(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ Samdech Akka Moha Sena Padei Techo Hun Sen ພ້ອມກັບຄະນະຜູ້ແທນຂັ້ນສູງລັດຖະບານລາຊະອານາຈັກ ກຳປູເຈຍ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 20 – 21/12/2016. ການຢ້ຽມຢາມຄັ້ງນີ້ ແນໃສ່ຢືນຢັນຄວາມຕັດສິນໃຈຂອງການນຳ 2 ປະເທດແມ່ນເພີ່ມທະວີ ແລະ ເປີດກ້ວາງການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ກຳປູເຈຍ ຢ່າງບໍ່ຢຸດຢັ້ງ.

ທ່ານນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ
Samdech Hun Sen ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
(ພາບ: VGP)
ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ
ດ້ວຍຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມລວມຂອງ 2 ປະເທດ, ໃນຊຸມປີ ຜ່ານມາ, ການພົວພັນສາມັກຄີມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ກຳປູເຈຍ ໄດ້ມີບັນດາບາດກ້າວພັດທະນາອັນດີງາມທັງລວງກ້ວາງ ແລະ ລວງເລິກ, ກາຍເປັນປັດໃຈສຳຄັນຢ່າງແທ້ຈິງ, ປະກອບສ່ວນສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບອັນຍາວນານ ເພື່ອຍູ້ແຮງການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນເອກະລາດ, ອະທິປະໄຕແຫ່ງຊາດຂອງແຕ່ລະປະເທດ. ມາຮອດປະຈຸບັນ, 2 ປະເທດໄດ້ກຳນົດຂອບເຂດການພົວພັນຮ່ວມມື “ຖານບ້ານໃກ້ເຮືອນຄຽງອັນດີງາມ, ຄວາມມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ໝັ້ນຄົງຍາວນານ”.

ທ່ານນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ Samdech Hun Sen
(ພາບປະກອບ / TTXVN)
ຫວຽດນາມ ແລະ ຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 3 ຂອງ ກຳປູເຈຍ. ໄລ່ຮອດໝົດເດືອນ 10/2016, ວົງເງິນການຄ້າສອງຝ່າຍບັນລຸເກືອບ 2,4 ຕື້USD, ໃນນັ້ນວົງເງິນສົ່ງອອກຂອງ ຫວຽດນາມໄປຍັງ ກຳປູເຈຍ ບັນລຸ 1,8 ຕື້USD. ກ່ຽວກັບດ້ານການທ່ອງທ່ຽວ, ປີ 2015 ຈຳນວນນັກທ່ອງທ່ຽວ ຫວຽດນາມໄປ ກຳປູເຈຍ ແມ່ນປະມານ 1 ລ້ານເທື່ອຄົນ (ເພີ່ມຂຶ້ນ 9,9%), ໃນຂະນະນັ້ນ, ຈຳນວນນັກທ່ອງທ່ຽວ ກຳປູເຈຍ ມາ ຫວຽດນາມ ແມ່ນ 210.000 ເທື່ອຄົນ. ໃນ 10 ເດືອນຕົ້ນປີ 2016, ຈຳນວນນັກທ່ອງທ່ຽວ ກຳປູເຈຍມາ ຫວຽດນາມ ແລະ ຈຳນວນນັກທ່ອງທ່ຽວ ຫວຽດນາມ ໄປ ກຳປູເຈຍ ລ້ວນແຕ່ເພີ່ມຂຶ້ນຫຼາຍພໍສົມຄວນ. ຄຽງຂ້າງນັ້ນ, ບັນດາກົນໄກຮ່ວມມືສອງຝ່າຍເຊັ່ນ: ຄະນະກຳມະການປະສົມ ຫວຽດນາມ - ກຳປູເຈຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດເຕັກນິກ, ກອງປະຊຸມຮ່ວມມື ແລະ ພັດທະນາບັນດາແຂວງຊາຍແດນ ຫວຽດນາມ - ກຳປູເຈຍ ໄດ້ຮັບການປະຊຸມເປັນປະຈຳ.
ບັນດາກະຊວງ, ຂະແໜງການ, ທ້ອງຖີ່ນທີ່ກ່ຽວຂ້ອງຂອງສອງປະເທດກໍ່ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ການຮ່ວມມື, ໜູນຊ່ວຍເຊິ່ງກັນ ແລະ ກັນກ່ຽວກັບການພັດທະນາເສດຖະກິດ, ເພີ່ມທະວີການແລກປ່ຽນວັດທະນະທຳ, ການຮ່ວມມືດ້ານສາທາລະນະສຸກ ແລະ ການພົບປະແລກປ່ຽນປະຊາຊົນ, ຈັດການພົບປະເປັນປະຈຳ, ລົງນາມໃນແຜນການຮ່ວມມືປະຈຳປີ.
ເພີ່ມທະວີ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມກວ່າອີກ
ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບໄດ້ຮັບການເພີ່ມທະວີ, ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນໃນການແລກປ່ຽນຂໍ້ມູນຂ່າວສານ, ແກ້ໄຂບັນດາເຫດການທີ່ເກີດຂຶ້ນຢູ່ເຂດຊາຍແດນ, ເພີ່ມທະວີການລາດຕະເວນລວມບົນທະເລ, ຮ່ວມມືກັນຢ່າງແໜ້ນແຟ້ນໃນວຽກງານຊອກຫາອັດຖິນັກຮົບອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດໃນໄລຍະສົງຄາມຢູ່ ກຳປູເຈຍ; ສືບຕໍ່ຢືນຢັນຫຼັກການບໍ່ອະນຸຍາດໃຫ້ບໍ່ວ່າກຳລັງທີ່ເປັນປໍລະປັກໃດໆນຳໃຊ້ຜືນແຜ່ນດິນຂອງປະເທດນີ້ເພື່ອຕ້ານ, ທຳລາຍຄວາມໝັ້ນຄົງ, ສະຖຽນລະພາບຂອງປະເທດອື່ນ. ສອງຝ່າຍສູ້ຊົນ ປະຕິບັດສຳເລັດວຽກງານຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທາງບົກໃນໄລຍະເວລາໄວທີ່ສຸດ ເພື່ອແນໃສ່ກໍ່ສ້າງເສັ້ນຊາຍແດນສອງປະເທດໃຫ້ເປັນເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຢ່າງໝັ້ນຄົງ.
ບົນພື້ນຖານສາຍພົວພັນອັນດີງາມນັ້ນ, ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hunsen ເພື່ອແນໃສ່ເພີ່ມທະວີ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ກຳປູເຈຍ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາການນຳ ຫວຽດນາມ ແລະ ກຳປູເຈຍ ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການຢູ່ແຕ່ລະປະເທດ ກໍ່ຄືແລກປ່ຽນບາງບັນຫາໃນການພົວພັນສອງຝ່າຍ. ການຢ້ຽມຢາມຈະນຳການພົວພັນ ຫວຽດນາມ - ກຳປູເຈຍໃຫ້ນັບມື້ນັບພັດທະນາ.
