ສິ່ງທີ່ເຫັນໄດ້ຢ່າງງ່າຍດາຍ ແລະ ບໍ່ອາດປະຕິເສດໄດ້ ນັ້ນແມ່ນ ບັນຍາກາດທີ່ເຕັມໄປດ້ວຍຄວາມສັນຕິພາບ ແລະ ຄວາມສຸກໃນທົ່່ວທຸກແຫ່ງຫົນຂອງລາຊະອານາຈັກກໍາປູເຈຍ ໃນຕະຫຼອດ 03 ອາທິດດໍາເນີນການຂົນຂວາຍຫາສຽງເລືອກຕັ້ງ ແລະ ວັນເລືອກຕັ້ງສະພາແຫ່ງຊາດຊຸດທີ 6. 20 ພັກການເມືອງທັງໝົດທີ່ໄດ້ເຂົ້າຮ່ວມການເລືອກຕັ້ງ ລ້ວນແຕ່ໄດ້ຈັດຕັ້ງການຂົນຂວາຍຜູ້ມີສິດເລືອກຕັ້ງ, ໂຄສະນາໂຄງການຫາສຽງເລືອກຕັ້ງ, ສະແດງທັດສະນະ, ນັບທັງບັນດາຄໍາເຫັນທີ່ຕໍາໜິຕິຕຽນລັດຖະບານ ຢ່າງເສລີໄດ້ ປະຊາຊົນກໍາປູເຈຍກໍມີສິດເສລີໃນການເລືອກຕັ້ງ ແລະ ສະແດງຄວາມຄິດເຫັນສະໜັບສະໜູນບັນດາພັກການເມືອງທີ່ເຂົາເຈົ້າມີຄວາມເຊື່ອໝັ້ນ.

ປະຊາຊົນກໍາປູເຈຍຕັ້ງຄວາມເຊື່ອໝັ້ນຕໍ່ການເລືອກຕັ້ງສະພາແຫ່ງຊາດ ຊຸດທີ 6

ທ່ານນາງ ສົມໂສ້ຄູນ (Som Sokhun), ຜູ້ມີສິດເລືອກຕັ້ງຢູ່ແຂວງ Kal Dal ໃຫ້ຮູ້ວ່າ:

“ຂ້າພະເຈົ້າໄປປ່ອນບັດເລືອກຕັ້ງເພື່ອເລືອກເອົາຜູ້ນໍາທີ່ຕົນຮັກແພງ. ຂ້າພະເຈົ້າເລືອກເອົາຜູ້ນໍາທີ່ມີຄວາມເກັ່ງກ້າສາມາດ ເພື່ອນໍາມາເຊິ່ງຊີວິດທີ່ມີຄວາມສະຫງົບສຸກ, ທຸກຄົນໃຜໆກໍມີວຽກເຮັດງານທໍາ ແລະ ມຸ່ງໄປເຖິງການດໍາລົງຊີວິດທີ່ມີຄວາມເສລີພາບ”.

ການເຂົ້າຮ່ວມຢ່າງຕັ້ງໜ້າ, ຫ້າວຫັນຂອງປະຊາຊົນກໍາປູເຈຍ ທັງຫຼາຍ ໃນວິວັດການເລືອກຕັ້ງ, ດ້ວຍພະຍານຫຼັກຖານທີ່ຈະແຈ້ງທີ່ສຸດແມ່ນ ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດບັນລຸເຖິງ 82,89%, ອັນໄດ້ກາຍເປັນພື້ນຖານໃຫ້ແກ່ຜົນສໍາເລັດຂອງໄລຍະກະກຽມ ຕະຫຼອດຮອດຂອດດໍາເນີນການເລືອກຕັ້ງ. ນັບແຕ່ໃດໆມາ, ປະຊາຊົນກໍາປູເຈຍໄດ້ ລໍຄອຍການເລືອກຕັ້ງສະພາແຫ່ງຊາດຄັ້ງນີ້ ດ້ວຍຄວາມຫວັງດີ ຜ່ານນັ້ນໄດ້ສະແດງໃຫ້ເຫັນເຖິງເຈດຈໍານົງ, ຕັ້ງຄວາມເຊື່ອໝັ້ນ ແລະ ຄວາມຫວັງຕໍ່ໄລຍະພັດທະນາໃໝ່ຂອງປະເທດຊາດ. ປະຊາຊົນກໍາປູເຈຍເອງ ແມ່ນຜູ້ຕັດສິນຊາຕະກໍາຂອງຕົນ ຜ່ານການເລືອກຕັ້ງທີ່ເສລີ, ຍຸຕິທໍາ ເຊິ່ງຫໍກໍໄດ້ດໍາເນີນນັ້ນ.

