ສິ່ງດັ່ງກ່າວ ໄດ້ປັບປຸງຂໍ້ສັງເກດຂອງວົງການນັກໄຈ້ແຍກວ່າ ລະບຽບການເພື່ອສຳເລັດການຖອນຕົວຂອງ ອັງກິດ ອອກຈາກ ອີຢູ ບໍ່ແມ່ນເລື່ອງງ່າຍດາຍ. ບົດຂຽນ ຄວາມເຄັ່ງຕຶງລະຫວ່າງ ອັງກິດ ແລະ ອີຢູ ໃນວິວັດທະນາການ Brexit ຂອງບັນນາທິການ VOV.

(ພາບປະກອບ)

ໃນການກະທຳທີ່ສະແດງໃຫ້ເຫັນຄວາມສາມັກຄີ ກ່ອນທີ່ດຳເນີນວິວັດທະນາການເຈລະຈາກ່ຽວກັບເລື່ອງ ອັງກິດ ຖອນອອກຈາກສະຫະພາບ ເອີລົບ (ອີຢູ), ທີ່ກອງປະຊຸມສຸດຍອດພິເສດຂອງ ອີຢູ ຫາກໍ່ດຳເນີນໄປຢູ່ ບຣຸກແຊນ ປະເທດ ແບນຊິກ, ບັນດາການນຳ 27 ປະເທດສະມາຊິກ ໄດ້ເຫັນດີຮັບຮອງເອົາກອບບັນດາຫຼັກການ, ໂດຍໄດ້ຮັບຖືວ່າ ແມ່ນປື້ມຄູ່ມືໃຫ້ແກ່ບັນດານັກເຈລະຈາ Brexit ໃນ 2 ປີທີ່ດຳເນີນການຜ່ອນສັ້ນຜ່ອນຍາວ. ນີ້ແມ່ນກອງປະຊຸມສຸດຍອດຄັ້ງທຳອິດຂອງ ອີຢູ ນັບແຕ່ເມື່ອທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ເລີ່ມປະຕິບັດຕາມມາດຕາ 50 ສົນທິສັນຍາ Lisbon ນຳ ອັງກິດ ຖອນອອກຈາກສະຫະພາບ ເອີລົບ.

ຫຼັກການເຈລະຈາໄດ້ຮັບຄວາມເຫັນດີຈາກ 27 ປະເທດສະມາຊິກ ອີຢູ

ອີຢູ ໄດ້ສະແດງຫຼັກໝັ້ນແຂງກະດ້າງກ່ວາ ກ່ຽວກັບຍຸດທະສາດເຈລະຈາກັບ ອັງກິດ, ເຖິງວ່າການເຈລະຈາທາງການກ່ຽວກັບ Brexit ຈະເລີ່ມຕົ້ນນັບແຕ່ເດືອນ 6, ພາຍຫລັງການເລືອກຕັ້ງກ່ອນກຳນົດເວລາຢູ່ ອັງກິດ ໃນວັນທີ 08/06.

