(vovworld) - ໄລຍະຜ່ານມາ, ບັນດາງານບຸນປື້ມ, ຖະໜົນປື້ມທີ່ຈັດຕັ້ງເປັນປະຈຳ ໄດ້ແຜ່ຂະຫຍາຍວັດທະນະທຳອ່ານໃນວົງຄະນາຍາດ. ວັນທີ 21/4 ຖືກຖືວ່າ ແມ່ນວັນອ່ານປື້ມປະຈຳປີ, ແມ່ນວັນບຸນຂອງບັນດາຜູ້ນິຍົມປື້ມ. ບົດຂຽນ “ການສ້າງ ແລະ ພັດທະນາວັດທະນະທຳອ່ານໃນວົງຄະນາຍາດ“ ຂອງ ຮົ່ງບັກ, ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ.
ການສ້າງ ແລະ ພັດທະນາວັດທະນະທຳອ່ານໃນວົງຄະນາຍາດ
ເພື່ອແນໃສ່ສ້າງ ແລະ ພັດທະນາວັດທະນະທຳອ່ານໃນວົງຄະນາຍາດ, ບົນພື້ນຖານຂຸດຄົ້ນແຫຼ່ງພູມປັນຍາ, ວັດທະນະທຳຂອງມະນຸດ ແລະ ຊາດ ຫວຽດນາມ ຢ່າງບໍ່ຢຸດຢັ້ງແລະມີປະສິດທິຜົນ, ພ້ອມທັງຮັບເອົາພູມປັນຍາທີ່ຍອດຍິ່ງຂອງມວນມະນຸດໂດຍມີການຄັດເລືອກ. ລັດຖະບານ ຫວຽດນາມ ມີແຜນນະໂຍບາຍໜູນຊ່ວຍພັດທະນາວັດທະນະທຳອ່ານໃນວົງຄະນາຍາດ, ພ້ອມທັງລະດົມແຫຼ່ງກຳລັງສັງຄົມເຂົ້າຮ່ວມພັດທະນາວັດທະນະທຳອ່ານອີກດ້ວຍ. ຄາດໝາຍຂອງແຜນນະໂຍບາຍນີ້ແມ່ນສ້າງ ແລະ ພັດທະນາຄວາມຊິນເຄີຍ, ຄວາມຕ້ອງການ, ທັກສະ ແລະ ຂະບວນການອ່ານໃນໝູ່ປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນໃນໝູ່ຊາວໜຸ່ມ, ເຍົາວະຊົນ, ນັກຮຽນ, ນັກສຶກສາ ແລະ ເອົາໃຈໃສ່ເປັນພິເສດເຖິງປະຊາຊົນຢູ່ເຂດຊົນນະບົດ, ເຂດທີ່ມີເງື່ອນໄຂເສດຖະກິດ - ສັງຄົມຍັງປະສົບກັບຄວາມຫຍຸ້ງຍາກ. ສູ້ຊົນເພື່ອໃຫ້ຊາວ ຫວຽດນາມ ແຕ່ລະຄົນອ່ານປື້ມສະເລ່ຍໃຫ້ໄດ້ 4 ຫົວ/ປີ; ຈຳນວນຜູ້ເຂົ້າອ່ານ ແລະ ນຳໃຊ້ຂໍ້ມູນຂ່າວຢູ່ຫໍສະໝຸດແມ່ນ 300 ລ້ານເທື່ອຄົນ/ປີ. ເພື່ອປະຕິບັດການພັດທະນາວັດທະນະທຳອ່ານໃນວົງຄະນາຍາດເປັນຢ່າງດີ, ທ່ານນາງ ຫວູເຢືອງຖູ໋ຍງ່າ, ຫົວໜ້າກົມຫໍສະໝຸດ, ກະຊວງ ວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ກຳນົດລະບົບບັນດາມາດຕະການລະອຽດເພື່ອຊຸກຍູ້ການອ່ານ, ບໍ່ພຽງແຕ່ມີລັກສະນະໂຄສະນາທຳມະດາເທົ່ານັ້ນ, ຫາກຍັງມີການເຄື່ອນໄຫວຢ່າງລະອຽດທີ່ສຸດ. ພວກຂ້າພະເຈົ້າກໍ່ສະເໜີມອບລາງວັນໃຫ້ບັນດາຜູ້ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາວັດທະນະທຳອ່ານ ແລະ ຍູ້ແຮງການຫັນການເຄື່ອນໄຫວຊຸກຍູ້ການອ່ານໃນວົງຄະນາຍາດ ຂອງສ່ວນບຸກຄົນ, ອົງການຈັດຕັ້ງເປັນສັງຄົມ “.
