(vovworld)- ນັບແຕ່ປີ 1986, ພາຍຫລັງທີ່ໄດ້ປະຕິບັດກິດຈະການປ່ຽນແປງໃຫມ່ປະເທດຊາດ ໂດຍພັກກອມມູນິດຫວຽດນາມ ລິເລີ່ມ ແລະ ຊີ້ນຳນຳພາ, ພື້ນຖານວິຈິດສິນຫວຽດນາມໄດ້ພັດທະນາດີສົມຄວນ ແລະ ບັນລຸໄດ້ບັນດາຜົນງານຫລາຍເປັນຫນ້າຊື່ນຊົມ. ບັນດາການປະກອບສ່ວນກ່ຽວກັບດ້ານສິລະປະ, ດ້ານແນວຄິດຂອງບັນດານັກຈິດຕະກອນເຂົ້າໃນສິລະປະວັນນະຄະດີລວມຂອງປະເທດຊາດໃນ ໄລຍະ 30 ປີຜ່ານມາ ແມ່ນບັນດາຄຸນຄ່າໄດ້ຮັບການຢັ້ງຢືນ. 30 ປີແມ່ນໄລຍະທາງບໍ່ສັ້ນແລະກໍ່ບໍ່ຍາວ, ແຕ່ພື້ນຖານວິຈິດສິນ ຫວຽດນາມ ທັນສະໄຫມໄດ້ມີບາດກ້າວຂະຫຍາຍຕົວ, ບັນລຸໄດ້ຜົນງານຫລາຍຢ່າງກ່ຽວກັບດ້ານແນວຄິດ, ສິລະປະ ວັນນະຄະດີ. ບົດຂຽນຂອງນັກຂ່າວ ລານແອງ.
![]() ຮູບພາບໃນໄລຍະສົງຄາມ
ພາບ:cinet.vn |
ພາຍຫລັງ 30 ປີແຫ່ງການປ່ຽນແປງໃຫມ່ຂອງປະເທດຊາດ, ພື້ນຖານວິຈິດສິນຫວຽດນາມ ໄດ້ມີບາດກ້າວພັດທະນາຢ່າງບຸກທະລຸກ່ຽວກັບດ້ານຈີນຕະນາການ, ສິລະປະ ແລະ ການເຕີບໃຫຍ່ກ່ຽວກັບຖັນແຖວນັກຈິດຕະກອນປະດິດຄິດແຕ່ງ ແລະ ນັກຄົ້ນຄ້ວາດ້ານວິຈິດສິນ. ສາດສະດາຈານ, ນັກຈິດຕະກອນ ເຈີນແຄງເຈືອງ, ປະທານສະມາຄົມວິຈິດສິນຫວຽດນາມ ໃຫ້ຮູ້ວ່າ: 30 ປີຜ່ານມາ, ຂະແຫນງວິຈິດສິນຫວຽດນາມ ໄດ້ມີລະດັບພັດທະນາຢ່າງວ່ອງໄວ ນັບທັງລະບົບບຳລຸງສ້າງ ແລະ ຖັນແຖວນັກຈິດຕະກອນທີ່ເຂົ້າຮ່ວມການປະດິດຄິດແຕ່ງ. ພິເສດ, ໃນໄລຍະແຫ່ງການປ່ຽນແປງໃຫມ່, ນອກຈາກຖັນແຖວນັກຈິດຕະກອນເກົ່າແລ້ວ, ໄດ້ມີນັກຈິດຕະກອນໃຫມ່ຕື່ມອີກຫລາຍຄົນທີ່ໄດ້ຮັບການບຳລຸງສ້າງເປັນລະບົບ. ປີ 2013, ມີປະມານ 10.000 ຄົນເຂົ້າຮຽນຂະແຫນງວິຈິດສິນ. ປະຈຸບັນ, ຫວຽດນາມ ຮາກຖານບຳລຸງສ້າງດ້ານວິຈິດສິນ ກວ່າ 80 ແຫ່ງ, ໃນນັ້ນ ມີບັນດາໂຮງຮຽນໃຫຍ່ທີ່ມີຊື່ສຽງຄື: ມະຫາວິທະຍາໄລວິຈິດສິນ ຮ່າໂນ້ຍ, ມະຫາວິທະຍາໄລວິຈິດສິນ ນະຄອນໂຮ່ຈິມີນ, ມະຫາວິທະຍາໄລອຸດສາຫະກຳ, ມະຫາວິທະຍາໄລ ເຫ້ວ… ສາດສະດາຈານ, ນັກຈິດຕະກອນ ເຈີນແຄງເຈືອງ ໃຫ້ຮູ້ວ່າ:
