ຕາມບົດລາຍງານຂອງລັດຖະບານ ທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14 ແລ້ວ, 13 ຄາດໝາຍປີ 2017 ໃນມະຕິຂອງສະພາແຫ່ງຊາດວາງອອກ ລ້ວນແຕ່ຄາດວ່າ ຈະບັນລຸໄດ້ ແລະ ລື່ນກາຍຄາດໝາຍເມື່ອທຽບໃສ່ແຜນການ. ໝາກຜົນນີ້ ສະແດງໃຫ້ເຫັນຜົນສຳເລັດໃນການຊີ້ນຳບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີໃນໄລຍະຜ່ານມາ. ເຖິງຢ່າງໃດກໍ່ຕາມ ເພື່ອປະຕິບັດສຳເລັດຄາດໝາຍປີ 2017 ເປັນຢ່າງດີ, ລັດຖະບານກຳນົດວ່າ ບໍ່ຄວນປະໝາດໃນຊຸມເດືອນທີ່ຍັງເຫຼືອຂອງປີ 2017.

ນະຄອນ ໂຮ່ຈີມິນ ໃນປະຈຸບັນ (ພາບອິນເຕີແນັດ)

ເສດຖະກິດ ຫວຽດນາມ ປີ 2017 ມີຫລາຍຈຸດພົ້ນເດັ່ນ ຢູ່ທັງຂົງເຂດການບໍລິການການຜະລິດ ແລະ ສົ່ງອອກ. ບັນດາຄວາມມານະພະຍາຍາມຂອງລັດຖະບານໃນໄລຍະຜ່ານມາ ໄດ້ເຮັດໃຫ້ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ການແກ່ງແຍ້ງຂອງ ຫວຽດນາມ ໄດ້ຮັບການປັບປຸງຢ່າງກະໂດດຂັ້ນ. ຫວຽດນາມ ໄດ້ເພີ່ມຂຶ້ນ 5 ຂັ້ນໃນບົດລາຍງານກ່ຽວກັບກຳລັງຄວາມສາມາດແກ່ງແຍ້ງທົ່ວໂລກ 2017 – 2018 ຊຶ່ງຫາກໍ່ໄດ້ຮັບການປະກາດໃນເວທີປາໄສເສດຖະກິດໂລກ (WEF).

ລັດຖະບານພວມກ້າວເດີນຢ່າງຖືກທິດ

ຫວຽດນາມ ກ້າວເຂົ້າປີ 2017 ດ້ວຍເງື່ອນໄຂບໍ່ສະດວກຫລາຍຢ່າງໃຫ້ແກ່ການພັດທະນາເສດຖະກິດ. ການເຕີບໂຕ GDP ໄຕມາດ 1 ບັນລຸລະດັບຕ່ຳ, ສົ່ງຜົນສະທ້ອນເຖິງບັນດາຄາດໝາຍການເຕີບໂຕທັງປີ. ຕໍ່ໜ້າສະພາບການນັ້ນ, ລັດຖະບານກຳນົດວ່າ ຕ້ອງຢຶດໝັ້ນຄາດໝາຍການເຕີບໂຕທີ່ໄດ້ວາງອອກ, ຊີ້ນຳສ້າງແຜນການປະຈຳໄຕມາດໃຫ້ແຕ່ລະຂະແໜງ, ຂົງເຂດຕ່າງໆ. ນາຍົກລັດຖະມົນຕີ ແລະ ບັນດາຮອງນາຍົກລັດຖະມົນຕີເປັນປະທານບັນດາກອງປະຊຸມທົ່ວປະເທດ, ການປະຊຸມນັບຮ້ອຍຄັ້ງ ເພື່ອ ຮັບຟັງ, ຊີ້ນຳການແກ້ໄຂໂດຍກົງ, ແກ້ໄຂບັນດາສິ່ງຄົງຄ້າງ ແລະ ອ່ອນດ້ອຍຢ່າງທັນການ, ຊຸກຍູ້ການພັດທະນາບັນດາຂະແໜງການ, ຂົງເຂດ; ເຂົ້າຮ່ວມບັນດາກອງປະຊຸມສົ່ງເສີມການລົງທຶນຢູ່ບາງທ້ອງຖິ່ນ…

