ໃນທຸກໆໄລຍະປະຫວັດສາດນັ້ນ, ຍາມໃດ ຫວຽດນາມ ກໍ່ສະເໝີຕົ້ນສະເໝີປາຍກ່ຽວກັບຈຸດໝາຍ, ນະໂຍບາຍທຸກສິ່ງທຸກຢ່າງແມ່ນເພື່ອມະນຸດ, ເພື່ອປະເທດ ຫວຽດນາມ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ. ພັກ ແລະ ລັດ ຫວຽດນາມ ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ບັນດາສິດ ແລະ ຄວາມເສລີໂດຍພື້ນຖານຂອງມະນຸດຢ່າງຄົບຖ້ວນ, ພ້ອມທັງ ຖືເປັນສຳຄັນຊຸກຍູ້ການຮ່ວມມືສາກົນ ໃນຂົງເຂດສິດທິມະນຸດບົນພື້ນຖານຄວາມສະເໝີພາບ, ເຄົາລົບ ແລະ ຄວາມເຂົ້າອົກເຂົ້າໃຈລະຫວ່າງປະເທດຕ່າງໆ.
ພາບປະກອບ |
ພື້ນຖານນິຕິກຳຢ່າງຄົບຖ້ວນກ່ຽວກັບສິດທິມະນຸດ
ລັດຖະທຳມະນູນປີ 2013 ແມ່ນພະຍານຫຼັກຖານຫຼ້າສຸດກ່ຽວກັບເລື່ອງ ຫວຽດນາມ ຢັ້ງຢືນຄວາມສະເໝີຕົ້ນສະເໝີປາຍກ່ຽວກັບເນື້ອໃນສິດທິມະນຸດ, ສິດຂອງພົນລະເມືອງ ໃນບັນດາລັດຖະທຳມະນູນປີ 1946, 1959, 1980 ແລະ 1992. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ລັດຖະທຳມະນູນນີ້ ເພີ່ມເຕີມຄວາມຮັບຮູ້ໃໝ່ຢ່າງຄົບຖ້ວນ, ເລິກເຊິ່ງກ່ວາ ໃນການຫັນເປັນລະບອບລະບຽບການທັດສະນະຂອງພັກ ແລະ ລັດ ຫວຽດນາມ ກ່ຽວກັບສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ເໝາະສົມກັບສະພາບການໃໝ່ຂອງປະເທດຊາດ ແລະ ສະພາບສາກົນໃນປະຈຸບັນ. ພ້ອມກັບເລື່ອງມານະພະຍາຍາມປັບປຸງລະບົບກົດໝາຍພາຍໃນປະເທດ, ຫວຽດນາມ ກໍ່ເພີ່ມທະວີການຮ່ວມມືສາກົນເພື່ອປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ. ມາຮອດປະຈຸບັນ ຫວຽດນາມ ໄດ້ເຂົ້າຮ່ວມສົນທິສັນຍາຂອງ ສປຊ ກ່ຽວກັບ ສິດທິມະນຸດເກືອບທັງໝົດຄື: ສົນທິສັນຍາກ່ຽວກັບສິດພົນລະເຮືອນ, ການເມືອງ, ສົນທິສັນຍາກ່ຽວກັບສິດເສດຖະກິດ, ວັດທະນະທຳ, ສັງຄົມ; ສົນທິສັນຍາກ່ຽວກັບການລົບລ້າງທຸກຮູບການຈຳແນກການປະພຶດຕໍ່ແມ່ຍິງ, ສົນທິສັນຍາກ່ຽວກັບການລົບລ້າງທຸກຮູບການຈຳແນກການປະພຶດເຊື້ອຊາດຜິວພັນ; ສົນທິສັນຍາກ່ຽວກັບສິດຂອງເດັກ; ສົນທິສັນຍາກ່ຽວກັບການສະກັດກັ້ນ ແລະ ລົງໂທດບັນດາໂທດກຳ Apartheid; ສົນທິສັນຍາກ່ຽວກັບເລື່ອງບໍ່ນຳໃຊ້ບັນດາຂໍ້ຈຳກັດຂອງກົດໝາຍສຳລັບອາດຊະຍາກຳສົງຄາມ ແລະ ໂທດກຳຕ້ານມວນມະນຸດ. ຫວຽດນາມ ກໍ່ໄດ້ເຂົ້າຮ່ວມສົນທິສັນຍາກ່ຽວກັບການຕ້ານອາດຊະຍາກຳທີ່ມີການຈັດຕັ້ງຂ້າມຊາດ ແລະ ອະນຸສັນຍາ ກ່ຽວກັບການສະກັດກັ້ນ, ປາບປາມ ແລະ ລົງໂທດຜູ້ມີການໂທດການຄ້າມະນຸດ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ; ສົນທິສັນຍາເລກທີ 122 ຂອງອົງການແຮງງານສາກົນ (ILO) ກ່ຽວກັບນະໂຍບາຍວຽກເຮັດງານທຳ.