“ເມື່ອທົບທວນຄືນບັນດາປະເພດສິລະປະຄືແນວນັ້ນ, ກ່ອນທີ່ດຳເນີນການປ່ຽນແປງໃຫມ່, ເປັນທີ່ຈະແຈ້ງແລ້ວວ່າ ປະຈຸບັນ ຂະແຫນງວິຈິດສິນມີບາດກ້າວພັດທະນາຢ່າງກະໂດດຂັ້ນ. ເປັນອັນວ່າ ສິລະປະສ້າງພາບໃນໄລຍະປ່ຽນແປງໃຫມ່ມີສອງຢ່າງທີ່ພວກເຮົາເຫັນໄດ້ຢ່າງຈະແຈ້ງ. ທີຫນຶ່ງ ແມ່ນການພັດທະນາຫລາຍຮູບຫລາຍແບບຂອງສິລະປະສ້າງພາບ, ທີສອງ ແມ່ນການພັດທະນາກະໂດດຂັ້ນຂອງວິຈິດສິນໝູນໃຊ້, ສິລະປະທີ່ໄດ້ນຳໃຊ້ເຂົ້າໃນຊີວິດ ແລະ ປະກອບສ່ວນເຂົ້າໃນພື້ນຖານເສດຖະກິດ.”
ບໍ່ພຽງແຕ່ພັດທະນາກ່ຽວກັບລະບົບບຳລຸງສ້າງ ຈຳນວນສະມາຊິກສະມາຄົມວິຈິດສິນເທົ່ານັ້ນ ຫາກການຈັດຕັ້ງງານວາງສະແດງຂອງບັນດານັກຈິດຕະກອນກໍເພີ່ມຂຶ້ນຢ່າງກະໂດດຂັ້ນອີກດ້ວຍ. ຖ້າຫາກພາຍຫລັງ ພາກໃຕ້ຫວຽດນາມໄດ້ຮັບການປົດປ່ອຍຢ່າງສົມບູນ, ແຕ່ລະປີ ສະມາຄົມວິຈິດສິນຫວຽດນາມ ໄດ້ຈັດຕັ້ງງານວາງສະແດງພຽງແຕ່ 20 – 30 ຄັ້ງ ແລະ ສ່ວນຫລາຍແມ່ນດຳເນີນຢູ່ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມີນ, ສະເພາະປີ 1990, ມີງານວາງສະແດງ 200 ຄັ້ງໄດ້ດຳເນີນຢູ່ພາຍໃນປະເທດ. ພາຍຫລັງປີ 1990 ໄດ້ຈັດຕັ້ງງານວາງສະແດງກວ່າ 300 ຄັ້ງ. ແຕ່ລະປີ ມີ ປະມານ 2500 ຜະລິດຕະພັນວິຈິດສິນໄດ້ສົ່ງເຖິງບັນດາງານວາງສະແດງ ແລະ ທັງໝົດ ລ້ວນແຕ່ໄດ້ຮັບການປະດິດຄິດແຕ່ງໃຫມ່. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ກຳລັງປະດິດຄິດແຕ່ງນັບມື້ນັບຫລາຍຂຶ້ນ. ບັນດາງານວາງສະແດງນີ້ມີຄຸນປະໂຫຍດໄດ້ຊ່ວຍໃຫ້ນັກຈິດຕະກອນພັດທະນາຄວາມເກັ່ງກ້າສາມາດ, ນຳເອົາບັນດາຜະລິດຕະພັນໃຫມ່, ພະລັງຊີວິດໃຫມ່ຂອງສິລະປະມາສູ່ສາທາລະນະຊົນ.
