ຄັດຄ້ານທຸກການກະທຳທີ່ເຮັດໃຫ້ເກີດສະພາບການຂາດສະຖຽນລະພາບ ຫຼື ນາບຂູ່ເຖິງຄວາມເປັນລະບຽບຮຽບຮ້ອຍສາກົນ
ວັນທີ 25 ພຶດສະພາ, ທີ່ການໂອ້ລົມທາງໂທລະສັບລະຫວ່າງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Nobuo Kishi ແລະ ທ່ານນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ໄທ ປຣາຢຸດ ຈັນໂອຊາ, ສອງຝ່າຍຮັບຮູ້ເຖິງຄວາມສຳຄັນຂອງການຮັກສາສິດເສລີໃນການເດີນເຮືອ, ພ້ອມທັງຢັ້ງຢືນຄືນໃໝ່ວ່າ ວິໄສທັດ ມະຫາສະໝຸດອິນເດຍ - ປາຊີຟິກ ທີ່ເສລີ ແລະ ເປີດກວ້າງຂອງ ຍີ່ປຸ່ນ ແມ່ນມີຫຼາຍຈຸດທີ່ຄ້າຍຄືກັນກັບ ວິໄສທັດ ອາຊຽນ ກ່ຽວກັບພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ. ການນຳສອງປະເທດ ໄດ້ສະແດງຄວາມສະໜັບສະໜູນຕໍ່ການເຄົາລົບບັນດາຫຼັກການທີ່ໄດ້ກຳນົດໄວ້ໃນວິໄສທັດ ອາຊຽນ ກ່ຽວກັບພາກພື້ນມະຫາສະໝຸດ ອິນເດຍ - ປາຊີຟິກ, ໃນນັ້ນ ມີບົດບາດເປັນໃຈກາງຂອງ ອາຊຽນ, ກໍຄືການເຄົາລົບກົດໝາຍສາກົນ, ລວມທັງ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS).
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຍີ່ປຸ່ນ Nobuo Kishi (ພາບ: TTXVN) |
ໃນວັນທີ 21 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ຄູ່ຕໍາແໜ່ງ ສ.ເກົາຫຼີ Moon Jae – in ກໍໄດ້ອອກຖະແຫຼງການຮ່ວມຈາກທຳນຽບຂາວ, ໃນນັ້ນ ໄດ້ຢັ້ງຢືນການສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ ແລະ ໂຄງສ້າງຂອງພາກພື້ນ ໂດຍ ອາຊຽນ ນຳພາ. ຖະແຫຼງການຮ່ວມດັ່ງກ່າວ ໄດ້ຊີ້ແຈ້ງວ່າ ອາເມລິກາ ແລະ ສ.ເກົາຫຼີ ຄັດຄ້ານທຸກການກະທຳມ້າງທຳລາຍ, ກໍ່ຄວາມຂາດສະຖຽນລະພາບ ແລະ ນາບຂູ່ເຖິງຄວາມເປັນລະບຽບຮຽບຮ້ອຍສາກົນ ທີ່ໄດ້ສ້າງໄວ້ໂດຍອີງໃສ່ຂໍ້ກຳນົດກົດໝາຍ, ກໍຄືຄຳໝັ້ນສັນຍາຮັກສາພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ ແບບກວມລວມ, ເສລີ ແລະ ເປີດກວ້າງ. ສອງຝ່າຍ ໃຫ້ຄຳໝັ້ນສັນຍາ ຈະຮັກສາສັນຕິພາບ ແລະ ສະຖຽນລະພາບ, ການຄ້າເສລີໃຫ້ຖືກຕ້ອງ ແລະ ເຄົາລົບກົດໝາຍສາກົນ, ລວມທັງສິດເສລີໃນການເດີນເຮືອ ແລະ ການບິນ ຢູ່ທະເລຕາເວັນອອກ.
