(vovworld) - ຫວຽດນາມ ໄດ້ວາງຄາດໝາຍຮອດປີ 2020, ຈະມີຄົນງານ 50% ເຂົ້າຮ່ວມປະກັນໄພສັງຄົມ. ເພື່ອບັນລຸໄດ້ຄາດໝາຍດັ່ງກ່າວ ຕ້ອງມີບັນດານະໂຍບາຍເພື່ອເປີດກວ້າງເປົ້າໝາຍເຂົ້າຮ່ວມປະກັນໄພສັງຄົມ. ບົດຂຽນ “ສູ້ຊົນບັນລຸຄາດໝາຍຄົນງານ 30 ລ້ານຄົນເຂົ້າຮ່ວມປະກັນໄພສັງຄົມໃນປີ 2020” ຂອງນັກຂ່າວ VOV.

(ພາບປະກອບ)
ປະຈຸບັນ, ໃນທົ່ວປະເທດມີ 13 ລ້ານຄົນພວມເຂົ້າຮ່ວມປະກັນໄພສັງຄົມແບບບັງຄັບ ແລະ 200.000 ຄົນເຂົ້າຮ່ວມປະກັນໄພສັງຄົມໂດຍສະໝັກໃຈ. ສະນັ້ນ, ພຽງແຕ່ມີ 13.200.000 ຄົນເຂົ້າຮ່ວມເທົ່ານັ້ນ. ໃນຂະນະນັ້ນ, ຮອດປີ 2020, ຄາດວ່າກຳລັງຄົນງານຂອງຫວຽດນາມ ແມ່ນ 60 ລ້ານຄົນ, ຖ້າຫາກວາງຄາດໝາຍ ຈຳນວນຜູ້ເຂົ້າຮ່ວມປະກັນໄພສັງຄົມໃນປີ 2020 ແມ່ນ 50% ໝາຍຄວາມວ່າຕ້ອງມີ 30 ລ້ານຄົນເຂົ້າຮ່ວມ. ຈາກຕົວເລກ 13 ລ້ານຄົນຂຶ້ນເຖິງ 30 ລ້ານຄົນ ແມ່ນໄລຍະຫ່າງໃຫຍ່ທີ່ສຸດ. ທ່ານ ຢ້ວານຈິ໋ເມົ້າ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ໃຫ້ຮູ້ວ່າ.
“ກ່ຽວກັບປະກັນໄພສັງຄົມແບບບັງຄັບ ສຳລັບພາກສ່ວນທີ່ມີການພົວພັນກັບຄົນງານ ເຊິ່ງໃນກົດໝາຍວ່າດ້ວຍປະກັນໄພສັງຄົມ ປີ 2014 ມີຂໍ້ກຳນົດວ່າ ບັນດາຄົນງານໃດມີສັນຍາອອກແຮງງານໄລຍະແຕ່ 1 ເດືອນຂຶ້ນໄປແມ່ນຕ້ອງເຂົ້າຮ່ວມປະກັນໄພສັງຄົມແບບບັງຄັບ. ປະຈຸບັນ, ກຳລັງຄົນງານຫວຽດນາມ 60% ພວມເຮັດວຽກຢູ່ພາກສ່ວນບໍ່ມີການພົວພັນແຮງງານ. ກົດໝາຍວ່າດ້ວຍປະກັນໄພສັງຄົມປີ 2014 ກໍ່ຊີ້ແຈ້ງວ່າຈະສ້າງບັນດານະໂຍບາຍສົ່ງເສີມຄົນງານເຂົ້າຮ່ວມປະກັນໄພສັງຄົມໂດຍສະໝັກໃຈ”.