![]() ແຕ່ລະປີ ມີ ປະມານ 2500 ຜະລິດຕະພັນວິຈິດສິນໄດ້ສົ່ງເຖິງບັນດາງານວາງສະແດງ
ພາບ: internet
|
ໂດຍສືບທອດ ແລະ ພັດທະນາຫົວເລື່ອງເກົ່າ, ຊອກຫາຫົວເລື່ອງໃຫມ່ ແມ່ນຈຸດທີ່ພົ້ນເດັ່ນຂອງພື້ນຖານວິຈິດສິນຫວຽດນາມໃນໄລຍະປ່ຽນແປງໃຫມ່. ເມື່ອປະເທດຊາດມີການປ່ຽນແປງໃຫມ່, ດ້ານເສດຖະກິດ, ການເມືອງ, ສັງຄົມກໍລ້ວນແຕ່ມີການປ່ຽນແປງໄປນຳ. ໄລຍະໃຫມ່ ສະນັ້ນ ດ້ານແນວຄິດ, ວິທີການສະແດງກໍຄວນມີການເຊື່ອມໂຍງ. ນັກຈິດຕະກອນ ເລຈ້ອງເລີນ, ປະທານສະພາສະມາຄົມວິຈິດສິນຈິດຕະກຳ ຫວຽດນາມ ໃຫ້ຮູ້ວ່າ: ກອ່ນນີ້ ຫົວເລື່ອງກ່ຽວກັບສົງຄາມແມ່ນຄວາມດຶງດູດການປະດິດຄິດແຕ່ງຂອງນັກຈິດຕະກອນ ແລະ ນີ້ແມ່ນຫົວເລື່ອງຮຽກຮ້ອງວົງການນັກຈິດຕະກອນຕ້ອງມີດ້ານສິລະປະສູງສຸດ.ໃນຈຳນວນຜະລິດຕະພັນວິຈິດສິນນັ້ນ ມີ 60-70% ແມ່ນຫົວເລື່ອງກ່ຽວກັບການຕໍ່ສູ້ປົກປັກຮັກສາປະເທດຊາດ. ແຕ່ປະຈຸບັນ, ບັນດານັກຈິດຕະກອນຫນຸ່ມໄດ້ເປີດກວ້າງຕື່ມອີກ, ມີບັນດາຮູບການ ແລະ ວິທີການສະແດງໃຫ້ເຫັນຫົວເລື່ອງທີ່ອຸດົມສົມບູນ ແລະ ເໝາະສົມກັບຊີວິດທັນສະໄຫມ. ນັກຈິດຕະກອນ ເລຈ້ອງເລີນ ໃຫ້ຮູ້ວ່າ:
“ຕົວຢ່າງ ເມື່ອເວົ້າເຖິງບັນດາຈີນຕະນາການ ກ່ອນນີ້ສັງເກດດ້ວຍຮູບພາບຊື່ງນັກຈິດຕະກອນອະວຸໂສກ່ອນນີ້ໄດ້ນຳໃຊ້ຮູບພາບລະອຽດເພື່ອເວົ້າເຖິງການຕໍ່ສູ້ຢ່າງສະຫງ່າອົງອາດນັ້ນ. ແຕ່ມາເຖິງປະຈຸບັນ ນັກຈິດຕະກອນໄດ້ນຳໃຊ້ແນວຄິດ, ຫາກບໍ່ນຳໃຊ້ຮູບພາບໂດຍກົງເພື່ອສ້າງການພົວພັນກ່ຽວກັບດ້ານອາລົມຈິດກໍຄືການແຕ້ມພາບ, ມີຮູບການ ແລະ ວິທີສະແດງແຕກຕ່າງກັນ.”