ຫວຽດນາມ ກໍ່ໄດ້ປະກອບສ່ວນຢ່າງຕັ້ງຫນ້າ, ມີປະສິດທິຜົນເຂົ້າໃນການສ້າງຕັ້ງ ແລະ ການເຄື່ອນໄຫວຂອງ ຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR), ສ້າງຖະແຫລງການສິດທິມະນຸດ ອາຊຽນ, ຊື່ງໄດ້ຮັບການຮັບຮອງເອົາທີ່ກອງປະຊຸມສຸດຍອດ ອາຊຽນ ຢູ່ ນະຄອນຫລວງ ພະນົມເປັນ ປະເທດ ກຳປູເຈຍ (ເດືອນພະຈິກ ປີ 2012). ຫວຽດນາມ ກໍ່ມີຄວາມເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີກົນໄກເຈລະຈາ ແລະ ການຮ່ວມມືກ່ຽວກັບບັນຫາສິດທິມະນຸດປະຈຳປີ ກັບຫລາຍປະເທດ, ໃນນັ້ນ ມີອາເມລິກາ, ອີຢູ, ອົດສະຕາລີ, ນອກແວ, ສະວິດ.
ຜົນງານດ້ານສິດທິມະນຸດທີ່ບໍ່ສາມາດປະຕິເສດໄດ້
ບັນດາຜົນງານກ່ຽວກັບການຮັບປະກັນ ແລະ ການປັບປຸງບັນດາສິດພື້ນຖານຂອງປະຊາຊົນ ຫວຽດນາມ ໄດ້ຮັບການສະແດງອອກຢ່າງຈະແຈ້ງໃນການປະຕິບັດບັນດາສິດກ່ຽວກັບພົນລະເມືອງ, ການເຮືອນ, ເສດຖະກິດ, ວັດທະນະທຳ, ສັງຄົມ… ພິເສດ, ລັດ ຫວຽດນາມ ມີແຜນນະໂຍບາຍເປີດກ້ວາງປະຊາທິປະໄຕ, ປະຕິບັດທິດນຳ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ”; ປະຊາຊົນແມ່ນຜູ້ຕັດສິນທຸກໆວຽກງານຂອງລັດ. ສິດເຂົ້າຮ່ວມການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ແມ່ນໜຶ່ງໃນບັນດາສິດສຳຄັນທີ່ສຸດຂອງພົນລະເມືອງ ຫວຽດນາມ.
