ຫວຽດນາມ ພວມຢືນຢູ່ຕໍ່ໜ້າຈຸດເວລາສຸດທີ່ສໍາຄັນ, ພວມຕ້ອງປະເຊີນໜ້າກັບໂລກລບາດ Covid – 19 ເຊິ່ງມີຂອບຂະໜາດທົ່ວໂລກ. ໃນໄລຍະກວ່າ 2 ເດືອນທີ່ຜ່ານມາ, ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ໄດ້ຮ່ວມແຮງ, ຮ່ວມໃຈເຂົ້າຮ່ວມບັ້ນປ້ອງກັນ ແລະ ສະກັດກັ້ນໂລກລະບາດດັ່ງກ່າວໃນຂອບຂະໜາດແບບທີ່ບໍ່ເຄີຍມີມາກ່ອນ.

ການຮ່ວມແຮງຮ່ວມໃຈ

ຮ່ວມເດີນທາງພ້ອມກັບລັດຖະບານສຸມໃສ່ປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດ, ໄດ້ມີແຫຼ່ງກໍາລັງເພີ່ມຕື່ມເພື່ອເພີ່ມທະວີບັນດາມາດຕະການປ້ອງກັນ, ປິ່ນປົວເຊື້ອພະຍາດນັ້ນ, ສູນກາງສະມາຄົມສາສະໜາຫວຽດນາມ ໄດ້ໜູນຊ່ວຍຫ້ອງແຍກຕົວຢູ່ຕ່າງຫາກພິເສດ 5 ຫ້ອງ, ດ້ວຍມູນຄ່່າທັງໝົດປະມານ 1 ແສນ 3 ໝື່ນ USD, ເພື່ອປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດ Covid – 19. ບັນດາຫ້ອງແຍກຕົວຕ່າງຫາກພິເສດນີ້ ຈະໄດ້ສົ່ງໄປຍັງບັນດາໂຮງໝໍຢູ່ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ກວ໋າງນິງ, ຝຸເທາະ ແລະ ບັກນິງ. ພະມະຫາອາຈານ ທິກດຶກທ້ຽນ, ຮອງປະທານ, ເລຂາທິການໃຫຍ່ສະມາຄົມພຸດທະສາສະໜາຫວຽດນາມ ໃຫ້ຮູ້ວ່າ: ພຸດທະສາສະນິກກະຊົນ ແລະ ປະຊາຊົນ ໄດ້ຕອບສະໜອງຄໍາຮຽກຮ້ອງຂອງລັດຖະບານ, ແນວໂຮມປະເທດຊາດເປັນທີ່ສຸດ ເພື່ອຮ່ວມແຮງຮ່່ວມໃຈປ້ອງກັນ ແລະ ສະກັດກັ້ນໂລກລະບາດ, ພ້ອມທັງເຊື່ອໝັ້ນວ່າ ຫວຽດນາມ ຈະຍູ້ຖອຍໂລກລະບາດ Covid – 19 ນີ້ໄດ້. ທ່ານກ່າວວ່າ:

“ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສືບຕໍ່ໜູນຊ່ວຍ ແລະ ສົມທົບກັບຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຄະນະບໍລິຫານງານສະມາຄົມພຸດທະສາສະໜາແຂວງຕ່າງໆ ເພື່ອພ້ອມກັນຮ່ວມແຮງຮ່ວມໃຈຮັບມືກັບໂລກລະບາດດັ່ງກ່າວ. ພ້ອມກັນນັ້ນ, ສະມາຄົມພຸດທະສາສະໜາກໍຂົນຂວາຍພະສົງສໍາມະເນນ, ພຸດທະສາສະນິກກະຊົນປະຕິບັດຖືກຕ້ອງຕາມການແນະນໍາ, ຄໍາຮຽກຮ້ອງຂອງກະຊວງສາທາລະນະສຸກຫວຽດນາມອີກດ້ວຍ”.

ໂດຍຕອບສະໜອງຕາມຄໍາຮຽກຮ້ອງທີ່ວ່າ ປະຊາຊົນທຸກຄົນ, ອີງຕາມຄວາມສາມາດຂອງຕົນ, ຜູ້ມີເງິນປະກອບເງິນ, ຜູ້ມີວັດຖຸປະກອບວັດຖຸ, ຜູ້ມີເຫື່ອແຮງປະກອບເຫື່ອແຮງ..., ກຸ່ມບໍລິສັດ TH True Milk ແລະ ກອງທຶນເພື່ອພາບພົດຫວຽດ ໄດ້ມອບນໍ້ານົມຈໍານວນ 1 ລ້ານຈອກໃຫ້ແກ່ແພດໝໍ, ພະນັກງານ ແລະ ຜູ້ຖືກແຍກຕົວຢູ່ຕ່າງຫາກໃນທົ່ວປະເທດ; ບໍລິສັດ Honda ຫວຽດນາມ ກໍໜູນຊ່ວຍເງິນຈໍານວນ 10 ຕື້ດົ່ງ; ບໍລິສັດເຄື່ອງສໍາອາງຫວຽດເຮືອງ ກໍໄດ້ມອບນໍ້າຢາລ້າງມື 1 ແສນຕຸກ. ທ່ານນາງ ຖ໊າຍເຮືອງ, ຜູ້ຕາງໜ້າກຸ່ມບໍລິສັດ TH True Milk ໃຫ້ຮູ້ວ່າ:

“ຂ້າພະເຈົ້າຄິດວ່າ, ການໜູນຊ່ວຍດ້ວຍຄວາມສະໝັກໃຈ ແມ່ນເລີ່ມມາຈາກຈິດໃຈ ແລະ ມັນແມ່ນການກະທໍາທີ່ໄດ້ຝັງເລິກຢູ່ໃນຈິດສໍານຶກຂອງປະຊາຊົນຫວຽດນາມທຸກຄົນ. ນອກຈາກມີສະຕິຕື່ນຕົວ, ຄວາມສະໝັກໃຈແລ້ວ, ພວກເຮົາຕ້ອງຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ, ພ້ອມກັບວົງຄະນະຍາດອີກດ້ວຍ”.

