ກ່ອນທີ່ຮັບດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາ (ເດືອນມັງກອນ 2021), ທ່ານ Joe Biden ໄດ້ມີການພົບປະກັບທ່ານ ສີຈີ້ນຜິງ ມາຫຼາຍຄັ້ງແລ້ວ. ແຕ່ເຖິງຢ່າງໃດກໍຕາມ, ໃນຖານະເປັນຜູ້ນຳປະເທດ ອາເມລິກາ, ທ່ານ Joe Biden ຫາກໍມີການໂອ້ລົມກັບທ່ານ ສີຈີ້ນຜີງ ທາງໂທລະສັບເປັນສອງຄັ້ງ ແລະ ຍັງບໍ່ທັນໄດ້ເຈລະຈາກັບທ່ານປະທານປະເທດ ຈີນ ສີຈີ້ນຜີງ ເທື່ອ. ຍ້ອນເຫດນັ້ນ, ກອງປະຊຸມສຸດຍອດ ອາເມລິກາ - ຈີນ ທີ່ດຳເນີນໃນວັນທີ 16 ພະຈິກ ນີ້ ແມ່ນເຫດການທີ່ທັງຫາງສຽງສອງປະເທດ ກໍຄື ສາກົນມີຄວາມສົນໃຈເປັນພິເສດ.

ສະພາບການທີ່ມີສິ່ງທ້າທາຍຫຼາຍຢ່າງ

ໃນການເຈລະຈາຄັ້ງສຸດຍອດແບບທາງໄກ ລະຫວ່າງທ່ານປະທານາທິບໍດີ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜີງ ຖືກດຳເນີນໃນຈຸດເວລາທີ່ ການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ໄດ້ຮັບການຕີລາຄາວ່າ ພວມຢູ່ໃນລະດັບຕ່ຳທີ່ສຸດໃນຫຼາຍທົດສະວັດຜ່ານມາ. ຄວາມຊຸດໂຊມຂອງການພົວພັນ ອາເມລິກາ - ຈີນ ໄດ້ເລີ່ມຕົ້ນ ແລະ ເກີດຂຶ້ນຢ່າງແຮງທີ່ສຸດ ແມ່ນໃນສະໄໝທ່ານປະທານາທິບໍດີ Donald Trump ນຳພາປະເທດ ອາເມລິກາ. ເມື່ອດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາ (1/2021), ທ່ານ Joe Biden ສືບຕໍ່ຖື ຈີນແມ່ນສິ່ງທ້າທາຍແຖວໜ້າຂອງ ອາເມລິກາ, ພ້ອມທັງສຸມເຫື່ອເທແຮງເຕົ້າໂຮມປະເທດສຳພັນທະມິດເພື່ອຮັບມື, ເຊິ່ງສາມາດເຫັນຈະແຈ້ງທີ່ສຸດຜ່ານການເດີນທາງໄປຢ້ຽມຢາມ ເອີຣົບ ຄັ້ງປະຫວັດສາດ ເມື່ອເດືອນ ມິຖຸນາ ຜ່ານມາ.

ກ່ອນດຳເນີນກອງປະຊຸມສຸດຍອດ, ວັນທີ 13 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ກ່າວເຕືອນແຕ່ລະຝ່າຍຢ່າງແຮງກ່ຽວກັບໜຶ່ງໃນບັນດາຫົວຂໍ້ທີ່ສອງຝ່າຍພວມມີຄວາມບໍ່ລົງລອຍກັນໃນປັດຈຸບັນ ນັ້ນແມ່ນບັນຫາ ໄທເປ - ຈີນ. ໂດຍຕອບຄືນ, ທ່ານລັດຖະມົນຕີ ຈີນ ຫວາງອີ ຊີ້ແຈ້ງວ່າ ການກະທຳຂອງ ອາເມລິກາ ໄດ້ຮັບຖືວ່າ ແມ່ນການສະໜັບສະໜູນ “ເອກະລາດຂອງ ໄທເປ - ຈີນ” ແລະ “ມີອັນຕະລາຍທີ່ສຸດ”.

