ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19 ໄດ້ກຳນົດວ່າແມ່ນຫນ້າທີ່ສຳຄັນ ພ້ອມກັບຫນ້າທີ່ພັດທະນາເສດຖະກິດໃນຕໍ່ຫນ້າ ແລະ ຍາວນານ ຢູ່ ຫວຽດນາມ. ບັນດາການຊີ້ນຳຂອງພັກ, ລັດ ລ້ວນແຕ່ກຳນົດ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ” ແລະ ຮຽກຮ້ອງ, ລະດົມທຸກແຫລ່ງກຳລັງ, ນຳໃຊ້ຫລາຍມາດຕະການແກ້ໄຂຢ່າງຂ້ຽວຂາດເພື່ອສະກັດກັ້ນໂລກລະບາດທີ່ນັບມື້ນັບຜັນແປໄປຢ່າງສັບສົນ. ເລື່ອງຈັດຕັ້ງການຜັນຂະຫຍາຍປະຕິບັດຫນ້າທີ່ນີ້ ຈະເປັນການສະແດງໃຫ້ເຫັນບົດບາດຂອງການນຳທຸກຂັ້ນ, ທຸກຂະແຫນງການ ເພາະວ່າ ຢູ່ແຕ່ລະທ້ອງຖິ່ນ, ອົງການ, ຫົວຫນ່ວຍ ລ້ວນແຕ່ມີເງື່ອນໄຂ ແລະ ແຫລ່ງກຳລັງແຕກຕ່າງກັນ.

ທ່ານນາຍົກລັຖະມົນຕີ ຫງວຽນຊວັນຟຸກ ກ່າວຄໍາເຫັນໃນກອງປະຊຸມລະຫວ່າງຄະນະປະຈໍາລັດຖະບານ ກັບ ບັນດາທ້ອງຖິ່ນ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຖືກດໍາເນີນໃນຕອນບ່າຍວັນທີ 12 ສິງຫາ (ພາບ: VGP)

ພາຍໃຕ້ການຊີ້ນຳນຳພາຂອງພັກ, ການຄຸ້ມຄອງຂອງລັດ, ການຊີ້ນຳບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19, ທຸກຂັ້ນ, ທຸກຂະແຫນງການ ແລະ ທ້ອງຖິ່ນຕ່າງໆຂອງຫວຽດນາມ ໃນໄລຍະຜ່ານມາ ໄດ້ຜັນຂະຫຍາຍມາດຕະການການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19 ໃນໄລຍະ 1 ຢ່າງວ່ອງໄວ, ຂ້ຽວຂາດ, ຄົບຊຸດ ແລະ ບັນລຸໄດ້ບັນດາໝາກຜົນຕັ້ງຫນ້າ ໂດຍໄດ້ຮັບການຕີລາຄາສູງ ຄວາມເຫັນດີເຫັນພ້ອມຈາກປະຊາຊົນ ແລະ ປະຊາຄົມສາກົນ.

ໂດຍແມ່ນຫນ້າທີ່ສຳຄັນແຖວຫນ້າ ສະນັ້ນ ບັນດາຄຳສັ່ງຂອງລັດຖະບານ ລ້ວນແຕ່ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ທຸກຂັ້ນ, ທຸກຂະແຫນງການ ແລະ ທ້ອງຖິ່ນຕ່າງໆ ບໍ່ຄວນປະຫມາດຢ່າງເດັດຂາດ, ບໍ່ຄວນພໍໃຈຕໍ່ກັບບັນດາໝາກຜົນຜ່ານມາ ຕ້ອງສືບຕໍ່ປະຕິບັດບັນດາມາດຕະການແກ້ໄຂຢ່າງຂ້ຽວຂາດກວ່າ, ຄົບຊຸດ ແລະ ມີປະສິດທິຜົນກວ່າອີກ. ເພື່ອປະຕິບັດບັນດາຫນ້າທີ່ນີ້ຢ່າງມີຄວາມຮັບຜິດຊອບ, ບັນດາພະນັກງານການນຳເກັ່ງ ບໍ່ພຽງແຕ່ແມ່ນຜູ້ເຜີຍແຜ່ການຊີ້ນຳຈາກຂັ້ນສູງເທົ່ານັ້ນ ຫາກຕ້ອງມີແນວຄວາມຄິດ, ການກະທຳ, ແຜນການແກ້ໄຂໃຫ້ທ້ອງຖິ່ນ, ອົງກອນ, ຫົວຫນ່ວຍຂອງຕົນ ເພື່ອຮັກສາວຽກງານການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19 ແລະ ພັດທະນາເສດຖະກິດສັງຄົມຢູ່ໃນລະດັບສູງສຸດ.

ນັ້ນແມ່ນຫນ້າທີ່ຄວບຄູ່ ຊື່ງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນເປັນຫລາຍເທື່ອແລ້ວວ່າ: ໄປຄຽງຄູ່ກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ 19 ຕ້ອງສືບຕໍ່ຊີ້ນຳການສ້າງແຜນການພັດທະນາເສດຖະກິດ ສັງຄົມ ໃຫ້ເໝາະສົມກັບສະພາບການເກີດໂລກລະບາດຢູ່ພາຍໃນປະເທດ ແລະ ການຜັນແປຢ່າງສັບສົນປະຈຸບັນຢູ່ໃນໂລກ.

ຕາມຕົວເລກຂອງຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI)ແລ້ວ, ເປັນຄັ້ງທຳອິດພາຍຫລັງທົດສະຫວັດ, ຈຳນວນວິສາຫະກິດຖອນຕົວອອກຈາກຕະຫລາດ ໃນ 6 ເດືອນຕົ້ນປີ 2020 ແມ່ນຫລາຍກວ່າຈຳນວນວິສາຫະກິດຈົດທະບຽນສ້າງຕັ້ງໃຫມ່. ຖ້າຫາກວ່າ ສະພາບການໂລກລະບາດຍັງຄົງສືບຕໍ່ຜັນແປຍາກທີ່ຄາດຄະເນລ່ວງຫນ້າໄດ້, ອາດຈະມີເກືອບພຽງແຕ່ 30% ຈຳນວນວິສາຫະກິດຮັກສາການເຄື່ອນໄຫວດໍາເນີນທຸລະກິດບໍ່ເກີນ 3 ເດືອນ, 50% ຈຳນວນວິສາຫະກິດ ຄົງຕົວໄດ້ໃນເວລາພຽງແຕ່ 5 ເດືອນເທົ່ານັ້ນ. ຜົນຕາມມາຂອງທ່າອ່ຽງນີ້ ອາດຈະມີຄົນງານນັບລ້ານໆຄົນ ວ່າງງານ. ສະນັ້ນ ຫນ້າທີ່ຄວາມຮັບຜິດຊອບສຳຄັນຂອງຫົວຫນ້າບັນດາກະຊວງ, ຂະແຫນງການ, ທອ້ງຖິ່ນ ນັ້ນແມ່ນຕ້ອງມານະພະຍາຍາມປະຕິບັດບັນດາຄາດໝາຍພັດທະນາເສດຖະກິດສັງຄົມ, ປັບປຸງກຳລັງແຮງພາຍໃນ, ກຽມພ້ອມບືນຕົວຂຶ້ນໃນໄລຍະຫລັງໂຄວິດ 19.

“ພະນັກງານເກັ່ງຄືແນວໃດ” ກໍ່ຈະສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານຫນ້າທີ່ຮັບປະກັນຊີວິດສັງຄົມ, ເບິ່ງແຍງດູແລ ຊີວິດການເປັນຢູ່ຂອງປະຊາຊົນ. ບັນດາການຄົ້ນຄ້ວາລ້ວນແຕ່ເນັ້ນຫນັກຢ່າງແຮງວ່າ ຜົນສະທ້ອນຢ່າງຫນັກຫນ່ວງຈາກໂລກລະບາດໂຄວິດ 19 ຈະກະທົບຢ່າງແຮງເຖິງການຫລຸດຜ່ອນຄວາມທຸກຍາກ, ທາງກົງແມ່ນຜ່ານເຊື້ອພະຍາດ ແລະ ທາງອ້ອມແມ່ນຜ່ານການບໍ່ມີລາຍຮັບ. ພະນັກງານການນຳເກັ່ງ ແນ່ນອນວ່າ ຈະສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານການເບິ່ງແຍງດູແລໃຫ້ປະຊາຊົນ ດ້ວຍບັນດາການກະທຳລະອຽດ, ແທດຈິງ ຫາກບໍ່ພຽງແຕ່ດ້ວຍຄຳເວົ້າຊື່ໆເທົ່ານັ້ນ.

ໂລກລະບາດພວມສົ່ງຜົນກະທົບຢ່າງເລິກກວ້າງ, ຮອບດ້ານເຖິງເສດຖະກິດ, ສັງຄົມ, ຄວາມໝັ້ນຄົງ, ການປ້ອງກັນຊາດ ແຕ່ ຄວາມຈິງ ນັ້ນແມ່ນໂອກາດ ເພື່ອທົດສອບພະນັກງານທຸກຂັ້ນ ສະແດງໃຫ້ເຫັນຄຸນທາດບັນ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ”, ສະແດງໃຫ້ເຫັນພູມປັນຍາ, ບົດບາດຊີ້ນຳນຳພາກໍ່ຄືກຳລັງຄວາມສາມາດໃນການແກ້ໄຂບັນດາກໍລະນີຫຍຸ້ງຍາກທີ່ສຸດ. ສິ່ງນີ້ ນັບມື້ນັບມີຄວາມໝາຍໃນວຽກງານບຸກຄະລາກອນເມື່ອກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ພວມດຳເນີນໄປໃນຂອບເຂດທົ່ວປະເທດ ກ້າວໄປເຖິງກອງປະຊຸມຜູ້ແທນທົ່ວປະເທດໃຫຍ່ຄັ້ງທີ 13 ຂອງພັກ.