ບັນດາຕົວເລກຄື 20 ພັກການເມືອງເຂົ້າຮ່ວມການຫາສຽງເລືອກຕັ້ງ, 82,89% ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດ, ຜູ້ສັງເກດການທັງພາຍໃນ ແລະສາກົນກວ່າ 90.000 ຄົນເຂົ້າຮ່ວມການສັງເກດການເລືອກຕັ້ງ. ນີ້ແມ່ນບັນດາຕົວເລກສະຖິຕິ, ລື່ນກາຍບັນດາຕົວເລກຂອງ ການເລືອກຕັ້ງຄັ້ງກ່ອນນີ້ ໃນປະຫວັດສາດກໍາປູເຈຍ. ສິ່ງດັ່ງກ່າວໄດ້ສ່ອງແສງໃຫ້ເຫັນຢ່າງຄົບຖ້ວນພື້ນຖານປະຊາທິປະໄຕລວມມີຫຼາຍພັກການເມືອງ, ສິດເສລີຂອງປະຊາຊົນໄດ້ຮັບການເສີມຂະຫຍາຍຢ່າງແຮງ.

ທ່ານ ວິໄຈ ຈອນລີ (Vijay Jolly), ເຊິ່ງເປັນນັກການເມືອງທີ່ມີຄວາມຊໍານານງານມາຈາກປະເທດ ອິນເດຍ, ການນໍາຂັ້ນສູູງຂອງພັກ BJP, ກໍໄດ້ເຂົ້າຮ່ວມສັງເກດການເລືອກຕັ້ງສະພາແຫ່ງຊາດກໍາປູເຈຍ ນັບແຕ່ໄລຍະບັນດາພັກການເມືອງດໍາເນີນການເຄື່ອນໄຫວຫາສຽງເລືອກຕັ້ງ. ເມື່ອໄດ້ຖາມກ່ຽວກັບຄວາມຮູ້ສຶກຂອງຕົນກ່ຽວກັບບັນຍາກາດຂອງການເລືອກຕັ້ງທີ່ພວມດໍາເນີນຢູ່ກໍາປູເຈຍ, ທ່ານ ວິໄຈ ຈອນລີ ແບ່ງປັນວ່າ:

“ປະເທດກໍາປູເຈຍແມ່ນມີປະຊາທິປະໄຕທີ່ສຸດ, ຜ່ານສຽງຕົບມື ແລະ ຮອຍຍິ້ມຂອງບັນດາຊາວໜຸ່ມ, ພວກເຮົາກໍສາມາດເຫັນໄດ້ຄວາມກະຕືລືລົ້ນຂອງໄວໜຸ່ມ ແລະ ຄວາມໝັ້ນໃຈຂອງເຂົາເຈົ້າ. ດັ່ງນັ້ນ, ຂ້າພະເຈົ້າເຊື່ອໝັ້ນວ່າ ພື້ນຖານປະຊາທິປະໄຕພວມໄດ້ຮັບການຮັກສາ ແລະ ເສີມຂະຫຍາຍຢູ່ກໍາປູເຈຍ. ມື້ນີ້, ພວກຂ້າພະເຈົ້າພວມເຫັນປະຈັກຕາຊາວກໍາປູເຈຍນັບລ້ານໆຄົນພວມສະໜັບສະໜູນບັນດາພັກການເມືອງ”.

ທ່ານ Youseff Awad, ຮອງປະທານເວທີປາໄສສາກົນບັນດາພັກການເມືອງອາຊີ (ICAPP), ດ້ວຍຖານະເປັນຜູ້ສັງເກດການ ການເລືອກຕັ້ງສະພາແຫ່ງຊາດກໍາປູເຈຍ ຊຸດທີ 06, ໄດ້ເປັນຜູ້ໄປຕິດຕາມກວດກາໂດຍກົງສະຖານທີ່ປ່ອນບັດເລືອກຕັ້ງທີ່ຫຼາຍທ້ອງຖິ່ນຂອງ ປະເທດກໍາປູເຈຍ ໃນມື້ເລືອກຕັ້ງ. ທ່ານ Youseff Awad ຖືວ່າ:

“ມີສອງຈຸດທີ່ຂ້າພະເຈົ້າຢາກເຕື້ອງເຖິງ ນັ້ນແມ່ນ ຈໍານວນຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງ, ຕາມການສັງເກດຂອງຂ້າພະເຈົ້າເອງ ແມ່ນບັນລຸໄດ້ກວ່າ 80%, ການເລືອກຕັ້ງໄດ້ດໍາເນີນຢ່າງປອດໄພ ແລະ ຈົບງາມ. ຂ້າພະເຈົ້າມາຈາກ ລີບັງ, ເຊິ່ງຢູ່ປະເທດພວກຂ້າພະເຈົ້າ ກໍຫາກໍໄດ້ຈັດຕັ້ງການເລືອກຕັ້ງເມື່ອເດືອນ ພຶດສະພາ 2018 ຜ່ານມາ ແລະ ພວກຂ້າພະເຈົ້າມີອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດ ແມ່ນຕໍ່າກວ່າ 50%. ທີ່ບັນດາສະຖານທີ່ປ່ອນບັດເລືອກຕັ້ງ ທີ່ຂ້າພະເຈົ້າໄດ້ເຫັນໃນມື້ນີ້ ລ້ວນແຕ່ມີອັດຕາ ຜູ້ມີສິດເລືອກຕັ້ງໄປປ່ອນບັດກວ່່າ 50%. ຂ້າພະເຈົ້າຂໍອວຍພອນໃຫ້ ປະເທດກໍາປູເຈຍມີອະນາຄົດທີ່ສວຍງາມ”.

ໃນຈໍານວນຜູ້ມີິສິດເລືອກຕັ້ງທັງໝົດ ກວ່າ 8,3 ລ້ານຄົນ ທີ່ໄດ້ຈົດທະບຽນການເຂົ້າຮ່ວມການເລືອກຕັ້ງ, ມີເກືອບ 7 ລ້ານຄົນໄດ້ປະຕິບັດສິດພົນລະເມືອງ ເພື່ອເລືອກເອົາການນໍາປະເທດດ້ວຍຄວາມສະໝັກໃຈ, ເພື່ອຝາກຝັງຄວາມໄຝ່ຝັນກັບບັນດາການນໍາທີ່ເຂົາເຈົ້າມີຄວາມໄວ້ເນື້ອເຊື່ອໃຈ. ໝາກຜົນຂອງການເລືອກຕັ້ງຄັ້ງນີ້ ຈະໄດ້ປະກາດໃນ 02 – 03 ວັນຈະມາເຖິງ, ເຊິ່ງບໍ່ພຽງແຕ່ສະແດງໃຫ້ເຫັນຄວາມຄວາມໄວ້ເນື້ອເຊື່ອໃຈເທົ້ານັ້ນ ຫາກຍັງສະແດງໃຫ້ເຫັນເຈດຈໍານົງຂອງປະຊາຊົນກໍາປະເຈຍສ່ວນຫຼາຍອີກດ້ວຍ, ການຕັດສິນດັ່ງກ່າວຂອງປະຊາຊົນກໍາປູເຈຍ ຕ້ອງໄດ້ຮັບຄວາມນັບຖື.

ປະຊາຊົນກໍາປູເຈຍໄດ້ກັບຄືນສູ່ຊີວິດປົກກະຕິ ພາຍຫຼັງຊຸມວັນທີ່ຟົດຟື້ນຄຶກຄື້ນຂອງການເລືອກຕັ້ງ. ໃນສາຍຕາ ແລະ ໃບໜ້າຂອງປະຊາຊົນກໍາປູເຈຍແຕ່ລະຄົນ ຕ່າງ ກໍສະແດງໃຫ້ເຫັນຄວາມເອກອ້າງທະນົງໃຈຕໍ່ຜົນສໍາເລັດລວມຂອງທົ່ວປະເທດ, ຄວາມໄວ້ເນື້ອເຊື່ອໃຈຕໍ່ໄລຍະພັດທະນາໃໝ່ຂອງປະເທດ ພ້ອມກັບຄວາມໝັ້ນໃຈມຸ່ງໄປເຖິງອະນາຄົນທີ່ຈະເລີນຮຸ່ງເຮືອງ, ວັດທະນາຖາວອນຂອງປະເທດກໍາປູເຈຍ.