ໃນໄລຍະ 30 ປີແຫ່ງການປ່ຽນແປງໃຫມ່ ກໍເປັນຂີດໝາຍຂະແຫນງວິຈິດສິນທັນສະໄຫມຂອງຫວຽດນາມ ໄດ້ມີການປ່ຽນແປງຢ່າງກະໂດດຂັ້ນກ່ຽວກັບຄຸນນະພາບ, ມຸ່ງໄປເຖິງການໝູນໃຊ້ວິຈິດສິນ ແລະ ຮັບເອົາບັນດາການໝູນໃຊ້ດ້ານວິຈິດສິນທັນສະໄຫມຂອງໂລກ. ນັກຈິດຕະກອນ ເລຮູຍຕຽບ, ປະທານ ສະພາສິລະປະແຕ້ມພາບ, ສະມາຄົມວິຈິດສິນ ຫວຽດນາມ ໄດ້ຍົກຕົວຢ່າງວ່າ: ຖ້າຫາກການພັດທະນາຂອງສິລະປະການແຕ້ມຮູບໃສ່ຜະລິດຕະພັນຫຸ້ມຫໍ່ປະກົດອອກແຕ່ຊຸມປີ 1985, ສິລະປະແຕ້ມພາບປະກົດອອກຫລາຍສຸດນັບແຕ່ປີ 1990 ມາຮອດປະຈຸບັນ. ກ່ຽວກັບການພັດທະນາຂອງ logo, ການແຕ້ມພາບໃນການອອກແບບ ກໍ່ອາດ ເວົ້າໄດ້ວ່າ ໃນໄລຍະ 15-20 ປີມານີ້ ກໍ ໄດ້ຮັບການພັດທະນາຢ່າງເຫັນໄດ້ຊັດ. ນັກຈິດຕະກອນ ເລຮູຍຕຽບ ໃຫ້ຮູ້ວ່າ:
“ໃນໄລຍະ 30 ປີຜ່ານມາ, ອາດຈະເວົ້າໄດ້ວ່າ ສິລະປະແຕ້ມຮູບ ຫວຽດນາມມີບັນດາບາດກ້າວພັດທະນາດີສົມຄວນ. ນັ້ນແມ່ນການພັດທະນາກ່ຽວກັບຮູບການ, ເນື້ອໃນ ແລະ ຄຸນນະພາບ. ພ້ອມກັບການພັດທະນາຂອງສັງຄົມ, ຂອງເຕັກໂນໂລຊີ, ຕະຫລາດ, ໃນສິລະປະແຕ້ມຮູບໄດ້ມີບາດກ້າວພັດທະນາຢ່າງເຫັນໄດ້ຊັດໃນສິລະປະແຕ້ມຮູບໂຄສະນາ, ການອອກແບບ, ແຕ້ມກາໝາຍ, logo ແລະອື່ນໆລ້ວນແຕ່ມີການພັດທະນາດີສົມຄວນ.”
ອາດເວົ້າໄດວ່າ ກິດຈະການປ່ຽນແປງໃຫມ່ ໄດ້ເຮັດໃຫ້ຂະແຫນງວິຈິດສິນຫວຽດນາມ ພັດທະນານັບທັງປະລິມານກໍຄືຄຸນນະພາບ. ຍ້ອນເຫດນັ້ນ ໃນໄລຍະ 30 ປີແຫ່ງການປ່ຽນແປງໃຫມ່, ຂະແຫນງ ວິຈິດສິນຫວຽດນາມ ມີຄວາມເຊື່ອໝັ້ນ ເພື່ອ ເຊື່ອມໂຍງກັບວິຈິດສິນທັນສະໄຫມຂອງໂລກ, ປະກອບສ່ວນເຂົ້າໃນກິດຈະການກໍ່ສາ້ງ ແລະ ພັດທະນາມະນຸດຫວຽດນາມ ຢ່າງທັນສະໄຫມຮອບດ້ານ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