ການພັດທະນາຢ່າງວ່ອງໄວ, ແຂງແຮງ, ຫຼາຍຮູບຫຼາຍແບບ ກ່ຽວກັບປະເພດ, ອຸດົມສົມບຸນ ກ່ຽວກັບເນື້ອໃນ ແລະ ບັນດາພາຫະນະສື່ມວນຊົນ ແມ່ນພະຍານຫຼັກຖານກ່ຽວກັບຄວາມເສລີໃນການປາກເວົ້າ, ຄວາມເສລີໃນການສື່ມວນຊົນ ແລະ ຄວາມເສລີໃນການສື່ສານຢູ່ ຫວຽດນາມ. ການເພີ່ມທະວີຢ່າງໄວຂອງບັນດາອົງການ, ສະຫະສະມາຄົມ, ສະໂມສອນ, ສະແດງໃຫ້ເຫັນສິດເສລີໃນການໂຮມປະຊຸມ ແລະ ການສ້າງຕັ້ງສະມາຄົມຂອງປະຊາຊົນໄດ້ຮັບຄວາມເຄົາລົບ ແລະ ຮັບປະກັນ. ຈຳນວນຜູ້ມີຍົດສັກຕຳແໜ່ງ, ນັກບວດ ແລະ ບັນດາຜູ້ເຄື່ອນໄຫວສາສະໜາສະເພາະກິດ ໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງໃນແຕ່ລະປີ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການດ້ານຈິດວີນຍານຂອງປະຊາຊົນໃຫ້ນັບມື້ນັບດີກ່ວາ. ລັດ ຫວຽດນາມ ຍັງຖືເປັນສຳຄັນພິເສດນະໂຍບາຍຊົນເຜົ່າ, ຮັບປະກັນສິດສະເໝີພາບລະຫວ່າງບັນດາຊົນເຜົ່າ, ຖືນັ້ນ ແມ່ນໜຶ່ງໃນບັນດາປັດໄຈຕັດສິນຊີ້ຂາດໃຫ້ແກ່ການພັດທະນາແບບຍືນຍົງຂອງປະເທດຊາດ.
ການເຕີບໂຕເສດຖະກິດໄດ້ສ້າງບັນດາປະຖົມປັດໄຈສຳຄັນເພື່ອໃຫ້ ຫວຽດນາມ ແກ້ໄຂບັນດາບັນຫາເຄັ່ງຮ້ອນກ່ຽວກັບສັງຄົມ, ປະຕິບັດບັນດາຄາດໝາຍກ່ຽວກັບຄວາມສະເໝີພາບທາງສັງຄົມ, ຮັບປະກັນບັນດາຄຸນຄ່າກ່ຽວກັບສິດທິມະນຸດ, ສິດພົນລະເມືອງໃຫ້ດີກ່ວາ. ປະຈຸບັນ, ຫວຽດນາມ ໄດ້ສ້າງສຳເລັດເປົ້າໝາຍພັດທະນາສະຫັດສະຫວັດຄື: ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກທີ່ສຸດ; ສຳເລັດການສຶກສາຊັ້ນປະຖົມພາກບັງຄັບ; ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງໃນບັນດາຄາດໝາຍ ກ່ຽວກັບສາທາລະນະສຸກ ຄື: ຫລຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກນ້ອຍ; ບັນລຸຄາດໝາຍກ່ຽວກັບການຄວບຄຸມໄຂ້ຍຸງ ແລະ ພະຍາດວັນນະໂລກ ກໍ່ຄືຍູ້ໃຫ້ອັດຕາການຕິດເຊື້ອ HIV/AIDS ໃຫ້ຖອນໄປ…
ເຖິງວ່າ, ໃນໂລກປະຈຸບັນ, ຍັງມີຫຼາຍທັດສະນະແຕກຕ່າງກັນກ່ຽວກັບບັນຫາສິດທິມະນຸດກໍ່ຕາມ, ແຕ່ບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນພາລະກິດປ່ຽນແປງໃໝ່ແມ່ນພະຍານຫຼັກຖານບໍ່ສາມາດປະຕິເສດໄດ້ກ່ຽວກັບຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຮັບປະກັນປະຕິບັດສິດທິມະນຸດ.