ບັນດາການນຳ ອີຢູ ໄດ້ເຫັນດີເປັນເອກະພາບຮັບຮອງເອົາຫຼັກການ “ແຂງກະດ້າງ” ໃນວິວັດທະນາການເຈລະຈາກັບ ອັງກິດ. ຕາມນັ້ນແລ້ວ, ການເຈລະຈາກ່ຽວກັບຂໍ້ຕົກລົງດ້ານການຄ້າໃນອະນາຄົດກັບ ອັງກິດ ພຽງອາດສາມາດເລີ່ມຕົ້ນ ເມື່ອ ລອນດອນ ຕົກລົງເຫັນດີຕໍ່ບັນດາມາດຕາກ່ຽວກັບບັນດາສິດພົນລະເມືອງ ກໍ່ຄືຈ່າຍຄ່າບໍລິການເມື່ອຖອນອອກຈາກ ອີຢູ. ບຸລິມະສິດອັນດັບໜຶ່ງຂອງ ອີຢູ ແມ່ນຮັບປະກັນສິດຜົນປະໂຫຍດດີທີ່ສຸດໃຫ້ພົນລະເມືອງ ອີຢູ 3 ລ້ານຄົນພວມດຳລົງຊີວິດຢູ່ ອັງກິດ ແລະ ຊາວ ອັງກິດ ອາໄສຢູ່ ອີຢູ ກ່ວາ 1 ລ້ານຄົນ. ກ່ຽວກັບບັນຫານີ້, ຄະນະກຳມະການເອີລົບ ກະກຽມບັນຊີລາຍຊື່ຢ່າງລະອຽດກ່ຽວກັບສິດຕ່າງໆ ຊຶ່ງ ອີຢູ ຢາກປົກປ້ອງພົນລະເມືອງຂອງຕົນ. ອີງຕາມບັນຊີລາຍຊື່ດັ່ງກ່າວ ອີຢູ ຈະຮຽກຮ້ອງ ອັງກິດ ສະໜອງກົນໄກຢູ່ອາໄສຍາວນານໃຫ້ແກ່ພົນລະເມືອງ ອີຢູ ສຳລັບບັນດາບຸກຄົນທີ່ມີໄລຍະເວລາຢູ່ອາໄສຢູ່ ອັງກິດ ປະມານ5 ປີ. ບັນຫານີ້ ແມ່ນສິ່ງທ້າທາຍຢ່າງໃຫຍ່ຫລວງ ເມື່ອລັດຖະບານນິຍົມຮັກສາເດີມຂອງທ່ານນາງນາຍົກລັດຖະມົນຕີ Theresa May ວາງເປົ້າໝາຍເດີນຕາມນະໂຍບາຍຈຳກັດການເຂົ້າເມືອງ. ເອີລົບ ກໍ່ຮຽກຮ້ອງ ອັງກິດ ສຳເລັດການ “ຊຳລະ” ເລື່ອງຖອນອອກຈາກ ເອີລົບ ໃຫ້ເໝາະສົມທີ່ສຸດຕາມຄວາມສາມາດ, ຕາມນັ້ນແລ້ວ ເມື່ອຄິດໄລ່ລວມທັງບັນດາຄຳໝັ້ນສັນຍາກ່ຽວກັບງົບປະມານຈົນຮອດວັນທີ່ປະເທດ ອັງກິດ ຖອນອອກຈາກ ອີຢູ ຢ່າງເປັນທາງການ ດ້ວຍຕົວເລກບໍ່ເປັນທາງການປະມານ 50 – 60 ຕື້ເອີໂຣ. ເຖິງຢ່າງໃດກໍ່ຕາມ ວົງການນັກການເມືອງ ອັງກິດ ຖືວ່າ ລັດຖະບານ ອັງກິດ ຈະບໍ່ເຫັນດີຕໍ່ການປະກອບສ່ວນສູງຄືດັ່ງກ່າວ. ນອກຈາກນັ້ນ, ແຜນການເຈລະຈາຂອງ EU ຍັງສະເໜີຂະແໜງອຸດສາຫະກຳການເງິນທີ່ມີຜົນສະທ້ອນຂອງອັງກິດ ບໍ່ຕ້ອງຜູກຮັດກັບບໍ່ວ່າຂໍ້ຕົກລົງການຄ້າໃດໆໃນອະນາຄົດກັບ EU, ຕາມນັ້ນແລ້ວ ກໍຕ້ອງປະຕິບັດບັນດາຂໍ້ກຳນົດຂອງກຸ່ມຖ້າຫາກຢາກສຳພັດກັບບັນດາຕະຫຼາດຂອງ EU. ທ່ານປະທານສະພາເອີລົບ Donald Tusk ຢືນຢັນວ່າ ນີ້ບໍ່ພຽງແຕ່ແມ່ນບັນຫາຍຸດທະວິທີເທົ່ານັ້ນ, ຫາກຍັງແມ່ນວິທີສຳພັດພຽງຢ່າງດຽວເພື່ອໃຫ້ EU ສຳເລັດການເຈລະຈາກັບອັງກິດ. ໃນຂະນະນັ້ນ, ປະທານຄະນະກຳມະການເອີລົບ Jean-Claude Juncker ໄດ້ຢ້ຳຄືນທັດສະນະຂອງ EU ແມ່ນຈະບໍ່ດຳເນີນການເຈລະຈາຂໍ້ຕົກລົງການຄ້າໃນອະນາຄົດກັບ EU ໃນໄລຍະ 1. ທັດສະນະນີ້ໄດ້ຮັບການສະໜັບສະໜູນຈາກທ່ານນາງນາຍົກລັດຖະມົນຕີເຢັຍລະມັນ Angela Merkel.