ສອງຝ່າຍພວມປະເຊີນໜ້າກັບຄວາມສ່ຽງກ່ຽວກັບຫຼາຍບັນດາຕື່ມອີກ. ໃນນັ້ນ, ຈີນ ໄດ້ມີປະຕິກິລິຍາຢ່າງຮຸນແຮງຕໍ່ເລື່ອງ ອາເມລິກາ ສ້າງຕັ້ງ ສຳພັນທະມິດ AUKUS ກັບສອງປະເທດພັນທະມິດ ອັງກິດ ແລະ ອົດສະຕາລີ ເມື່ອເດືອນກັນຍາ ຜ່ານມາ, ກໍຄືເລື່ອງ ວໍຊິງຕັນ ເພີ່ມທະວີການພົບປະກັບຄູ່ຮ່ວມມືສຳຄັນໃນຍຸດທະສາດຫັນໄປສູ່ທະວີບ ອາຊີ. ໃນຂະນະນັ້ນ, ການຂັດແຍ້ງດ້ານການຄ້າທີ່ແກ່ຍາວມາເປັນເວລາຫຼາຍປີຜ່ານມາລະຫວ່າງສອງຝ່າຍ ກໍຍັງບໍ່ທັນມີສັນຍາຫຼຸດລົງເທື່ອ. ພ້ອມດຽວກັນນັ້ນແມ່ນເລື່ອງສິດທິມະນຸດ, ຄວາມເສລີໃນການເດີນເຮືອຢູ່ມະຫາສະໝຸດ ອິນເດຍ - ປາຊີຟິກ.

ນອກນັ້ນ, ການນຳສອງປະເທດດັ່ງກ່າວ ກໍພວມຢືນຢູ່ຕໍ່ໜ້າຄວາມກົດດັນຈາກບັນຫາຕ່າງໆຢູ່ພາຍໃນປະເທດ ເຊິ່ງປະຊາຊົນພວມສົນໃຈ. ສຳລັບ ການນຳ ອາເມລິກາ, ນັ້ນແມ່ນຄວນຍຸແຍ່ແກ່ດຶງການສະໜັບສະໜູນຈາກຜູ້ມີສິດເລືອກຕັ້ງທີ່ເດີນຕາມທິດທາງອັນແຂງກະດ້າງຂອງ ຈີນໃນການເລືອກຕັ້ງ ສະພາແຫ່ງຊາດກາງສະໄໝ ໃນປີ 2022 ແລະ ໄກກວ່າແມ່ນການເລືອກຕັ້ງປະທານາທິບໍດີ ໃນປີ 2024. ສ່ວນການນຳ ຈີນ, ພັດມີຄວາມກົດດັນຕ້ອງສະແດງພາບພົດຂອງການນຳຜູ້ເຂັ້ມແຂງກ່ອນດຳເນີນກອງປະຊຸມໃຫຍ່ຂອງພັກກອມມູນິດ ຈີນ ເຊິ່ງຈະດຳເນີນໃນປີ 2022.

ເປັນທີ່ຈະແຈ້ງແລ້ວວ່າ, ໃນສະພາບທີ່ພິເສດນີ້ ໄດ້ວາງອອກສິ່ງທ້າທາຍໃຫຍ່ຫຼວງທີ່ສຸດ ສຳລັບແງ່ຫວັງປັບປຸງສາຍພົວພັນລະຫວ່າງ ອາເມລິກາ - ຈີນ ໃນໄລຍະສັ້ນ.

