ຫວ່າງແລ້ວນີ້, ອຳນາດການປົກຄອງອາເມລິກາ ໄດ້ສະແດງອອກໃຫ້ເຫັນການປ່ຽນແປງອັນເປັນພື້ນຖານ ກ່ຽວກັບຫຼັກໝັ້ນທີ່ໄດ້ຮັກສາໄວ້ໃນຫຼາຍທົດສະວັດທີ່ຜ່ານມາ ໃນການຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ ຢູ່ເຂດດິນແດນຍຶດຄອງຂອງຊາວ Palestine. ວັນທີ 18 ພະຈິກ, ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ປະກາດວ່າ Washington ສະໜັບສະໜູນສິດຂອງ Israel ໃນການກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ຊື່ງເປັນຂີດໝາຍແຫ່ງການຕ່າວປີ້ນນະໂຍບາຍຂອງ ອາເມລິກາ ໃນ 40 ປີທີ່ຜ່ານມາ ໃນຂະນະທີ່ໄດ້ປະຕິເສດທັດສະນະດ້ານກົດໝາຍຂອງກະຊວງການຕ່າງປະເທດ ອາເມລິກາ ມາແຕ່ປີ 1978, ໃນນັ້ນຖືວ່າ ບັນດາເຂດຕັ້ງຖິ່ນນຖານຄົງທີ່ແມ່ນ “ບໍ່ເໝາະສົມກັບກົດໝາຍສາກົນ”.

ເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ ຢູ່ເຂດດິນແດນຍຶດຄອງຂອງຊາວ Palestineຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ

ໃນທັນທີ, ການກະທຳຂອງ ອາເມລິກາ ຖືກປະຕິເສດ ແລະ ກ່າວປະນາມຢ່າງແຮງຈາກໂລກ ອາຣັບ, ບັນດາປະເທດໃນພາກພື້ນ ແລະ ໃນໂລກ, ໃນນັ້ນ, ມີຫຼາຍປະເທດພັນທະມິດທີ່ໃກ້ຊິດສະໜິດສະໜົມຂອງ Washington. ທ່ານ Riyad Mansour ເອກອັກຄະລັດຖະທູດ Palestine ປະຈຳ ສປຊ ຊີ້ແຈ້ງວ່າ: ອີກເທື່ອໜື່ງ, ອຳນາດການປົກຄອງຂອງປະທານາທິບໍດີ ອາເມລິກາ Donald Trump ໄດ້ຍົກອອກຄຳຖະແຫຼງທີ່ຜິດພາດກ່ຽວກັບເຂດຕັ້ງຖິ່ນຖານຄົງທີ່ຂອງ Israel ເພື່ອແນໃສ່ທຳລາຍທຸກໂອກາດສ້າງສັນຕິພາບ, ຄວາມສະຫງົບປອດໄພ ແລະ ສະຖຽນລະພາບໃນພາກພື້ນ. Palestine ຖືວ່າ ນັ້ນແມ່ນຄຳຖະແຫຼງທີ່ບໍ່ມີຄວາມຮັບຜິດຊອບ, ບໍ່ມີຄຸນຄ່າດ້ານກົດໝາຍ, ປະຫວັດສາດ, ການເມືອງ ແລະ ຄຸນສົມບັດ. ສະຫະພັນ ອາຣັບ ພ້ອມກັບບັນດາປະເທດສະມາຊິກ ແລະ ບັນດາປະເທດໃນພາກພື້ນຄື: ອີຣານ, ຕວກກີ ກໍ່ຕຳໜິຕິຕຽນການກະທຳຂອງ ອາເມລິກາ ຢ່າງແຮງ, ຖືວ່າ, ນັ້ນແມ່ນບາດກ້າວເດີນທີ່ອັນຕະລາຍ ເຮັດໃຫ້ມາດຕະການສອງລັດຖືກລົ້ມລະລາຍ ແລະ ທຳລາຍບັນດາຄວາມມານະພະຍາຍາມໃນການກໍ່ສ້າງສັນຕິພາບຢູ່ຕາເວັນອອກກາງຂອງປະຊາຄົມໂລກ.

ຈາກເອີລົບ ແລະ ຫຼາຍພາກພື້ນອື່ນໆໃນໂລກ, ມີຫຼາຍປະເທດ ແລະ ອົງການຈັດຕັ້ງ ກໍ່ໄດ້ອອກສຽງສະແດງການຄັດຄ້ານ ແລະ ກ່າວເຕືອນກ່ຽວກັບບັນດາຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງຈາກເລື່ອງ ອາເມລິກາ ຮັບຮອງເອົາສິດຂອງ Israel ສຳລັບເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ.

