ກ່ຽວກັບດັດຊະນີພັດທະນາແບບຍືນຍົງ, ໃນພາກພື້ນ ອາຊຽນ, ຫວຽດນາມ ຢືນອັນດັບທີ 2, ພຽງແຕ່ຖັດຈາກ ໄທ ເທົ່ານັ້ນ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ໃນບັນດາດັດຊະນີຂອງຫວຽດນາມ ຖືກຈັດຢູ່ອັນດັບສູງນັ້ນ ແມ່ນດັດຊະນີກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດບັນລຸໝາກຜົນທີ່ເປັນໜ້າປະທັບໃຈ. ລະອຽດແມ່່ນ, ດັດຊະນີລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກບັນລຸ 95 ຄະແນນ ແລະ ດັດຊະນີຕ້ານການປ່ຽນແປງຂອງດິນຟ້າອາກາດບັນລຸ 94 ຄະແນນ. ດັດຊະນີການສຶກສາບັນລຸ 91 ຄະແນນ ແລະ ດັດຊະນີສໍາຜັດກັບພະລັງງານບັນລຸ 82 ຄະແນນ. ນັບແຕ່ກ່ອນມາຮອດປັດຈຸບັນ, ຖ້າຫາກວ່າ ໂລກຫາກໍ່ຮູ້ຈັກເຖິງຫວຽດນາມ ແມ່ນປະທດທີ່ປະສົບຜົນສໍາເລັດໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກນັ້ນ, ແຕ່ໃນໄລຍະຈະມາເຖິງ, ໂລກ ຍັງຈະໄດ້ຮູ້ຈັກເຖິງຫວຽດນາມວ່າ ແມ່ນປະເທດທີ່ປະສົບຜົນສໍາເລັດໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ ອີກດ້ວຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ ລະຫວ່າງ ອະນຸກໍາມະການເສດຖະກິດ - ສັງຄົມ ກັບ 13 ທ້ອງຖິ່ນ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແລະ ນະຄອນໂຮ່ຈີມິນ (ພາບ: chinhphu.vn)

ວິໄສທັດໃໝ່ ສໍາລັບ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ

ກ່າວຄໍາເຫັນທີ່ການເຮັດວຽກ ລະຫວ່າງ ອະນຸກໍາມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ ກັບ 13 ທ້ອງຖິ່ນ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແລະ ນະຄອນໂຮ່ຈີມິນ ໃນວັນທີ 16 ກໍລະກົດ 2019 ຜ່ານມາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັ້ກວ່າ ໜ້າທີ່ຂອງລັດຖະບານ ແມ່ນຕ້ອງບັນລຸຜົນສໍາເລັດໃນກິດຈະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເຮັດໃຫ້ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມມີການພັດທະນາແບບຍືນຍົງ, ມີຄວາມປອດໄພ, ວັດທະນາຖາວອນ, ເພາະວ່າ ນີ້ແມ່ນເຂດດິນແດນທີ່ອຸດົມສົມບູນ, ແມ່ນອູ່ເຂົ້າໃຫຍ່ທີ່ສຸດຂອງຫວຽດນາມ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ໃນໄລຍະ 5 ປີ ຜ່ານມາ, ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ມີລະດັບການເຕີບໂຕເສດຖະກິດສູງ, ໂຄງປະກອບເສດຖະກິດມີການການຫັນປ່ຽນຢ່າງຕັ້ງໜ້າ; ອຸດສາຫະກໍາປຸງແຕ່ງມີການພັດທະນາ; ສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດໄດ້ຮັບການປັບປຸງ; ອັດຕາຄອບຄົວທຸກຍາກຫຼາຍສົ້ນຫຼຸດລົງຕໍ່າກວ່່າລະດັບສະເລ່ຍຂອງທົ່ວປະເທດ. ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ກໍໄດ້ສ້າງຕັ້ງບັນດາຮູບແບບການຜະລິດສິນຄ້າທີ່ມີຂອບຂະໜາດ. ກ່ຽວກັບວິໄສທັດຕໍ່ການພັດທະນາຂອງ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:

“ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ຄວນກໍານົດກ່ຽວກັບວິໄສທັດຂອງທົ່ວເຂດຮອດປີ 2045 ແມ່ນນອນຢູ່ໃນວິໄສທັດ ແລະ ຍຸດທະສາດລວມຂອງທົ່ວປະເທດຮອດປີ 2045. ວິໄສທັດນັ້ນ ຄວນມຸ່ງໄປເຖິງການຮ່ວມສໍາພັນໃນທົ່ວເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ, ມີການພັດທະນາວ່ອງໄວ, ຍືນຍົງ ແລະ ມີບາດກ້າວບຸກທະລຸໃນບາງຂົງເຂດ. ເພາະສະນັ້ນ ຕ້ອງມີມາດຕະການບຸກທະລຸນັບທັງທາງດ້ານຈິນຕະນາການ ແລະ ການກະທໍາ ເພື່ອໃຫ້ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ມີການພັດທະນາໄວກວ່າ, ຍືນຍົງກວ່າ ໃນສະພາບການປ່ຽນແປງດິນຟ້າອາກາດຂອງເຂດພວມເກີດຂຶ້ນຢ່າງຮ້ອນເຮັ່ງ. ເພາະສະນັ້ນ, ບາງມາດຕະການໃຫຍ່ແມ່ນຈົ່ງຮີບດ່ວນວາງແຜນຜັງເຂດ ຕາມວິທີການສະສົມຫຼາຍຂະແໜງການ ດ້ວຍຈິນຕະນາການໃໝ່, ວິໄສທັດໃໝ່ ໃຫ້ສໍາເລັດຜົນ”.

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ກະຊວງແຜນການ ແລະ ການລົງທຶນຫວຽດນາມ ເປັນປະທານໃນການຜັນຂະຫຍາຍ, ສົມທົບກັບບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ, ນັກຊ່ຽວຊານ, ຜູ້ໃຫ້ຄໍາປຶກສາທັງພາຍໃນ ແລະ ຕ່າງປະເທດ ຄາດວ່າໃນກາງປີ 2020 ຈະຍື່ນສະເໜີ, ຮັບຮອງເອົາແຜນການພັດທະນາເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ຕິດພັນກັບແຜນການພັດທະນານະຄອນໂຮ່ຈີມິນ, ມີມາດຕະການເຊື່ອມຕໍ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ແກ້ໄຂບັນດາບັນຫາ ເຊິ່ງ ເຂດໄດ້ວາງອອກ.

ລັດຖະບານ ຍາມໃດກໍສະຫງວນຄວາມເອົາໃຈໃສ່ໃຫ້ແກ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ

ບໍ່ພຽງແຕ່ສະຫງວນກໍາລັງກາຍ - ໃຈ ແລະ ພູມປັນຍາເທົ່ານັ້ນ ຫາກນັບແຕ່ໃດໆມາ, ລັດຖະບານຍັງສະຫງວນແຫຼ່ງກໍາລັງຫຼາຍຢ່າງໃຫ້ແກ່ການພັດທະນາເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຫັນດີຕໍ່ຂໍ້ສະເໜີຂອງກະຊວງແຜນການ ແລະ ການລົງທຶນໃນການຈັດແບ່ງງົບປະມານຈໍານວນ 45 ພັນຕື້ດົ່ງ, ເທົ່າກັບ 2 ຕື້ USD ໃຫ້ແກ່ເຂດດັ່ງກ່າວ ໃນໄລຍະ 5 ປີຈະມາເຖິງ ເພື່່ອແນໃສ່ຍູ້ແຮງບັນດາໂຄງການຮີບດ່ວນທີ່ສະຫງວນສະເພາະໃຫ້ແກ່ການພັດທະນາບັນດາພື້ນຖານໂຄງລ່າງສໍາຄັນ ເຊິ່ງມີລັກສະນະເຊື່ອມຕໍ່ລະຫວ່າງເຂດ, ບັນດາໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັນແຫຼ່ງນໍ້າຈືດຮັບໃຊ້ໃຫ້ແກ່ການຜະລິດ ແລະ ການດໍາລົງຊີວິດ, ບັນດາໂຄງການແກ້ໄຂຂໍ້ຄົງຄ້າງຕ່າງໆ ແລະ ສິ່ງກີດຂວາງໃນການພັດທະນາຂອງເຂດ. ກໍຕາມກະຊວງແຜນການ ແລະ ການລົງທຶນແລ້ວ, ແຫຼ່ງເງິນລົງທຶນສາທາລະນະໃນ ແຜນການໄລຍະກາງຢູ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ໄລຍະ 2016 – 2020 ແມ່ນກວ່າ 8,3 ຕື້ USD, ຕົ້ນຕໍແມ່ນໄດ້ລົງທຶນເຂົ້າໃນການພັດທະນາຂົງເຂດກະສິກໍາ, ຄົມມະນາຄົມ ແລະ ສາທາລະນະສຸກຢູ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍໄດ້ເນັ້ນໜັກເຖິງບົດບາດຂອງລັດຖະບານສໍາລັບເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມວ່າ:

“ລັດຖະບານໄດ້ສ້າງກົນໄກປະສານງານຂອງເຂດໃຫ້ມີຄວາມເຂັ້ມແຂງ, ມີສິດອໍານາດຢ່າງພຽງພໍ, ເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ບໍ່ມີເຂດໃດທີ່ກວມເອົາຮອດ 13 ແຂວງ ແລະ ນະຄອນ; ມີພົນລະເມືອງເກືອບ 20 ລ້ານຄົນ ທີ່ມີການຮ່ວມສໍາພັນສ້າງການພັດທະນາທີ່ດີຄືແນວນັ້ນ ແຕ່ພວກເຮົາພັດປະຕິບັດຍັງບໍ່ທັນໄດ້ດີ. ບໍ່ປະໃຫ້ຜູ້ໃດມີຄວາມເຂັ້ມແຂງ ແມ່ນໃຫ້ຜູ້ນັ້ນເຮັດ. ສ້າງໂຄງປະກອບຂະແໜງກະສິກໍາຄືນໃໝ່່ ໂດຍອີງໃສ່ເຕັກໂນໂລຢີ ແລະ ປະສິດທິຜົນສູງ, ຕິດພັນໃຫ້ການປຸງແຕ່ງກັບຕະຫຼາດຈໍາໜ່າຍ. ສ້າງລະບົບການຜະລິດ, ເຄື່ອງໝາຍການຄ້າຜະລິດຕະພັນ. ແລະ ໂຄງປະກອບກະສິກໍານັ້ນ ຕ້ອງຕິດພັນກັບການປ່ຽນແປງຂອງດິນຟ້າອາກາດຂອງເຂດ ດ້ວຍເນື້ອໃນຈິດໃຈເໝາະສົມກັບທໍາມະຊາດ ແລະ ຫັນໄພອັນຕະລາຍກາຍເປັນກາລະໂອກາດ ແມ່ນໄດ້ສະແດງອອກໃຫ້ເຫັນຢູ່ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ”.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມີຄວາມເຫັນດີເຫັນພ້ອມຢ່າງແຮງກັບບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ ກ່ຽວກັບເລື່ອງພັດທະນາພື້ນຖານໂຄງລ່າງຄົມມະນາຄົມ, ທັງທາງບົກ ແລະ ທາງລົດໄຟ ຢູ່ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ດ້ວຍຫຼາຍແຫຼ່ງກໍາລັງທີ່ແຕກຕ່າງກັນ. ບັນດາພື້ນຖານໂຄງລ່າງດັ່ງກ່າວ ທັງສ້າງການຮ່ວມສໍາພັນໃນເຂດ, ທັງເຊື່ອມຕໍ່ກັບນະຄອນໂຮ່ຈີມິນ, ເພາະວ່າການພັດທະນາຂອງ ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແມ່ນອີງໃສ່ນະຄອນໂຮ່ຈີມິນເປັນສ່ວນຫຼາຍ ແລະ ກົງກັນຂ້າມ. ດັ່ງນ້ັນ, ກໍາລັງໜູນໃໝ່ ເຊິ່ງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ ແລະ ກໍາລັງວາງອອກໃຫ້ເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ ແມ່ນປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ຄວາມໄຝ່ຝັນຂອງຊາດ ທີ່ຢາກພັດທະນາເຂດ ເພື່ອບໍ່ໃຫ້ນ້ອຍໜ້າກວ່າບໍ່ວ່າເຂດໃດຂອງປະເທດ./.