ປີ 2018 ແມ່ນປີທີ 03 ຂອງ ອາຍຸການສະພາແຫ່ງຊາດຫວຽດນາມຊຸດທີ 14 ດ້ວຍຫຼາຍໜ້າທີ່ສຳຄັນໄດ້ວາງອອກໃຫ້ສະພາແຫ່ງຊາດ, ໃນນັ້ນ ວຽກງານສ້າງກົດໝາຍສືບຕໍ່ ແມ່ນເນື້ອໃນຈຸດສຸມ, ເຊິ່ງກວມເອົາ 2/3 ເວລາເຮັດວຽກຂອງກອງປະຊຸມ, ດ້ວຍການພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ, ບັນດາຮ່າງມະຕິ 7 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍອື່ນ 8 ສະບັບ. ນີ້ແມ່ນບັນດາໂຄງການ, ຮ່າງກົດໝາຍ ທີ່ມີຄວາມໝາຍສຳຄັນຍິ່ງ ແລະ ໄດ້ຮັບຄວາມສົນໃຈຈາກຜູ້ມີສິດເລືອກຕັ້ງເປັນຈຳນວນຫຼວງຫຼາຍ ເພື່ອສືບຕໍ່ຫັນແຜນນະໂຍບາຍ, ແນວທາງຂອງພັກ ເປັນລະບອບລະບຽບການ, ໂດຍສະເພາະແມ່ນບັນດາກອງປະຊຸມຄະນະບໍລິຫານງານສູນກາງ ແລະ ລັດຖະທຳມະນູນ ປີ 2013.
ສ້າງກົດໝາຍໃຫ້ສົມບູບແບບ, ຍູ້ໄວການພັດທະນາເສດຖະກິດ - ສັງຄົມ
ລະດັບການເຕີບໂຕໃນໄຕມາດ 1/2018 ຂອງຫວຽດນາມບັນລຸລະດັບສູງສຸດໃນຮອບ 10 ປີມານີ້ ໄດ້ສະແດງໃຫ້ເຫັນວ່າ ການເຕີບໂຕເສດຖະກິດປີນີ້ ສືບຕໍ່ໄດ້ຮັບການປັບປຸງ. ສິ່ງດັ່ງກ່າວ ໄດ້ວາງອອກໜ້າທີ່ຂອງສະພາແຫ່ງຊາດ ແມ່ນ ສ້າງ, ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນທີ່ພວມມີຢ່າງສຸດຂີດ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຊຸກຍູ້ພັດທະນາການຜະລິດ, ດຳເນີນທຸລະກິດ. ພ້ອມທັງກະກຽມບັນດາແຜນການ ເພື່ອກຽມພ້ອມຮັບມື, ຈຳກັດບັນດາຜົນກະທົບທີ່ຫຍໍ້ທໍ້ ຈາກບັນດາການຜັນແປຂອງໂລກ, ຮັບປະກັນພື້ນຖານເສດຖະກິດຕາມທິດໝັ້ນຄົງ; ສືບຕໍ່ຮັບປະກັນຊີວິດສັງຄົມ; ປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2018 ແລະ ສ້າງທ່ວງທ່າການປະຕິບັດບັນດາເປົ້າໝາຍ, ພາລະໜ້າທີ່ໃຫ້ທັງໄລຍະ 2016 – 2020 ໄດ້ຢ່າງມີໄຊ. ທ່ານ ຫວູຕ໋ຽນລົກ, ສະມາຊິກສະພາແຫ່ງຊາດແຂວງຫາຍເຢືອງ ຖືວ່າ:
“ທີ່ກອງປະຊຸມສະໄໝສາມັນຄັ້ງນີ້, ຫຼາຍບັນຫາກ່ຽວກັບເສດຖະກິດ ແລະ ກົດໝາຍວ່າດ້ວຍເສດຖະກິດ ໄດ້ຮັບຮອງເອົາຈາກສະພາແຫ່ງຊາດ. ບັນດາຄຳຕັດສິນຂອງສະພາແຫ່ງຊາດກ່ຽວກັບການຊຸກຍູ້ການພັດທະນາເສດຖະກິດສັງຄົມ, ພິເສດແມ່ນບັນດາມາດຕະການຊຸກຍູ້ວິວັດການປະຕິຮູບຂົງເຂດລັດວິສາຫະກິດ ຕາມບົດລາຍງານຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ, ບັນດາການຕົກລົງເຫັນດີຂອງສະພາແຫ່ງຊາດ ກ່ຽວກັບກົດໝາຍວ່າດ້ວຍການແກ່ງແຍ້ງ ແລະ ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ບັນດາສິ່ງເຫຼົ່ານັ້ນ ໄດ້ສ້າງເງື່ອນໄຂໃຫ້ສະພາບແວດລ້ອມແຫ່ງການດຳເນີນທຸລະກິດກາຍເປັນການແກ່ງແຍ້ງທີ່ຍຸຕິທຳ, ກະຈ່າງແຈ້ງກວ່າ. ສິ່ງດັ່ງກ່າວແມ່ນປັດໄຈພື້ນຖານໃຫ້ແກ່ການພັດທະນາຂອງປະຊາຄົມວິສາຫະກິດ”.