ໃນໄລຍະຈະມາເຖິງ, ມີບັນດານະໂຍບາຍສົ່ງເສີມບັນດາຄົນງານໃນພາກສ່ວນປອດໂຄງສ້າງ, ບັນດາຜູ້ບໍ່ມີການພົວພັນແຮງງານສາມາດເຂົ້າຮ່ວມປະກັນໄພສັງຄົມໂດຍສະໝັກໃຈ. ສົ່ງເສີມບັນດາຜູ້ສາມາດຫັນປ່ຽນຈາກປະກັນໄພສັງຄົມແບບບັງຄັບ ແລະ ບໍ່ມີສັນຍາແຮງງານ ໄປສູ່ປະກັນໄພສັງຄົມໂດຍສະໝັກໃຈ. ປະກັນໄພສັງຄົມຫວຽດນາມ ກໍ່ເພີ່ມທະວີວຽກງານໂຄສະນາ, ເຜີຍແຜ່ເພື່ອແກ້ໄຂສະພາບບໍ່ເຂົ້າຮ່ວມປະກັນໄພສັງຄົມ. ທ່ານ ຢ້ວານຈິ໋ເມົ້າ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ໃຫ້ຮູ້ຕື່ມອີກວ່າ.
“ກົດໝາຍວ່າດ້ວຍປະກັນໄພສັງຄົມ ປີ 2014 ອະນຸຍາດໃຫ້ປະກັນໄພສັງຄົມຫວຽດນາມ ສ້າງຕັ້ງ ແລະ ປະຕິບັດໜ້າທີ່ກວດກາເກັບເງິນປະກັນໄພສັງຄົມ. ປະກັນໄພສັງຄົມຫວຽດນາມ ຈະປະຕິບັດບົດບາດກວດກາ ເກັບເງິນປະກັນໄພສັງຄົມ”.
ສະພາບຕົວຈິງສະແດວງໃຫ້ເຫັນວ່າ, ເລື່ອງເປີດກວ້າງປະກັນໄພສັງຄົມໂດຍສະໝັກໃຈມີເງື່ອນໄຂສະດວກ ນັ້ນແມ່ນຈຳນວນ “ລູກຄ້າທີ່ມີຄວາມສາມາດບົ່ມຊ້ອນ” ຫຼາຍພໍສົມຄວນ (ກວ່າ 40 ລ້ານຄົນ). ນະໂຍບາບດັ່ງກ່າວກໍ່ໄດ້ຮັບການປັບປຸງເທື່ອລະກ້າວ ຕາມທິດ “ເປີດ” ກ່ຽວກັບເປົ້າໝາຍເຂົ້າຮ່ວມ, ວິທີປະກອບ, ລະດັບປະກອບ ກໍຄືລະດັບຊົມໃຊ້… ຫວ່າງແລ້ວນີ້, ລັດຖະບານໄດ້ມີຂໍ້ກຳນົດກ່ຽວກັບລະດັບໜູນຊ່ວຍເງິນປະກອບໃຫ້ຜູ້ເຂົ້າຮ່ວມປະກັນໄພສັງຄົມໂດຍສະໝັກໃຈຈາກ 10% ເຖິງ 30% ໂດຍອີງຕາມແຕ່ລະເປົ້າໝາຍ (ນະໂຍບາຍດັ່ງກ່າວຈະໄດ້ຮັບການປະຕິບັດແຕ່ຕົ້ນປີ 2018).
ເພື່ອໃຫ້ນະໂຍບາຍປະກັນໄພສັງຄົມໂດຍສະໝັກໃຈກ້າວເຂົ້າສູ່ຊີວິດຕົວໃຈຢ່າງແຮງກວ່າ, ຄາດໝາຍກຳລັງຄົນງານ 50% ເຂົ້າຮ່ວມປະກັນໄພສັງຄົມໃນປີ 2020 ບໍ່ແມ່ນໜ້າທີ່ “ບໍ່ສາມາດເປັນໄປໄດ້”. ການສົມທົບກັນໃນການຈັດຕັ້ງປະຕິບັດນະໂຍບາຍຊອງທຸກຂັ້ນ, ທຸກຂະແໜງການຢູ່ທ້ອງຖິ່ນກັບອົງການປະກັນໄພສັງຄົມ ເປັນປະຈຳ, ມີປະສິດທິຜົນ ຈະປະກອບສ່ວນປະຕິບັດສຳເລັດຄາດໝາຍດັ່ງກ່າວ.