ບາດກ້າວເດີນທີ່ຈຳເປັນ

ເຖິງວ່າເປັນແນວນັ້ນກໍຕາມ, ແຕ່ກອງປະຊຸມສຸດຍອດ ອາເມລິກາ - ຈີນ ໃນວັນທີ 16 ພະຈິກ ຍັງໄດ້ຮັບການຕີລາຄາວ່າ ມີຄວາມໝາຍສຳຄັນ, ແມ່ນບາດກ້າວເດີນທີ່ຈຳເປັນສຳລັບອະນາຄົດການພົວພັນລະຫວ່າງສອງຝ່າຍ. ກ່ອນອື່ນໝົດ, ໃນສະພາບການສູ້ຢັນກັນທີ່ເກີດຂຶ້ນຢ່າງຮຸນແຮງ, ການດໍາເນີນກອງປະຊຸມຕາມຮູບການທາງໄກນັ້ນ ໄດ້ສະແດງໃຫ້ເຫັນວ່າ ສອງຝ່າຍຍັງມີຄວາມຕ້ອງການເຈລະຈາ ແລະ ຍັງສາມາດເຈລະຈານຳກັນໄດ້. ທີສອງແມ່ນ, ຜ່ານການເຈລະຈາ, ສອງຝ່າຍຈະມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບຫຼັກໝັ້ນ, ທັດສະນະ ກໍຄືຄວາມຮຽກຮ້ອງ ແລະ ຄວາມຕ້ອງການຂອງກັນ, ຈາກນັ້ນກໍມີບ່ອນອີງເພື່ອດັດປັບການກະທຳ, ວິທີການປະພຶດ, ຫຼີກລ້ຽງບາດກ້າວເດີນທີ່ອາດຈະເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ.

ໃນຕົວຈິງ, ເຖິງວ່າມີການຖະແຫຼງແຂງກະດ້າງກໍຕາມ, ແຕ່ວົງການເຈົ້າໜ້າທີ່ຂອງສອງປະເທດນີ້ ຍັງຢັ້ງຢືນຄວາມປາດຖະໜາຢາກເຈລະຈາ ແລະ ຮ່ວມມືນຳກັນ. ກ່ອນທີ່ດຳເນີນການເຈລະຈາ, ທ່ານ Jen Psaki ເລຂາດ້ານການຂ່າວ ທຳນຽບຂາວ ອາເມລິກາ ໃຫ້ຮູ້ວ່າ ການນຳສອງປະເທດຈະປຶກສາຫາລືກ່ຽວກັບມາດຕະການແກ້ໄຂຄວາມແກ້ງແຍ້ງລະຫວ່າງສອງປະເທດຢ່າງມີຄວາມຮັບຜິດຊອບ, ກໍຄືມາດຕະການຮ່ວມມືເພື່ອຜົນປະໂຫຍດລວມ”. ສຳລັບຝ່າຍ ຈີນ, ໃນສານສົ່ງເຖິງງານລ້ຽງປະຈຳປີຂອງ ຄະນະກຳມະການແຫ່ງຊາດກ່ຽວກັບການພົວພັນ ອາເມລິກາ - ຈີນ (NCUSCR) ຢູ່ ນິວຢອກ ຫວ່າງມໍ່ໆມານີ້, ທ່ານປະທານປະເທດ ຈີນ ສີຈີ້ນຜີງ ສືບຕໍ່ຢືນຢັນຄວາມພ້ອມເພີ່ມທະວີການຮ່ວມມືກັບ ອາເມລິກາ ໃນຂົງເຂດຕ່າງໆ ເພື່ອພ້ອມກັນຮັບມືກັບບັນຫາໃຫຍ່ຂອງພາກພື້ນ ແລະ ສາກົນ, ກໍຄືສິ່ງທ້າທາຍທົ່ວໂລກ, ພ້ອມທັງຄວບຄຸມຄວາມບໍ່ລົງລອຍກັນໃຫ້ສົມເຫດສົມຜົນ, ຊຸກຍູ້ການພົວພັນລະຫວ່າງ ຈີນ - ອາເມລິກາ ກັບຄືນສູ່ຢ່າງຖືກທິດ.

ເປັນທີ່ຈະແຈ້ງແລ້ວວ່າ, ຄວາມຕ້ອງການ ແລະ ຄວາມເປັນໄປໄດ້ຂອງການເຈລະຈາ, ການຮ່ວມມືລະຫວ່າງ ອາເມລິກາ - ຈີນ ແມ່ນຈຳເປັນ. ບັນຫາທີ່ຫາງສຽງມີຄວາມສົນໃຈໃນປັດຈຸບັນແມ່ນມີຄວາມເຊື່ອໝັ້ນຢ່າງພຽງພໍເພື່ອລົບລ້າງການຂັດແຍ້ງກັນເພື່ອຮ່ວມມື ພ້ອມກັນພັດທະນາ, ເພື່ອຜົນປະໂຫຍດຂອງແຕ່ລະຝ່າຍ ແລະ ເພື່ອປະຊາຄົມສາກົນ./.