(vovworld) – ທີ່ກອງປະຊຸມປະຈຳເດືອນ 3/2017 ຂອງລັດຖະບານ ຊຶ່ງຫາກໍ່ດຳເນີນໃນຕົ້ນອາທິດ, ລັດຖະບານ ຫວຽດນາມ ໄດ້ພິຈາລະນາບົດລາຍງານຫົວເລື່ອງສະເພາະກ່ຽວກັບການປະຕິວັດເຕັກໂນໂລຢີຄັ້ງທີ 4 ຫຼື ເອີ້ນວ່າ ການປະຕິວັດ 4.0. ຕາມນັ້ນແລ້ວ ບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ໄດ້ສະເໜີບັນດານະໂຍບາຍ ແລະ ມາດຕະການ ເພື່ອໝູນໃຊ້ກາລະໂອກາດ ຊຶ່ງການປະຕິວັດເຕັກໂນໂລຢີນີ້ ນຳມາໃຫ້. ບົດຂຽນຂອງບັນນາທິການ ທູຮວາ ມີຫົວຂໍ້ວ່າ: “ຫວຽດນາມ ກະກຽມ ຕ້ອນຮັບການປະຕິວັດເຕັກໂນໂລຢີຄັ້ງທີ 4”.

(ພາບປະກອບ / TTXVN)
ໃນປະຫວັດສາດແຫ່ງການພັດທະນາເຕັກໂນໂລຢີ ແລະ ອຸດສາຫະກຳ, ມວນມະນຸດໄດ້ເຫັນປະຈັກຕາການປະຕິວັດອຸດສາຫະກຳ 3 ຄັ້ງ ນັບແຕ່ທ້າຍສະຕະວັດທີ 18 ດ້ວຍການປະດິດສ້າງເຄື່ອງຈັກອາຍນ້ຳໂອໂຕມາຕິກ, ທ້າຍສະຕະວັດທີ 19 ດ້ວຍພະລັງງານໄຟຟ້າ, ທ້າຍສະຕະວັດທີ 20 ດ້ວຍບົດບາດຂອງເອເລັກໂຕນິກ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການຜະລິດອັດຕະໂນມັດ. ປະຈຸບັນ ໂລກພວມເວົ້າເຖິງການເລີ່ມຕົ້ນຂອງ ການປະຕິວັດເຕັກໂນໂລຢີຄັ້ງທີ 4 ດ້ວຍ ພູມປັນຍາທີ່ເຝີ້ຝັນ, ສັກກະລາດດີຈີຕອນ ແລະ ການພັດທະນາພຸ່ງຂຶ້ນຂອງບັນດາເຕັກໂນໂລຢີລະຫວ່າງຂະແໜງ, ຫລາຍຂະແໜງ, ທົ່ວທັງຂະແໜງ, ເຮັດໃຫ້ການກຳນົດຂອບເຂດຄົ້ນຄວ້າຂະແໜງມູນເຊື້ອມືດມົວຄື: ຟີຊິກສາດ, ເຕັກນິກດີຈີຕອນ ແລະ ຊີວະສາດ. ລະດັບການພັດທະນາຕາມເລກກຳລັງ ແລະ ຂອບຂະໜາດການກະທົບຂອງບັນດາເຕັກໂນໂລຢີໃໝ່ ພວມເຮັດໃຫ້ປ່ຽນແປງທຸກຂົງເຂດຂອງຊີວິດເສດຖະກິດ - ສັງຄົມ, ທຸກລະບົບການຜະລິດ, ຄຸ້ມຄອງ ແລະ ບໍລິຫານຂອງບັນດາປະເທດໃນໂລກ, ໃນນັ້ນ ມີ ຫວຽດນາມ.
