(vovworld) - ກະຊວງການຕ່າງປະເທດ ອາເມລິກາ ຫາກໍ່ປະກາດບົດລາຍງານສິດທິມະນຸດປະຈຳປີ 2016, ໃນນັ້ນ ຮັບຮູ້ບາງຜົນງານກ່ຽວກັບການປົກປ້ອງສິດທິມະນຸດຂອງ ຫວຽດນາມ. ແຕ່ເປັນໜ້າເສຍດາຍວ່າ ບົດລາຍງານຍັງຍົກອອກບາງຂໍ້ສັງເກດທີ່ຂາດພາວະວິໄສ, ບໍ່ສ່ອງແສງຖືກກັບສະພາບຕົງຈິງຢູ່ ຫວຽດນາມ. ສິ່ງດັ່ງກ່າວສະແດງໃຫ້ເຫັນ: ຄວາມຈຳເປັນ ຕ້ອງເພີ່ມທະວີການເຈລະຈາ ເພື່ອແນໃສ່ຮັດແຄບບັນດາຄວາມບໍ່ລົງລອຍກັນໃນໂລກ ກ່ຽວກັບຄຸນຄ່າສິດທິມະນຸດຢູ່ແຕ່ລະປະເທດ. ບົດຂຽນຂອງບັນນາທິການ ທູຮວາ ທີ່ມີຫົວຂໍ້ວ່າ: “ການເຈລະຈາແມ່ນວິທີແກ້ໄຂດີທີ່ສຸດ ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈກ່ຽວກັບສິດທິມະນຸດ”.

ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີງ
ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນປົກປ້ອງ ແລະ ຊຸກຍູ້ບັນດາສິດພື້ນຖານຂອງປະຊາຊົນ. ບັນດາຄວາມມານະພະຍາຍາມ ແລະ ຜົນງານຂອງ ຫວຽດນາມ ໃນການຮັບປະກັນ ແລະ ປັບປຸງບັນດາສິດພື້ນຖານຂອງປະຊາຊົນຢ່າງບໍ່ຢຸດຢັ້ງໃນໄລຍະຜ່ານມາ ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກປະຊາຄົມສາກົນ.
ນະໂຍບາຍບຸລິມະສິດຂອງ ຫວຽດນາມ ກ່ຽວກັບສິດທິມະນຸດ
ໜຶ່ງໃນບັນດາມາດຕະການຊຶ່ງ ຫວຽດນາມ ໃຫ້ບຸລິມະສິດຊຸກຍູ້, ປົກປ້ອງ, ຮັບປະກັນສິດທິມະນຸດແມ່ນ ສ້າງລະບົບກົດໝາຍກ່ຽວກັບສິດທິມະນຸດໃຫ້ສົມບູນແບບ. ໃນລະດັບສູງສຸດ, ລັດຖະທຳມະນູນປີ 2013 ຂອງ ຫວຽດນາມ ໄດ້ມີເຖິງ 36 ມາດຕາທີ່ກຳນົດກ່ຽວກັບສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ. ເປັນຄັ້ງທຳອິດໃນປະຫວັດການສ້າງລັດຖະທຳມະນູນ, ຫວຽດນາມ ກຳນົດ “ລັດຮັບປະກັນ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ; ຮັບຮູ້, ເຄົາລົບປົກປ້ອງແລະ ຮັບປະກັນສິດທິມະນູດ, ສິດພົນລະເມືອງ”. ເລື່ອງກຳນົດຫຼັກການນີ້ ແມ່ນສອດຄ່ອງກັບມາດຕະຖານກົດໝາຍສິດທິມະນູດສາກົນ, ເລີ່ມມາຈາກເນື້ອແທ້ຂອງສິດທິມະນຸດ ແລະ ທາດແທ້ຂອງລະບົບສັງຄົມນິຍົມຢູ່ ຫວຽດນາມ. ໃນລັດຖະທຳມະນູນປີ 2013 ແລະ ກົດໝາຍ, ເອກະສານນິຕິກຳຫລາຍສະບັບອື່ນໆ, ຫວຽດນາມ ກໍ່ຍົກສູງກົນໄກຕິດຕາມກວດກາ ແລະ ຄວບຄຸມສິດອຳນາດແຫ່ງລັດ ກໍ່ຄືປະປ່ອຍໃຫ້ທຸກຄົນເຂົ້າຮ່ວມການສ້າງລະບົບກົດໝາຍ, ລະບອບລະບຽບການໃຫ້ສົມບູນແບບ ເພື່ອຊຸກຍູ້, ຮັບປະກັນສິດທິມະນຸດໃນສະພາບຕົວຈິງ.