(ພາບປະກອບ)
ແຕ່ລະປີ, ໂຮງພິມຈຳໜ່າຍໄວໜຸ່ມ, ໂຮງພິມຈຳໜ່າຍແມ່ຍິງ ແລະ ໂຮງພິມຈຳໜ່າຍ ກິມດົ່ງ ໄດ້ສົມທົບກັນຈັດຕັ້ງງານບຸນປື້ມລະດູບານໃໝ່ໃນເດືອນ 3 ແລະ ງານບຸນປື້ມລະດູໃບໄມ້ຫຼົ່ນໃນເດືອນ 10, ເພື່ອແນໃສ່ແນະນຳເຖິງເພື່ອນຜູ້ອ່ານບັນດາປື້ມຫົວມ່ວນ, ຊຸດປື້ມໃໝ່. ງານບຸນວັດທະນະທຳອ່ານ ໄດ້ຮັບການຈັດຕັ້ງຢ່າງກວ້າງຂວາງຢູ່ຫຼາຍແຫ່ງ, ອັນໄດ້ປະກອບສ່ວນແຜ່ຂະຫຍາຍຄວາມນິຍົມປື້ມເຖິງທຸກຄົນ. ຕາມທ່ານ ຫງວຽນກຽມ, ຮອງປະທານສະມາຄົມພິມຈຳໜ່າຍ ຫວຽດນາມ ແລ້ວ, ບັນດາງານບຸນປື້ມ, ຖະໜົນປື້ມທີ່ຈັດຕັ້ງປະຈຳປີ ແມ່ນເພື່ອໃຫ້ວົງຄະນາຍາດສ້າງບັນດາການເຄື່ອນໄຫວອ່ານປື້ມຢ່າງມີປະໂຫຍດ.
“ສຳລັບບັນດາຜູ້ທີ່ເຮັດວຽກງານພິມຈຳໜ່າຍກໍ່ມີຄວາມປາຖະໜາວ່າຍິ່ງມີງານບຸນປື້ມຫຼາຍເທົ່າໃດກໍ່ຍິ່ງດີເທົ່ານັ້ນ, ມັນຊ່ວຍໃຫ້ພວກເຮົາລ້ຽງດູຄວາມເມົາມົວ, ຄວາມຊິນເຄີຍອ່ານປື້ມໃນຈຸດເວລາທີ່ແຕກຕ່າງກັນ. ໂຮງພິມຈຳໜ່າຍແມ່ຍິງ, ໂຮງພິມຈຳໜ່າຍໄວໜຸ່ມ, ໂຮງພິມຈຳໜ່າຍ ກິມດົ່ງ ໄດ້ພະຍາຍາມສົມທົບກັນຈັດຕັ້ງປີລະສອງເທື່ອ, ນັ້ນແມ່ນງານບຸນປື້ມລະດູບານໃໝ່, ແລະ ງານບຸນປື້ມລະດູໃບໄມ້ຫຼົ່ນ ຢູ່ຫໍພິພິທະພັນແມ່ຍິງທີ່ ຮ່າໂນ້ຍ. ນີ້ແມ່ນວຽກງານທີ່ດີ ແລະ ສາມາດຖືວ່ານີ້ແມ່ນຂໍ້ລິເລີ່ມຄຽງຂ້າງບັນດາງານບຸນປື້ມອື່ນໆໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ພ້ອມກັບນະຄອນ ຮ່າໂນ້ຍ ຈັດຕັ້ງຂື້ນ“.