ທ່ານຟ້າມວັນຊິງ, ບໍລິສັດ ຫວຽດເຮືອງ ຈໍາກັດ ແບ່ງປັນວ່າ:

“ພວກຂ້າພະເຈົ້າປາດຖະໜາຢາກປະກອບສ່ວນເຫື່ອແຮງຂອງຕົນພ້ອມກັບວົງຄະນະຍາດປ້ອງກັນ ແລະ ສະກັດກັ້ນໂລກລະບາດ ເພື່ອໃຫ້ໂລກລະບາດນີ້ສູນຫາຍໄປໂດຍໄວ, ເສດຖະກິດຂອງຫວຽດນາມຈະກັບຄືນສູ່ເປັນປົກກະຕິ ເພື່ອໃຫ້ບັນດາວິສາຫະກິດຄືພວກຂ້າພະເຈົ້າ ໄດ້ປະກອບສ່ວນໃຫ້ແກ່ລັດ ແລະ ທົ່ວປວງຊົນໄດ້ຫຼາຍກວ່າອີກ”.

ພາບປະກອບ: TTXVN

ແຫຼ່ງລະດົມກຳລັງໃຈອັ້ຳຄ່າ

ການຮ່ວມແຮງຮ່ວມໃຈຂອງບັນດາອົງການ, ວິສາຫະກິດ, ສ່ວນບຸກຄົນເຂົ້າວຽກງານປ້ອງກັນ, ສະກັດກັ້ນ ໂລກລະບາດ Covid – 19 ບໍ່ພຽງແຕ່ມີຄວາມໝາຍດ້ານວັດຖຸເທົ່ານັ້ນ ຫາກຍັງມີຄວາມໝາຍດ້ານຈິດໃຈ, ສິນສະທຳອີກດ້ວຍ. ອີກອັນໜຶ່ງ, ນີ້ແມ່ນແຫຼ່ງກຳລັງທີ່ຍິ່ງໃຫຍ່ພໍສົມຄວນສຳລັບປະເທດຊາດ ມາຮອດປັດຈຸບັນລັດຖະບານຫວຽດນາມໄດ້ຮັບເງິນຫຼາຍກ່ວາ 12 ລ້ານ USD ແລະ ຈະສືບຕໍ່ເພີ່ມຂຶ້ນໃນຊຸມວັນຈະມາເຖິງ. ທ່ານນາງ ເຈືອງທິງອກແອັງ ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ:

ສຳລັບແຫຼ່ງກຳລັງທີ່ຂົນຂວາຍໄດ້ຈາກສູນກາງ, ພວກຂ້າພະເຈົ້າຈະສົມທົບກັບຄະນະຊີ້ນຳການປ້ອງກັນ, ສະກັດກັ້ນ ໂລກລະບາ Covid 19 ແຫ່ງຊາດເຊິ່ງມີອົງການປະຈຳການແມ່ນກະຊວງສາທາລະນະສຸກເພື່ອຮັບປະກັນວຽກງານຄຸ້ມຄອງບໍລິຫານ, ນຳໃຊ້ແຫຼ່ງເງິນໜູນຊ່ວຍຂອງບັນດາວິສາຫະກິດ, ບັນດາຜູ້ໃຈບູນໃຈສົນ, ຮັບປະກັນການປະຕິບັດຢ່າງຖືກຕ້ອງຕາມເປົ້າໝາຍ ແລະ ເນື້ອໃນຈິໃຈຊີ້ນຳຂອງນາຍົກລັດຖະມົນຕີ.

ຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວກັນ, ທົ່ວປວງຊົນສະກັດກັ້ນໂລກລະບາດໃນຊຸມວັນນີ້ ແມ່ນຄວາມຈິງທີ່ມີຊີວິດຊີວາກ່ຽວກັບຈິດໃຈສາມັກຄີຂອງຊາດ ຫວຽດນາມ. ບັນດາຄວາມມານະພະຍາຍາມອັນຍິ່ງໃຫຍ່ ແລະ ລ້ຳຄ່ານີ້ໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຕໍ່ບັນດາລັດຖະນະໂຍບາຍກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ ຂອງລັດຖະບານ ຫວຽດນາມ, ຍິ່ງກ່ວານັ້ນຍັງປະກອບສ່ວນເຂົ້າໃນການສ້າງພາບພົດຂອງປະເທດຫວຽດນາມ ແມ່ນປະເທດທີ່ມີຄວາມສາມັກຄີ, ປອດໄພ ແລະ ຄວາມຮັກແພງມະນຸດດ້ວຍກັນ.