ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊີ້ແຈ້ງວ່າ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຄອມມູນິດ ຫວຽດນາມ ໄດ້ເຫັນດີເປັນຢ່າງສູງ ວາງອອກຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ 10 ປີ 2021 – 2030 ແລະ ທິດທາງ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025. ເພື່ອເຫັນເປັນລະບອບລະບຽບການລະອຽດ ແລະ ປະຕິບັດເປົ້າໝາຍ, ໜ້າທີ່ເຊິ່ງກອງປະຊຸມໃຫຍ່ໄດ້ວາງອອກຢ່າງມີໄຊ, ໃນໄລຍະຜ່ານມາ, ກົມການເມືອງສູນກາງພັກ ໄດ້ຊີ້ນຳຄະນະຮັບຜິດຊອບວຽກງານພັກລັດຖະບານ, ບັນດາກະຊວງ, ຄະນະ, ຂະແໜງການ ແລະ ທ້ອງຖິ່ນ ຈົ່ງຄົ້ນຄວ້າ, ອັບເດດສະພາບການໂດຍດ່ວນຢ່າງເຂັ້ມງວດ, ໂດຍສະເພາະແມ່ນສະພາບການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ແຜນການການເງິນແຫ່ງຊາດ ແລະ ແຜນການການລົງທຶນສາທາລະນະໄລຍະກາງ 5 ປີ 2016 – 2020; ພ້ອມດຽວກັນນັ້ນ, ກໍໄຈ້ແຍກ, ຄາດຄະເນທ່າອ່ຽງພັດທະນາຂອງປະເທດຊາດ ຕໍ່ໜ້າສະພາບການຜັນປ່ຽນຂອງໂລກ ນັບແຕ່ຕົ້ນປີມານີ້ ເພື່ອລາຍງານຕໍ່ກົມການເມືອງປະກອບຄຳເຫັນຊີ້ນຳປະຕິບັດໃຫ້ສົມບູນແບບ, ຍື່ນສະເໜີຕໍ່ສູນກາງ ພິຈາລະນະ, ຕົກລົງທີ່ກອງປະຊຸມຄັ້ງນີ້. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ:
“ນີ້ແມ່ນບັນດາແຜນການທີ່ມີຄວາມສຳຄັນທີ່ສຸດ, ກວ້າງໃຫຍ່, ມີຄວາມໝາຍຕັດສິນສຳລັບການປະຕິບັດສຳເລັດເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງອອກຢ່າງມີໄຊ. ສະນັ້ນ, ສະເໜີໃຫ້ສູນກາງ ອີງໃສ່ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ໃບຍື່ນສະເໜີ, ບົດລາຍງານ, ເອກະສານທາບທາມຂອງຄະນະຮັບຜິດຊອບວຽກງານພັກລັດຖະບານ, ກໍຄືສະພາບການຕົວຈິງຢູ່ທ້ອງຖິ່ນ, ອົງການສຳນັກງານ, ຫົວໜ່ວຍຂອງຕົນ, ສະຫງວນເວລາຄົ້ນຄວ້າ, ປຶກສາຫາລື, ຕີລາຄາຢ່າງພາວະວິໄສ, ຮອບດ້ານກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງປະເທດເຮົາໃນປັດຈຸບັນ ແລະ ໄຈ້ແຍກ, ຄາດຄະເນທ່າອ່ຽງພັດທະນາໃນໄລຍະຈະມາເຖິງ ດ້ວຍໃຕ້ຜົນກະທົບຈາກໂລກລະບາດໂຄວິດ - 19, ການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ບັນດາທ່າອ່ຽງການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນໂລກ”.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ |
“ເຊື່ອມຊຶມຢ່າງຖືກຕ້ອງ, ຈັດຕັ້ງປະຕິບັດບັນດາແຜນນະໂຍບາຍ, ລັດຖະນະໂຍບາຍຊີ້ຂາດຂອງກອງປະຊຸມໃຫຍ່ຄັ້ງທີ XIII ກ່ຽວກັບການສ້າງລະບອບລະບຽບການພັດທະນາໃຫ້ສົມບູນແບບ, ຄົບຊຸດ, ກ່ອນອື່ນໝົດແມ່ນລະບອບລະບຽບການພັດທະນາເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ; ພັດທະນາຢ່າງວ່ອງໄວ ແລະ ຍືນຍົງນັບທັງທາງດ້ານເສດຖະກິດ, ສັງຄົມ ແລະ ສະພາບແວດລ້ອມ; ປັບປຸງ, ເພີ່ມທະວີການສ້າງເສດຖະກິດມະຫາພາກເປັນປົກກະຕິ; ຍົກສູງກຳລັງພາຍໃນ, ສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ; ການເຕີບໂຕເສດຖະກິດຕິດພັນກັບການພັດທະນາສັງຄົມ, ສ້າງ, ເສີມຂະຫຍາຍຄຸນຄ່າວັດທະນະທຳ ແລະ ກຳລັງແຮງຂອງຊາວ ຫວຽດນາມ; ປະຕິບັດຄວາມກ້າວໜ້າ ແລະ ຍຸຕິທຳໃນສັງຄົມ, ຮັບປະກັນລັກສະນະດີເລີດຂອງລະບອບສັງຄົມນິຍົມຢູ່ ຫວຽດນາມ; ປ່ຽນແປງໃໝ່ວິທີການຊີ້ນຳ, ນຳພາບໍລິຫານຢ່າງແຮງ; ຍູ້ແຮງການຈັດແບ່ງຂັ້ນ, ຈັດແບ່ງສິດອຳນາດຕິດພັນກັບການກຳນົດໜ້າທີ່ຄວາມຮັບຜິດຊອບຢ່າງຈະແຈ້ງ ແລະ ເພີ່ມທະວີປະສິດທິພາບ, ປະສິດທິຜົນໃນການສົມທົບ, ຕິດຕາມກວດກາການປະຕິບັດ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ສິ່ງທີ່ຄ້າງຄາໃນວິວັດການພັດທະນາ…”
ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ເນື້ອໃນລາຍການກອງປະຊຸມສູນກາງພັກ ຄັ້ງນີ້ ລວມມີຫຼາຍບັນຫາພື້ນຖານ ແລະ ສຳຄັນ, ຊຶ່ງກ່ຽວຂ້ອງເຖິງວຽກງານຊີ້ນຳ, ນຳພາຢ່າງມີໄຊຕໍ່ການຈັດຕັ້ງປະຕິບັດເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ; ການກໍ່ສ້າງພັກ ແລະ ລະບົບການເມືອງປອດໃສ, ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານ, ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ໃນອາຍຸການຊຸດທີ XIII, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ, ໜ້າທີ່ປະຕິວັດໃນໄລຍະໃໝ່. ດັ່ງນັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ສະເໜີໃຫ້ສູນກາງ ຈົ່ງສະຫງວນເວລາສຸມໃສ່ການຄົ້ນຄວ້າ, ປຶກສາຫາລື, ປະກອບຄຳຄິດເຫັນ ເພື່ອສືບຕໍ່ສ້າງໃຫ້ສຳເລັດ ແລະ ພິຈາລະຈາ, ຕົກລົງບັນດາບັນຫາເຫຼົ່ານັ້ນ ໃນຕອນທ້າຍຂອງກອງປະຊຸມ./.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