ທ່ານນາງນາຍົກລັດຖະມົນຕີ Theresa May (ພາບ: AFP/TTXVN)

ກ່ອນໜ້ານັ້ນ, ພາຍຫຼັງທີ່ອັງກິດປະກາດຈະຜັນຂະຫຍາຍແຜນການ Brexit ທີ່ແຂງກະດ້າງ, ໝາຍຄວາມວ່າ ຖອນອອກຈາກທັງຕະຫຼາດຮ່ວມເອີລົບ ແລະ ສະຫະພັນພາສີ, EU ຍັງສະແດງຫຼັກໝັ້ນທີ່ແຂງກະດ້າງກ່ວາກ່ຽວກັບຍຸດທະສາດເຈລະຈາກັບອັງກິດ. ທ່ານນາງນາຍົກລັດຖະມົນຕີເຢັຍລະມັນ Angela Merkel ຍັງກ່າວເຕືອນວ່າ ອັງກິດບໍ່ຄວນລະເມີເຟີ້ຝັນກ່ຽວກັບວິວັດທະນາການ Brexit ແລະ ຈະເສຍເວລາດຳເນີນການເຈລະຈາ ເພາະອັງກິດຈະບໍ່ມີສິດອຳນາດຫຼາຍກ່ວາຫຼຶຊ້ຳບໍ່ໜຳ ບໍ່ອາດເທົ່າທຽມກັບປະເທດສະມາຊິກອື່ນໆ. ທ່ານລັດຖະມົນຕີກະຊວງການເງິນເຢຍລະມັນ Wolfgang SChacuble ຖະແຫຼງວ່າ ຈະບໍ່ງ່າຍດາຍສຳລັບອັງກິດໃນສະເພາະໜ້າ. ທ່ານເນັ້ນໜັກວ່າ EU ບໍ່ຫວັງໃຫ້ອັງກິດອ່ອນແອລົງ, ແຕ່ກໍບໍ່ສ່ວນທີ່ຍັງເຫຼືອຂອງເອີລົບຖືກອ່ອນແອພາຍຫຼັງເຫດການ Brexit.

ຍາກທີ່ຈະບັນລຸຄວາມເຫັນດີເຫັນພ້ອມລະຫວ່າງອັງກິດ ແລະ EU

ປະຕິກິລິຍາຕໍ່ບັນດາການກະທຳຈາກ ບຣຸກແຊນ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໄດ້ຖະແຫຼງເມື່ອວັນທີ 30/4 ວ່າ ທ່ານນາງເດັດດ່ຽວຮັກສາຫຼັກໝັ້ນກ່ຽວກັບບັນຫາອັງກິດເຈລະຈາຖອນອອກຈາກ EU ວ່າ , ຖ້າຫາກບໍ່ບັນລຸໄດ້ຂໍ້ຕົກລົງໃດໆ ກໍເປັນການດີກ່ວາການຍອມຮັບຂໍ້ຕົກລົງທີ່ຊົ່ວຮ້າຍ, ບໍ່ນຳມາເຊິ່ງຜົນປະໂຫຍດມາສູ່ອັງກິດ. ໃນຂະນະນັ້ນ, ລັດຖະມົນຕີຮັບຜິດຊອບບັນຫາ Brexit ຂອງອັງກິດ ທ່ານ David davis ກໍຍອມຮັບວ່າ ບັນດາການເຈລະຈານີ້ ຈະແມ່ນບັນດາການເຈລະຈາທີ່ສັບສົນທີ່ສຸດຊຶ່ງອັງກິດຕ້ອງປະເຊີນໜ້ານັບແຕ່ກ່ອນເປັນຕົ້ນມາ.

Brexit ໃໝ່ພຽງແຕ່ຢູ່ໃນໄລຍະເລີ່ມຕົ້ນ. ແຕ່ເລື່ອງ 27 ປະເທດສະມາຊິກຂອງ EU ຕັດສິນໃຈເດີນຕາມຫຼັກການ “ແຂງກະດ້າງ” ໃນການເຈລະຈາກັບອັງກິດ ໄດ້ສະແດງໃຫ້ເຫັນວ່າ ວິວັດການເຈລະຈາທີ່ຈະມາເຖິງ ກໍບໍ່ງ່າຍດາຍແຕ່ຢ່າງໃດ. ເພື່ອຫຼີກລ້ຽງສະພາບການຖອນຕົວອອກຈາກ EU ດ້ວຍ 2 ຝາມືເປົ່າພາຍຫຼັງການເຈລະຈາ, ວິທີດີທີ່ສຸດແມ່ນຕ້ອງສ້າງບັນດາຂໍ້ຕົກລົງຮ່ວມລະຫວ່າງອັງກິດແລະ EU, ແຕ່ໃນປະຈຸບັນ, ຍັງບໍ່ທັນມີສັນຍານໃດໆທີ່ສະແດງໃຫ້ເຫັນມີການຜ່ອນສັ້ນຜ່ອນຍາວລະຫວ່າງ 2 ຝ່າຍເທື່ອ./.