ຕາມການຄາດຄະເນລາຍການຂອງກອງປະຊຸມສະໄໝສາມັນຊຸດທີ 14 ນັ້ນ, ສະພາແຫ່ງຊາດໄດ້ພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 8 ສະບັບ, ໃນນັ້ນມີຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງ - ເສດຖະກິດພິເສດ ເວີນດົນ, ບັກເວີນຟອງ ແລະ ຟູ໋ກວກ. ແຕ່ເຖິງຢ່າງໃດກໍ່ຕາມ, ໃນສະພາບການທີ່ຄຳເຫັນຂອງ ບັນດາ ສສຊ, ບັນດາພະນັກງານຜູ້ອາວຸໂສ, ນັກຊ່ຽວຊານ, ນັກວິທະຍາສາດ ແລະ ຜູ້ມີສິດເລືອກຕັ້ງກ່ຽວກັບບາງເນື້ອໃນຂອງຮ່າງກົດໝາຍສະບັບນີ້ຍັງມີຄວາມແຕກຕ່າງກັນ, ລັດຖະບານ ແລະ ສະພາແຫ່ງຊາດ ຕົກລົງໃນເລື່ອນກຳນົດເວລາຮັບຮອງເອົາຮ່າງກົດໝາຍເຖິງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດຊຸດທີ 14, ເພື່ອມີເວລາປັບປຸງ, ເພີ່ມເຕີມຮ່າງກົດໝາຍ. ສິ່ງດັ່ງກ່າວສະແດງໄດ້ສະແດງໃຫ້ເຫັນຈິດໃຈອະທິປະໄຕ, ພາວະວິໄສ ແລະ ລັດຖະນະໂຍບາຍທີ່ເລີ່ມມາຈາກເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ທ່ານ ທ໋າຍເຈື່ອງຢາງ, ສສຊ ແຂວງ ກາເມົາ, ຖືວ່າ:
“ບັນດາ ສສຊ, ສະພາແຫ່ງຊາດ ແລະ ລັດຖະບານ ກໍ່ມີການຮັບຟັງຢ່າງສ້າງສັນນັບຖື ແລະ ຮັບຟັງການສ່ອງແສງຂອງຜູ້ມີສິດເລືອກຕັ້ງຜ່ານ ສສຊ ແລະ ຜ່ານຫຼາຍຊ່ອງທາງຂໍ້ມູນຂ່າວສານອື່ນ, ຂ້າພະເຈົ້າຕີລາຄາສູງລັດຖະບານ ແລະ ສະພາແຫ່ງຊາດ ຍິ່ງມີການຮັບຟັງຫຼາຍກ່ວາ, ລັດຖະບານກ້າສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ໃຫ້ເລື່ອນກົດໝາຍວ່າດ້ວຍເຂດເສດຖະກິດພິເສດອອກໄປ. ຂ້າພະເຈົ້າຖືວ່າ, ໄລຍະຈະມາເຖິງ, ສິ່ງດັ່ງກ່າວຄວນໄດ້ຮັບການເສີມຂະຫຍາຍຢູ່ບັນດາຮ່າງກົດໝາຍສະບັບອື່ນໃກ້ຈະໄດ້ຮັບການຮັບຮອງເອົາໃນອາຍຸການນີ້, ສະພາແຫ່ງຊາດຄວນຮັບຟັງຈາກຫຼາຍສົ້ນ, ບັນຫາສຳຄັນຄວນໄດ້ຮັບການຮັບເອົາຄຳເຫັນຂອງຜູ້ມີສິດເລືອກຕັ້ງຫຼາຍກ່ວາອີກ.”