ເປັນເຈົ້າການຍາດແຍ່ງກາລະໂອກາດ ແລະ ຜ່ານຜ່າສິ່ງທ້າທາຍ

ປ່ຽນແປງໃໝ່ວິທະຍາສາດ, ຫນູນຊ່ວຍການເລີ່ມທຸລະກິດ ແລະ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ
ພ້ອມກັບບັນດາວິທີແກ້ໄຂດ້ານເສດຖະກິດ ແລະ ສັງຄົມ, ດ້ວຍແງ່ມູມນະໂຍບາຍວິທະຍາສາດ ແລະ ເຕັກໂນໂລຢີ, ຫວຽດນາມໄດ້ກຳນົດບັນດາຂະແໜງ ເຕັກໂນໂລຢີອຸດສາຫະກຳທີ່ຫວຽດນາມໃຫ້ບຸລິມະສິດເພື່ອພັດທະນາໃນໄລຍະກາງ ແລະ ໄລຍະຍາວເພື່ອຮັບເອົາທ່າອ່ຽງເຕັກໂນໂລຢີໃໝ່ໃນໂລກ. ຫວຽດນາມ ກໍປ່ຽນແປງໜ້າທີ່ ວິທະຍາສາດ ແລະ ເຕັກໂນໂລຢີລະດັບຊາດທີ່ສອດຄ່ອງກັບທ່າອ່ຽງພັດທະນາບັນດາການສຶກສາຄົ້ນຄ້ວາລະຫວ່າງຂະແໜງ ແລະ ທັງຂະແໜງຊີວະສາດ, ຟີຊິກສາດ ແລະ ເຕັກນິກດີຈີຕອນ. ຫວຽດນາມຫັນປ່ຽນຈຸດສຸມດ້ານນະໂຍບາຍ ວິທະຍາສາດ ແລະ ເຕັກໂນໂລຢີ, ຈາກບ່ອນລົງທຶນໃຫ້ແກ່ການເຄື່ອນໄຫວຄົ້ນຄ້ວາ-ຜັນຂະຫຍາຍເປັນຕົ້ນຕໍໄປສູ່ການເອົາໃຈໃສ່ລົງທຶນໃຫ້ການຫັນໝາກຜົນເປັນການຄ້າ, ຖືວິສາຫະກິດເປັນໃຈກາງຂອງລະບົບປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງແຫ່ງຊາດ. ຫວຽດນາມກໍໄດ້ເລັ່ງໃສ່ຍົກສູງກຳລັງຄວາມສາມາດຮັບເອົາເຕັກໂນໂລຢີຂອງວິສາຫະກິດ; ສະຫງວນຄ່າໃຊ້ຈ່າຍໃຫ້ການນຳເຂົ້າສິນຄ້າເທົ່າທີ່ຄວນ ແລະເປັນເຈົ້າການທາງດ້ານເຕັກໂນໂລຢີທີ່ກ້າວໜ້າຂອງໂລກ. ພ້ອມກັນນັ້ນ, ກໍສຸມໃສ່ລົງທຶນໃຫ້ແກ່ການຄົ້ນຄ້ວານຳໃຊ້ເພື່ອຍົກສູງຄວາມສາມາດທາງດ້ານເຕັກໂນໂລຢີຢູ່ພາຍໃນປະເທດ, ລະດັບການອອກແບບ, ຜະລິດ, ນຳໃຊ້ເຕັກໂນໂລຢີໃນບັນດາຂະແໜງການ, ຂົງເຂດຕ່າງໆຮັບບຸລິມະສິດ. ໃນເງື່ອນໄຂແຫຼ່ງກຳລັງຖືກຈຳກັດ, ນະໂຍບາຍໜູນຊ່ວຍການເລີ່ມທຸລະກິດຂອງຫວຽດນາມແມ່ນສຸມໃສ່ໃຫ້ແກ່ບັນດາວິສາຫະກິດເລີ່ມທຸລະກິດປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ມີຄວາມສາມາດເຕີບໂຕສູງ. ລັດຖະບານຍັງສືບຕໍ່ໃຫ້ບຸລິມະສິດແກ່ການຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ເອົາໃຈໃສ່ຍົກສູງລະດັບຄວາມຮູ້ໃຫ້ແກ່ພະນັກງານດ້ານເຕັກນິກ, ບໍລິຫານເຕັກໂນໂລຢີ ແລະ ຄຸ້ມຄອງ, ບໍລິຫານວິສາຫະກິດ, ສົ່ງເສີມການຫັນປ່ຽນແຮງງານທີ່ມີລະດັບສູງຈາກບັນດາສະຖາບັນຄົ້ນຄ້ວາ, ມະຫາວິທະຍາໄລໄປສູ່ຂົງເຂດວິສາຫະກິດ, ເພີ່ມທະວີຄຸນນະພາບການບຳລຸງສ້າງຂັ້ນມະຫາວິທະຍາໄລ, ວິທະຍາໄລ, ການສອນວິຊາຊີບ, ຮັບປະກັນການສະໜອງແຮງງານທີ່ມີຄຸນນະພາບສູງໃຫ້ແກ່ບັນດາວິສາຫະກິດ.
ການປ່ຽນແປງໃໝ່ທາງດ້ານຈິນຕະນາການ ແລະ ແບບວິທີຄຸ້ມຄອງລັດແມ່ນອີງໃສ່ພື້ນຖານດ້ານເຕັກໂນໂລຢີ ເຕັກນິກສູງເພື່ອຫຼຸດຜ່ອນລະບຽບການບໍລິຫານທີ່ມີຕໍ່ວິສາຫະກິດ, ຮັບປະກັນການຫັນການເຄື່ອນໄຫວຂອງບັນດາອົງການສຳນັກງານແຫ່ງລັດເປັນກະຈ່າງແຈ້ງ ກໍແມ່ນເລື່ອງທີ່ຫວຽດນາມພວມປະຕິບັດເພື່ອຮັບເອົາຜົນປະໂຫຍດຈາກການປະຕິວັດເຕັກໂນໂລຢີຄັ້ງທີ 4. ປະຈຸບັນ, ຫວຽດນາມໄດ້ ແລະ ພວມກໍ່ສ້າງລັດຖະບານແຫ່ງການສ້າງສັນ, ຜັນຂະຫຍາຍແຜນຮ່າງລັດຖະບານເອເລັກໂຕນິກເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍສັງຄົມ, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ ພ້ອມທັງຊຸກຍູ້ການຜັນຂະຫຍາຍການປະຕິວັດເຕັກໂນໂລຢີຄັ້ງໃໝ່./.