ດ້ວຍບັນດາຄວາມມານະພະຍາຍາມຄືດັ່ງກ່າວ, ເສດຖະກິດ-ສັງຄົມນັບແຕ່ຕົ້ນປີມາຮອດປະຈຸບັນ ບັນລຸໄດ້ 3 ຈຸດພົ້ນເດັ່ນ: ການເຕີບໂຕ GDP ມີບາດກ້າວບຸກທະລຸ; ເສດຖະກິດມະຫາພາກເປັນປົກກະຕິ ແລະ ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ກຳລັງຄວາມສາມາດແກ່ງແຍ້ງແຫ່ງຊາດໄດ້ຮັບການປັບປຸງຢ່າງກະໂດດຂັ້ນ. ເລື່ອງບັນລຸໄດ້ການເຕີບໂຕເປັນໜ້າຊື່ນຊົມໄດ້ໃຫ້ເຫັນວ່າ ການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ທີ່ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ ໃນເບື້ອງຕົ້ນໄດ້ເສີມຂະຫຍາຍປະສິດທິຜົນ, ຄ່ອຍໆຫລຸດຜ່ອນການອີງໃສ່ຂຸດຄົ້ນຊັບພະຍາກອນທຳມະຊາດ, ເປັນຕົ້ນແມ່ນນ້ຳມັນອາຍແກັສ. ຄວາມໄວ້ເນື້ອເຊື່ອໃນຂອງປະຊາຊົນ, ວິສາຫະກິດສຳລັບການຊີ້ນຳນຳພາຂອງພັດ, ການຕິດຕາມກວດກາຂອງສະພາແຫ່ງຊາດ, ການບໍລິຫານຂອງລັດຖະບານໄດ້ຮັບການປັບປຸງ. ນີ້ແມ່ນປະຖົມປັດໃຈທີ່ດີ, ສ້າງທ່າພັດທະນາໄວ, ໝັ້ນຄົງໃຫ້ຊຸມປີຕໍ່ໄປ, ໂດຍລະອຽດແມ່ນ ສ້າງຄວາມອຸ່ນອ່ຽງໃຈ ແລະ ມີຄວາມເຊື່ອໝັ້ນກ່ວາ ເພື່ອກ້າວສູ່ການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2018. ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕ໋ຽນຢຸງ ໃຫ້ຂໍ້ສັງເກດວ່າ:

ໝາກຜົນດັ່ງກ່າວ ໄດ້ຢືນຢັນລັກສະນະທັນການ ແລະ ມີປະສິດທິຜົນຂອງບັນດາມາດຕະການ ຊຶ່ງລັດຖະບານປະກາດໃຊ້, ຊີ້ນຳບັນດາຂະແໜງການ, ບັນດາທ້ອງຖິ່ນຂັ້ນຕ່າງໆ ພ້ອມກັນປະຕິບັດຢ່າງຂ້ຽວຂາດ. ນີ້ແມ່ນສັນຍານທີ່ຕັ້ງໜ້າ ເພື່ອສ້າງພື້ນຖານເສດຖະກິດມຸ່ງໄປເຖິງຄາດໝາຍການເຕີບໂຕ 6,7% ຂອງທັງປີ 2017. ດ້ວຍລະດັບການເຕີບໂຕນີ້, ຖ້າຫາກບໍ່ເກີດມີໄພທຳມະຊາດຢ່າງຮ້າຍແຮງ, ຖ້າຫາກພວກເຮົາບໍ່ປະໝາດໃນການຊີ້ນຳບໍລິຫານ ແລະ ແກ້ໄຂບາງສິ່ງທີ່ຍັງຄົງຄ້າງປີ 2017 ນັ້ນ ອາດຈະເປັນປີທຳອິດພາຍຫລັງຫລາຍປີທີ່ ຫວຽດນາມ ປະຕິບັດສຳເລັດລື່ນກາຍລະດັບ 13 ຄາດໝາຍທັງໝົດ ຊຶ່ງສະພາແຫ່ງຊາດມອບໝາຍໃຫ້.

ເມື່ອຮັບຮູ້ບັນດາຄວາມມານະພະຍາຍາມໃນການບໍລິຫານຂອງລັດຖະບານ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ຕີລາຄາວ່າ:

ສະພາແຫ່ງຊາດຕີລາຄາສູງຄວາມມານະພະຍາຍາມຂອງລັດຖະບານ, ບັນດາຂະແໜງການ, ທຸກຂັ້ນໃນການປະຕິບັດບັນດາມະຕິຂອງສະພາແຫ່ງຊາດກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ. ສະພາແຫ່ງຊາດກໍ່ຍ້ອງຍໍຈິດໃຈສູ້ຊົນຂອງປະຊາຄົມວິສາຫະກິດ ແລະ ປະຊາຊົນທຸກຊັ້ນວັນນະໄດ້ຜ່ານຜ່າສິ່ງທ້າທາຍ, ຍາດໄດ້ບັນດາໝາກຜົນຢ່າງຕັ້ງໜ້າ, ສ້າງປະຖົມປັດໄຈເພື່ອບັນລຸໄດ້ ແລະ ລື່ນກາຍບັນດາຄາດໝາຍຂອງປີ 2017 ຕາມມະຕິຂອງສະພາແຫ່ງຊາດ.