ຮ່ວມມືກັນຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ
ບັນດາຖະແຫຼງການດັ່ງກ່າວ ແມ່ນເລີ່ມມາຈາກການກະທຳຫວ່າງມໍ່ໆມານີ້ຂອງ ຈີນ ເມື່ອປະກາດ ແລະ ປະຕິບັດກົດໝາຍວ່າດ້ວຍຕຳຫຼວດທະເລ ເຊິ່ງໄດ້ເຮັດໃຫ້ປະຊາຄົມສາກົນມີຄວາມວິຕົກກັງວົນ ແລະ ສະແດງທັດສະນະຄັດຄ້ານ. ຕາມກົດໝາຍສະບັບໃໝ່ນີ້, ກຳລັງຕຳຫຼວດທະເລ ສາມາດນໍາໃຊ້ອາວຸດໃນມື, ຢູ່ກ່ຳປັ່ນ ແລະ ທາງອາກາດ ເພື່ອຕ້ານຄືນກ່ຳປັ່ນຕ່າງປະເທດ ແລະ ມີສິດກີດຂວາງບັນດາປະເທດອື່ນທີ່ກໍ່ສ້າງຕຶກອາຄານ ຫຼື ກິດຈະກຳຢູ່ເທິງແນວປະກາລັງ ແລະ ເກາະຕ່າງໆ ເຊິ່ງ ຈີນ ໄດ້ປະກາດອະທິປະໄຕຕາມລຳພັງຝ່າຍດຽວ.
ປະຊາຄົມສາກົນ ໄດ້ ແລະ ພວມສະແດງທັດສະນະຄັດຄ້ານບັນດາຂໍ້ກຳນົດ ແລະ ການເຄື່ອນໄຫວທີ່ຜິດພາດຂອງ ຈີນ. ຍີ່ປຸ່ນ ແລະ ຟີລິບປິນ ໄດ້ສົ່ງຈົດໝາຍທາງລັດຖະການໄປຍັງ ສປຊ ເພື່ອປະຕິເສດ ແລະ ຢັ້ງຢືນວ່າ ກົດໝາຍສະບັບນີ້ ກໍ່ຄວາມອັນຕະລາຍຕໍ່ບັນດາການເຄື່ອນໄຫວທີ່ປະຕິບັດຕາມກົດໝາຍສາກົນຢູ່ທະເລຕາເວັນອອກ. ອາເມລິກາ, ອັງກິດ, ເຢຍລະມັນ ແລະ ປະເທດອື່ນໆ ກໍໄດ້ຈັດສົ່ງກ່ຳປັ່ນ ໄປຍັງທະເລຕາເວັນອອກ.
ກ່ຳປັ່ນ HMS Queen Elizabeth ຢູ່ Solent, Portsmouth, ອັງກິດ (ພາບ: TTXVN) |
ທະເລຕາເວັນອອກ ແມ່ນທາງເດີນເຮືອທີ່ສຳຄັນຂອງໂລກ, ມັນບໍ່ພຽງແຕ່ມີຄຸນຄ່າຍຸດທະສາດກ່ຽວກັບດ້ານເສດຖະກິດການຄ້າ ແລະ ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບເທົ່ານັ້ນ, ຫາກຍັງ ມີຄຸນຄ່າຍຸດທະສາດກ່ຽວກັບພູມີການເມືອງ ອີກດ້ວຍ. ເພາະສະນັ້ນ, ການຮັກສາສັນຕິພາບ, ສະຖຽນລະພາບ ໄດ້ນຳມາເຊິ່ງຜົນປະໂຫຍດລວມ, ແມ່ນຄວາມຮັບຜິດຊອບຂອງທຸກປະເທດ. ສຳລັບ ອາຊຽນ, ຫຼັກໝັ້ນຂອງກຸ່ມກ່ຽວກັບບັນຫາທະເລຕາເວັນອອກ ແມ່ນ ຍາມໃດກໍຊຸກຍູ້ການຮ່ວມມື, ການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນພາກພື້ນ, ຮັບປະກັນປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS). ຫຼັກໝັ້ນດັ່ງກ່າວຂອງ ອາຊຽນ ຍາມໃດກໍໄດ້ຮັບຄວາມສະໜັບສະໜູນຈາກປະຊາຄົມສາກົນ ດ້ວຍຄຳໝັ້ນສັນຍາ ຮ່ວມມືຢ່າງແຮງ, ພ້ອມກັນຮັກສາສັນຕິພາບ ແລະ ສະຖຽນລະພາບ./.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