ຜົນງານທາງດ້ານສິດທິມະນຸດຂອງຫວຽດນາມແມ່ນບໍ່ອາດປະຕິເສດໄດ້
ໃນຂອບເຂດການສົນທະນາ ແລະ ການຮ່ວມມືທາງດ້ານສິດທິມະນຸດນັບທັງ 2 ຝ່າຍ ແລະ ຫຼາຍຝ່າຍເກືອບທັງໝົດນັ້ນ, ບັນດາປະເທດ ແລະ ຄູ່ຮ່ວມມືສາກົນ ກໍລ້ວນແຕ່ຕີລາຄາສູງບັນດາຜົນງານຂອງຫວຽດນາມທີ່ບັນລຸໄດ້ໃນທຸກຂົງເຂດການເມືອງ, ສັງຄົມ, ເສດຖະກິດ, ວັດທະນະທຳ, ການສຶກສາ, ການເຫຼື້ອມໃສ, ສາສະໜາ…ຫວຽດນາມເອົາໃຈໃສ່ເພີ່ມທະວີກົນໄກສົນທະນາ ແລະຮ່ວມມືກ່ຽວກັບບັນຫາສິດທິມະນຸດປະຈຳປີກັບຫຼາຍປະເທດ, ໃນນັ້ນມີອາເມລິກາ, ອົດສະຕາລີ, ນອກແວ, ສະວິດ…ຫວຽດນາມຍັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງຕັ້ງ ແລະ ເຄື່ອນໄຫວຂອງຄະນະກຳມະການລະຫວ່າງລັດຖະບານບັນດາປະເທດອາຊຽນກ່ຽວກັບ ສິດທິມະນຸດ, ສ້າງຖະແຫຼງການວ່າດ້ວຍ ສິດທິມະນຸດ ອາຊຽນ, ຊຶ່ງໄດ້ຮັບການຮັບຮອງເອົາທີ່ກອງປະຊຸມສຸດຍອດອາຊຽນຢູ່ນະຄອນຫຼວງພະນົມເປັນປະເທດກຳປູເຈຍ(11/2012).
ມາຮອດປະຈຸບັນ, ຫວຽດນາມແມ່ນໜຶ່ງໃນຈຳນວນ 6 ປະເທດສະມາຊິກສະຫະປະຊາຊາດໄດ້ປະຕິບັດສຳເລັດສ່ວນຫຼາຍເປົ້າໝາຍພັດທະນາສະຫັດສະວັດ(MDGs) ກ່ອນກຳນົດປີ 2015; ໄດ້ຮັບລາງວັນຜົນງານດີເດັ່ນໃນການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກຈາກອົງການອາຫານ ແລະ ການກະເສດໂລກ. ສະພາສິດທິມະນຸດແຫ່ງສະຫະປະຊາຊາດຊຸດທີ 26 , ໃນວັນທີ 20/6/2014 ໄດ້ຕີລາຄາສູງການປະຕິບັດສິດທິມະນຸດໃນບົດລາຍງານແຫ່ງຊາດຕາມກົນໄກກວດກາປະຈຳໄລຍະ (UPR) ຮອບທີ 2 ຂອງຫວຽດນາມ. ບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຂອງຫວຽດນາມເຂົ້າໃນຈຸດໝາຍລວມ, ນັ້ນແມ່ນຊຸກຍູ້ ແລະ ປົກປ້ອງສິດທິມະນຸດ, ຮັກສາບັນດາຫຼັກການພື້ນຖານຂອງກົດໝາຍສາກົນກ່ຽວກັບ ສິດທິມະນຸດ, ເປັນການຢັ້ງຢືນຕົວຈິງວ່າ ຫວຽດນາມຍາມໃດກໍເຄົາລົບ, ຮັບປະກັນບັນດາສິດອັນເປັນພື້ນຖານຂອງປະຊາຊົນ, ບໍ່ພຽງແຕ່ຢູ່ໃນການປັບປຸງລະບົບກົດໝາຍ, ນະໂຍບາຍທີ່ກ່ຽວຂ້ອງເຖິງ ສິດທິມະນຸດເທົ່ານັ້ນ, ຫາກຍັງໄດ້ປະຕິບັດໃນທຸກໆດ້ານເຊັ່ນ: ເສລີພາບໃນການປາກເວົ້າ, , ເສລີພາບທາງສື່ມວນຊົນ, ການສື່ຂ່າວ, ເສລີພາບໃນການເຫຼື້ອມໃສ, ສາສະໜາ, ຮັບປະກັນຊີວິດສັງຄົມ, ການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ການສຶກສາ…
ໃນໂລກປະຈຸບັນ, ຍັງມີຫຼາຍທັດສະນະທີ່ແຕກຕ່າງກັນກ່ຽວກັບບັນຫາສິດທິມະນຸດ, ແຕ່ບັນດາຜົນງານທາງດ້ານ ສິດທິມະນຸດຊຶ່ງຫວຽດນາມບັນລຸໄດ້ນັ້ນແມ່ນພະຍານຫຼັກຖານທີ່ບໍ່ອາດປະຕິເສດໄດ້ສຳລັບຄວາມມານະພະຍາຍາມຂອງຫວຽດນາມໃນຂົງເຂດນີ້. ການສືບຕໍ່ດຳເນີນບັນດາການສົນທະນາກ່ຽວກັບ ສິດທິມະນຸດລະຫວ່າງຫວຽດນາມ ແລະ ອາເມລິກາແມ່ນມາດຕະການທີ່ດີທີ່ສຸດເພື່ອໃຫ້ວົງການນັກການເມືອງ ແລະ ຊາວອາເມລິກາສາມາດເຂົ້າໃຈແຈ້ງກ່ວາກ່ຽວກັບສະພາບຕົວຈິງທາງດ້ານ ສິດທິມະນຸດຢູ່ຫວຽດນາມ, ຮັດແຄບບັນດາຄວາມບໍ່ລົງລອຍກັນກ່ຽວກັບຄຸນຄ່າທາງດ້ານ ສິດທິມະນຸດຢູ່ແຕ່ລະປະເທດ. ສິ່ງນີ້ເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດເປົ້າໝາຍລວມຂອງໂລກ, ນັ້ນແມ່ນປົກປ້ອງ, ຊຸກຍູ້ ສິດທິມະນຸດໃຫ້ນັບມື້ນັບດີງາມກ່ວາເກົ່າ./.
