາຍປະຕິບັດລັດຖະທຳມະນູນໄດ້ຮັບການປະຕິບັດຢ່າງຕັ້ງໜ້າ. ວັນທີ 8/1, ກອງປະຊຸມທົ່ວປະເທດຜັນຂະຫຍາຍປະຕິບັດລັດຖະທຳມະນູນໄດ້ກຳນົດວ່າ ການຜັນຂະຫຍາຍປະຕິບັດລັດຖະທຳມະນູນ ແມ່ນໜ້າທີ່ຈຸດສຸມຂອງທົ່ວລະບົບການເມືອງໃນໄລຍະຈະມາເຖິງ.

ກອງປະຊຸມທົ່ວປະເທດຜັນຂະຫຍາຍປະຕິບັດລັດຖະທຳມະນູນ
(ພາບ: vov.vn)
ລັດຖະທຳມະນູນໄດ້ຮັບການຮັບຮອງຈາກສະພາແຫ່ງຊາດຊຸດທີ 13 ເມື່ອວັນທີ 28/11/2013 ແລະ ມີຜົນສັກສິດນັບແຕ່ວັນທີ 1/1/2014. ການຜັນຂະຫຍາຍປະຕິບັດລັດຖະທຳມະນູນຕ້ອງຮັບປະກັນການຍົກສູງສະຕິຄວາມຮັບຮູ້ຂອງ ປຊຊ, ພະນັກງານ, ລັດຖະກອນ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ; ສະຕິຮັບຜິດຊອບກ່ຽວກັບການປົກປ້ອງ ລັດຖະທຳມະນູນ. ກຳນົດຄວາມຮັບຜິດຊອບຂອງບັນດາອົງການຈັດຕັ້ງໃນການຈັດ ຕັ້ງການຜັນຂະຫຍາຍປະຕິບັດລັດຖະທຳມະນູນ; ຮັບປະກັນບັນດາຂໍ້ກຳນົດຂອງລັດຖະທຳມະນູນໄດ້ຮັບການຜັນຂະຫຍາຍປະຕິບັດໃນທຸກໆຂົງເຂດ, ສ້າງກຳລັງໜູນປະຕິບັດພາລະກິດປ່ຽນແປງໃໝ່ຂອງປະເທດຊາດຢ່າງຮອບດ້ານ.
ທົ່ວລະບົບການເມືອງປະຕິບັດ
ຕາມທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ແລ້ວ, ພາຍຫຼັງລັດຖະທຳມະນູນໄດ້ຮັບການຮັບຮອງເອົາ ແລະ ມີຜົນສັກສິດ, ທັງລະບົບການເມືອງ, ແຕ່ຄະນະເລຂາສູນກາງພັກກອມມູນິດຫວຽດນາມ, ຄະນະປະຈຳສະພາແຫ່ງຊາດ, ລັດຖະບານ….ໄດ້ຕັ້ງໜ້າຜັນຂະຫຍາຍເອກະສານນິຕິກຳທີ່ສຳຄັນສະບັບນີ້
“ພາຍຫຼັງທີ່ລັດຖະທຳມະນູນໄດ້ຮັບການຮັບຮອງເອົາ, ສະພາແຫ່ງຊາດຊຸດທີ 13 ໄດ້ປະກາດໃຊ້ມະຕິກ່ຽວກັບການປະຕິບັດລັດຖະທຳມະນູນ. ຕໍ່ຈາກນັ້ນ, ວັນທີ 2/1, ຄະນະປະຈຳສະພາແຫ່ງຊາດ ໄດ້ອອກມະຕິປະກາດໃຊ້ແຜນການປະຕິບັດລັດຖະທຳມະນູນ . ວັນທີ 3/1, ຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ປະກາດໃຊ້ຄຳສັ່ງກ່ຽວກັບການຈັດ ຕັ້ງການຜັນຂະຫຍາຍປະຕິບັດລັດຖະທຳມະນູນໃນທົ່ວພັກ.. ອາດເຫັນໄດ້ວ່າ, ທົ່ວລະບົບການເມືອງຫວຽດນາມ ໄດ້ປະຕິບັດ ແລະ ຜັນຂະຫຍາຍການປະຕິບັດລັດຖະທຳມະນູນ ໂດຍພາຍໃຕ້ການຊີ້ນຳຂອງພັກ “

ການໂອ້ລົມສົນທະນາກ່ຽວກັບການຮັບປະກັນ,
ຊຸກຍູ້ສິດທິມະນຸດຕາມລັດຖະທຳມະນູນ (9/12)
(ພາບ: vov.vn)
ຢູ່ທ້ອງຖິ່ນຕ່າງໆ, ໃນໄລຍະຈະມາເຖິງ, ການນຳບັນດາອົງການຈັດຕັ້ງ ຂັ້ນສູງການ ແລະ ທ້ອງຖິ່ນ ກໍ່ຈຂັດຕັ້ງປະຕິບັດບັນດາຂໍ້ກຳນົດຂອງລັດຖະທຳມະນູນໂດຍທັນທີ ແລະ ເຂັ້ມງວດ. ບັນດາກົດໝາຍ, ລັດຖະບັນຍັດ ແລະ ເອກະສານນິຕິກຳອື່ນໆຊື່ງໄດ້ປະກາດໃຊ້ກ່ອນວັນທີ 1/1/2014 ກໍ່ຕ້ອງກວດຄືນເພື່ອປັບປຸງ, ເພີ່ມເຕີມຫລືປະກາດໃຊ້ໃໝ່ໃຫ້ເໝາະສົມກັບຂໍ້ກຳນົດຂອງລັດຖະທຳມະນູນ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ເວົ້າວ່າ:
“ທຸກຂັ້ນ, ທຸກຂະແໜງການ, ບັນດາອົງການ, ທ້ອງຖິ່ນຕ່າງໆຄວນເປັນເຈົ້າການສ້າງແຜນການຂອງຕົນ, ຕ້ອງຊຸກຍູ້, ກວດກາເປັນປະຈຳ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດເກີດຂຶ້ນໃນວິວັດການຈັດຕັ້ງຜັນຂະຫຍາຍປະຕິບັດລັດຖະທຳມະນູນຢ່າງທັນການເພື່ອໃຫ້ບັນດາຂໍ້ກຳນົດຂອງລັດຖະທຳມະນູນໄດ້ຮັບການປະຕິບັດຢ່າງເຂັ້ມງວດ“.
ໂຄສະນາ: ຮູບການສຳຄັນເພື່ອເຜີຍແຜ່ລັດຖະທຳມະນູນ