ສືບຕໍ່ປັບປຸງການເຄື່ອນໄຫວຊັກຖາມຢູ່ສະພາແຫ່ງຊາດ
ການຊັກຖາມ ແລະ ຕອບຄຳຊັກຖາມຢູ່ບັນດາກອງປະຊຸມສະໄໝສາມັນຂອງ ສະພາແຫ່ງຊາດ ແມ່ນ 1 ໃນຮູບການຕິດຕາມກວດກາພື້ນຖານ, ທົ່ວໄປ ແລະ ສຳຄັນຂອງສະພາແຫ່ງຊາດ ແລະ ທີ່ກອງປະຊຸມສະໄໝສາມັນຄັ້ງນີ້, ການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມ ມີການປ່ຽນແປງມີລັກສະນະບຸກທະລຸ, ເພື່ອແນໃສ່ຍົກສູງຄຸນນະພາບການຕິດຕາມກວດກາຂອງສະພາແຫ່ງຊາດ. ທ່ານ ຟູ່ງວັນຮູ່ງ, ສສຊ ແຂວງ ກາວບັ່ງ, ຖືວ່າ:
“ທີ່ກອງປະຊຸມຄັ້ງນີ້, ການປັບປຸງໃນວາລະຊັກຖາມໄດ້ສ້າງຄວາມປະທັບໃຈຫຼາຍຢ່າງໃຫ້ແກ່ປະຊາຊົນ. ຍ້ອນຫຼັກການ, ທິດນຳຖາມໄວຖາມກະທັດລັດ ແມ່ນວຽກງານຍົກສູງປະສິດທິຜົນຂອງວາລະຊັກຖາມ. ຜ່ານວາລະຊັກຖາມ, ຜູ້ມີສິດເລືອກຕັ້ງໄດ້ຕິດຕາມກວດກາການເຄື່ອນໄຫວຂອງ ສສຊ ໃນຫໍປະຊຸມ, ຕິດຕາມກວດກາການປະຕິບັດຄວາມຮັບຜິດຊອບຂອງບັນດາລັດຖະມົນຕີ, ຫົວໜ້າຂະແໜງ, ຂອງການນຳລັດຖະບານ. ຍ້ອນເວລາສັ້ນຫຼາຍ ບັງຄັບຕ້ອງມີການກຽມພ້ອມຕັ້ງ ແລະ ຕອບຄຳຖາມ, ຜ່ານນັ້ນເຫັນວ່າບັນດາ ສສຊ ຖາມກະທັດລັດ, ເຂົ້າປະເດັນບັນຫາ. ພ້ອມກັນນັ້ນ, ບັນດາລັດຖະມົນຕີກໍ່ໄດ້ຕອບແບບເປີດອົກເປີດໃຈ. ນີ້ແມ່ນການປ່ຽນແປງໃໝ່ຢ່າງມີປະສິດທິຜົນທີ່ສຸດ”
ດ້ວຍການປັບປຸງ, ປ່ຽນໃໝ່ໃນການເຄື່ອນໄຫວນັ້ນ, ສະພາແຫ່ງຊາດພວມມີການຫັນປ່ຽນຢ່າງແຮງ, ຈາກການຍູ້ແຮງວຽກງານຕິດຕາມກວດກາຕະຫຼອດຮອດການປັບປຸງບັນດາເອກະສານນິຕິກຳໃຫ້ສົມບູນແບບ. ສະພາແຫ່ງຊາດສືບຕໍ່ຍົກສູງນ້ຳໃຈຄວາມຮັບຜິດຊອບ, ເສີມຂະຫຍາຍພູມປັນຍາ, ມີຄວາມສາມັກຄີ, ມີປະຊາທິປະໄຕ, ສຸມໃສ່ຄົ້ນຄ້ວາ, ປຶກສາຫາລື, ປະກອບສ່ວນເຂົ້າໃນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2018 ຢ່າງມີໄຊ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ.
|
(ພາບ: quochoi.vn) |