ໃນຕົວຈິງ, ພາຍຫຼັງການຖະແຫຼງຂອງ ອາເມລິກາ ພຽງ 2, 3 ວັນ, ວົງການເຈົ້າໜ້າທີ່ Israel ໄດ້ປິດປະຕູບັນດາຫ້ອງການສື່ມວນຊົນຂອງ Palestine ທີ່ປະຈຳຢູ່ Jerusalem. ອຳນາດການປົກຄອງ Palestine ແລະ ຫຼາຍປະເທດ ອາຣັບ ຖືວ່າ ນີ້ແມ່ນບາດກ້າວເດີນໃໝ່ທີ່ອັນຕະລາຍທີ່ສຸດ, ທຳລາຍຄຳໝັ້ນສັນຍາຂອງ Israelກັບສັນຍາ Osloທີ່ໄດ້ລົງນາມເມື່ອປີ 1993 ຢູ່ ອາເມລິກາ ແລະ ປີ 1995 ຢູ ອີຢີບ. ນັກໄຈ້ແຍກໃນພາກພື້ນຫຼາຍທ່ານໄດ້ກ່າວເຕືອນວ່າ Israel ຍັງຈະດຳເນີນຫຼາຍບາດກ້າວປີນຂັ້ນໄດຢ່າງຮ້າຍແຮງກ່ວານີ້ຕື່ມອີກ, ໃນຂະນະທີ່ບັນດາກຸ່ມປະກອບອາວຸດ Palestineກໍ່ຖະແຫຼງວ່າຈະດຳເນີນບັນດາມາດຕະການໃຊ້ຄວາມຮຸນແຮງ ຕ້ານຄືນການບ່ວງບ້າ ຂອງ Israel ແລະ ອາເມລິກາ.

ເມື່ອທ້າຍປີ 2017, ເລື່ອງອຳນາດການປົກຄອງອາເມລິກາ ຮັບຮອງເອົາJerusalemແມ່ນນະຄອນຫຼວງຂອງ Israel ແລະ ຍົກຍ້າຍສະຖານທູດມາຍັງສະຖານທີ່ແຫ່ງນີ້ ໄດ້ກໍ່ໃຫ້ເກີດກະແສຟອງໂກດແຄ້ນຢ່າງແຮງຈາກຊາວ Palestine, ອັນໄດ້ພາໄປເຖິງບັນດາການປະທະກັນທີ່ນອງເລືອດຢູ່ລຽບຕາມເຂດຊາຍແດນລະຫວ່າງ Israel ແລະ ເຂດກາຊາ, ອັນໄດ້ເຮັດໃຫ້ປະຊາຊົນເສຍຊີວິດນັບຮ້ອຍຄົນ ແລະ ນັບພັນຄົນຖືກບາດເຈັບ. ຍ້ອນເຫດນັ້ນ, ສະພາບການຢູ່ຕາເວັນອອກກາງ ຍັງມີການຜັນແປທີ່ສັບສົນທີ່ສຸດ, ຄືສະພາບການການເມືອງພາຍໃນຢູ່ທັງ Israel ແລະ Palestine ຍັງບໍ່ທັນກັບຄືນສູ່ສະພາບການເປັນປົກກະຕິ, ບັນດາການບຸກໂຈມຕີຊື່ງກັນ ແລະ ກັນຢູ່ເຂດຊາຍແດນ ລະຫວ່າງບັນດາກຸ່ມປະກອບອາວຸດ Palestine ແລະ ທະຫານ Israel ໄດ້ເກີດຂຶ້ນເປັນປະຈຳ, ການເພີ່ມຄວາມເຄັ່ງຕຶງຄັ້ງໃໝ່ຢູ່ພາກພື້ນນີ້ ຖືກຄາດຄະເນວ່າ ອາດຈະມີຄວາມສ່ຽງເກີດການໃຊ້ຄວາມຮຸນແຮງຢ່າງຮ້າຍແຮງທີ່ສຸດ ແລະ ຍູ້ວິວັດການສ້າງສັນຕິພາບຢູ່ຕາເວັນອອກກາງ ຊື່ງເຕັມໄປດ້ວຍສິ່ງງທ້າທາຍນາໆປະການນັ້ນຢືນຢູ່ຕໍ່ໜ້າໄພອັນຕະລາຍຖືກລົ້ມລະລາຍຢ່າງສິ້ນເຊີງ