ບໍ່ປະໝາດໃນຊຸມເດືອນທີ່ຍັງເຫຼືອຂອງປີ 2017

ເພື່ອບັນລຸໄດ້ຄາດໝາຍການເຕີບໂຕ 6,7% ໃນທັງປີ, ພື້ນຖານເສດຖະກິດຍັງຄົງມີຫລາຍວຽກຕ້ອງປະຕິບັດ, ໃນນັ້ນ ໄຕມາດທີ 4 ຕ້ອງບັນລຸລະດັບການເຕີບໂຕໃຫ້ໄດ້ 7,32%. ນີ້ແມ່ນໜ້າທີ່ຫຍຸ້ງຍາກທີ່ສຸດ ຍ້ອນວ່າລະດັບການເຕີບໂຕນີ້ ຕ້ອງສູງທົບເຄິ່ງໜຶ່ງ ເມື່ອທຽບໃສ່ຊຸມເດືອນຕົ້ນປີ ແລະ ສູງສຸດໃນ 6 ປີທີ່ຜ່ານມາ. ຕາມທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ມາຍຕ໋ຽນຢຸງ ແລ້ວ ໃນຊຸມເດືອນທີ່ຍັງເຫຼືອຂອງປີ 2017, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງສືບຕໍ່ສຸມໃສ່ປະຕິບັດບັນດາໜ້າທີ່, ມາດຕະການຢ່າງຂ້ຽວຂາດ, ຄົບຊຸດ; ສຸມໃສ່ເຂົ້າໃນຂັ້ນຕອນການປະຕິບັດ, ເປັນຕົ້ນແມ່ນຜູ້ນຳໜ້າ ຍາມໃດກໍ່ຕ້ອງຊີ້ນຳຢ່າງໃຫ້ຊິດຕິດແທດ ແລະ ຮັບຜິດຊອບ. ທ່ານ ມາຍຕ໋ຽນຢຸງ ກ່າວວ່າ:

ນາຍົກລັດຖະມົນຕີຮຽກຮ້ອງບັນດາກະຊວງ, ຂະແໜງການຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດກ່ວາອີກ. ຍູ້ແຮງການກວດກາ, ຫລຸດຜ່ອນບັນດາເງື່ອນໄຂການລົງທຶນດຳເນີນທຸລະກິດທີ່ບໍ່ຈຳເປັນ. ປະຕິຮູບການເຄື່ອນໄຫວກວດກາລົງເລິກຂະແໜງສຳລັບສິນຄ້ານຳເຂົ້າ - ສົ່ງອອກ ຢ່າງຮອບດ້ານ; ປະຕິບັດການຫັນປ່ຽນຢ່າງແຮງຈາກ “ການກວດກາກ່ອນ” ໄປສູ່ “ການກວດກາພາຍຫລັງ”. ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຄວນຈັດຕັັ້ງບັນດາການສົນທະນາກັບວິສາຫະກິດເປັນປະຈຳ ບົນພື້ນຖານບັນດາການສ່ອງແສງ ແລະ ຂໍ້ສະເໜີຂອງວິສາຫະກິດຢ່າງເປັນປະຈຳ ແລະ ທັນການ.

ໝາກຜົນແຫ່ງການພັດທະນາເສດຖະກິດ - ສັງຄົມນັບແຕ່ຕົ້ນປີມາຮອດປະຈຸບັນແມ່ນຄວາມມານະພະຍາຍາມອັນໃຫຍ່ຂອງລັດຖະບານ ແລະ ບັນດາຂະແໜງການຂັ້ນຕ່າງໆໃນສະພາວະພື້ນຖານເສດຖະກິດພວມຫັນປ່ຽນຮູບແບບການເຕີບໂຕ, ຄ່ອຍໆຫລຸດຜ່ອນການອີງໃສ່ຂຸດຄົ້ນຊັບພະຍາກອນທຳມະຊາດ ແລະ ຫັນປ່ຽນທິດໄປສູ່ອຸດສາຫະກຳປຸງແຕ່ງ, ປະດິດສ້າງ ແລະ ການບໍລິການ. ດ້ວຍຄວາມເປັນເຈົ້າການໃນການບໍລິຫານ, ຈິດໃຈທີ່ບໍ່ປະໝາດ ເມື່ອປະຕິບັດໜ້າທີ່ໃນຊຸມເດືອນທີ່ຍັງເຫຼືອຂອງປີນັ້ນ ຄາດໝາຍການເຕີບໂຕ GDP 6,7% ປີ 2017 ຂອງ ຫວຽດນາມ ອາດສາມາດບັນລຸໄດ້.