ໃນຂອບເຂດງານບຸນປື້ມ, ຖະໜົນປື້ມນັ້ນ, ມີການເຄື່ອນໄຫວອຸດົມສົມບຸນຫຼາຍຢ່າງທີ່ປະກອບສ່ວນແຜ່ຂະຫຍາຍຄວາມນິຍົມປື້ມໄດ້ຮັບການຈັດຕັ້ງຄື: ງານພົບປະແລກປ່ຽນ, ການເຊັນມອບປື້ມຂອງນັກປະພັນໃຫ້ແກ່ຜູ້ອ່ານ, ການສຳມະນາ, ການແລກປ່ຽນກ່ຽວກັບຫົວຂໍ້ປື້ມ… ທ່ານ ຫງວຽນກວົກບາວ, ຊາວ ຮ່າໂນ້ຍ, ຖືວ່າ:
“ຂ້າພະເຈົ້າເຫັນວ່າການເຄື່ອນໄຫວຕ່າງໆໃນຂອບເຂດງານບຸນປື້ມແມ່ນມີປະໂຫຍດທີ່ສຸດ, ເພາະວ່າຄວາມຕ້ອງການຊອກອ່ານປື້ມຂອງປະຊາຊົນແມ່ນສູງທີ່ສຸດ, ແຕ່ບໍ່ແມ່ນວ່າຜູ້ໃດກໍ່ມີເງື່ອນໄຂເລືອກໄດ້ປື້ມທີ່ຕົນນິຍົມ“.
(ພາບປະກອບ)
ຄຽງຂ້າງເລື່ອງຍູ້ແຮງການເຄື່ອນໄຫວພົວພັນລະຫວ່າງໂຮງພິມຈຳໜ່າຍກັບຜູ້ອ່ານແລ້ວ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ ກໍ່ພວມຕັ້ງໜ້າສ້າງບັນດາຕູ້ປື້ມຄອບຄົວ, ເຂດອ່ານປື້ມຢູ່ທ້ອງຖີ່ນຕ່າງໆອີກ. ບັນດາອຸປະກອນເຕັກໂນໂລຢີທີ່ທັນສະໄໝພວມກາຍເປັນຊ່ອງໂຄສະນາການເຄື່ອນໄຫວຕ່າງໆກ່ຽວກັບປື້ມເຖິງວົງຄະນາຍາດຢ່າງມີປະໂຫຍດ, ໄວ ແລະ ມີປະສິດທິຜົນ. ທ່ານນາງ ຄຸກທິຮວາເຟື້ອງ, ຜູ້ອຳນວຍການໂຮງພິມຈຳໜ່າຍແມ່ຍິງ, ໃຫ້ຮູ້ວ່າ:
“ນອກຈາກຊ່ອງໂທລະພາບ, ສື່ມວນຊົນແລ້ວ, ການນຳໃຊ້ບັນດາຂໍ້ມູນໃນເຄືອຂ່າຍສັງຄົມກໍ່ມີປະສິດທິຜົນທີ່ສຸດ. ນັ້ນແມ່ນໜຶ່ງໃນບັນດາມາດຕະການເພື່ອສາມາດພັດທະນາວັດທະນະທຳອ່ານໃນວົງຄະນາຍາດໄດ້ດີ
ກວ່າ“.
ຢາກພັດທະນາພື້ນຖານວັດທະນະທຳອ່ານ ແມ່ນຕ້ອງພັດທະນາການ ປະພຶດ, ຄຸນຄ່າ ແລະ ມາດຕະຖານອ່ານຂອງບັນດານັກຄຸ້ມຄອງ ແລະ ອົງການຄຸ້ມຄອງລັດ, ຂອງປະຊາຄົມສັງຄົມ ແລະ ຂອງແຕ່ລະຄົນໃນສັງຄົມ. ການປະພຶດ, ຄຸນຄ່າ ແລະ ມາດຕະຖານອ່ານຂອງແຕ່ລະຄົນໃນສັງຄົມແມ່ນຄວາມຊິນເຄີຍ, ຄວາມນິຍົມ ແລະ ທັກສະອ່ານຂອງເຂົາເຈົ້າ. ນັ້ນແມ່ນພື້ນຖານຂອງສັງຄົມແຫ່ງການຮຳ່ຮຽນ, ປະຊາຊົນມີຄວາມຮູ້ສູງ, ນີ້ແມ່ນຄວາມຮຽກຮ້ອງຕ້ອງການ ທັງແມ່ນການທ້າທາຍຂອງສັງຄົມຍຸກປະຈຸບັນ. ການພັດທະນາວັດທະນະທຳອ່ານ ຫວຽດນາມ ແມ່ນເພື່ອໃຫ້ສັງຄົມພັດທະນາຢ່າງໝັ້ນຄົງ ແລະ ເຊື່ອມໂຍງເຂົ້າກັບສັງຄົມ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