![]() |
ພ້ອມກັບພາບ ດົງໂຮ່ ຢູ່ ບັກນີງ, ພາບ ຮ່າງຈົງ ຢູ່ ຮ່າໂນ້ຍ, ພາບພຶ້ື້ນເມືອງ ກີມຮ່ວາງ ແມ່ນປະເພດພາບພື້ນເມືອງທີ່ເປັນເອກະລັກສະເພາະຂອງເຂດທົ່ງພຽງພາກເຫນືອໃນຫວຽດນາມ ເມື່ອກ່ອນ. ກ່ອນນີ້ ພາບພຶ້ື້ນເມືອງ ກີມຮ່ວາງ ຖືກເອີ້ນວ່າ ພາບແດງ ຍ້ອນວ່າ ເຄີຍພິມໃນເຈ້ຍສາສີແດງ ຕ່າງກັບພາບຮ່າງຈົງ ຫລື ພາບດົງໂຮ່ ແມ່ນພິມໃນເຈ້ຍສາສີຂາວ. ພາບປະເພດນີ້ ນອກຈາກໃຊ້ສີແດງເປັນພື້ນຂອງພາບແລ້ວ ຍັງມີສີດຳເມື່ອພິມຈາກແມ່ພິມເຮັດດ້ວຍໄມ້ ແລະ ສີຂາວ, ສີດຳ, ສີບົວ…..ທີ່ໄດ້ແຕ້ມເພີ່ມເຕີມພາຍຫລັງພິມສຳເລັດ. ອ້າຍ ເລບີກ, ຊື່ງແມ່ນຜູ້ນິຍົມພາບພື້ນເມືອງປະເພດນີ້ໃຫ້ຮູ້ວ່າ: ຍ້ອນເມົາມົບກັບບັນດາປະເພດພາບພື້ນເມືອງ ສະນັ້ນ ອ້າຍໄດ້ຍາດເວລາເພື່ອຊອກຮູ້ ແລະ ມີຄວາມປະທັບໃຈພິເສດຕໍ່ ພາບພຶ້ື້ນເມືອງ ກີມຮ່ວາງ.
“ພາບພຶ້ື້ນເມືອງ ກີມຮ່ວາງ ເຄີຍເອີ້ນວ່າພາບແດງ ແມ່ນພາບພື້ນເມືອງປະເພດຫນຶ່ງທີ່ເປັນເອກະລັກສະເພາະທີ່ສຸດ. ຂ້າພະເຈົ້ານິຍົມພາບແຕ້ມຮູບໂຕໝູ ແລະ ຮູບໂຕໄກ່. ນັ້ນແມ່ນບັນດາຮູບພາບແຕ້ມດ້ວຍລວດລາຍທີ່ລຽບງ່າຍບົນພື້ນສີແດງ ດ້ວຍຮູບໝູທີ່ມີຄວາມໃກ້ຊິດຕິດແທດກັບປະຊາຊົນຫວຽດນາມ. ມາຮອດປະຈຸບັນ ມັນຍັງສວຍງາມຢູ່.”
ກ່ອນນີ້ ເພື່ອຜະລິດພາບແຕ້ມດ້ວຍພື້ນສີແດງທີ່ງາມຕານັ້ນ, ຜູ້ຜະລິດ ພາບພຶ້ື້ນເມືອງ ກີມຮ່ວາງເຄີຍນຳໃຊ້ແມ່ພິມເຮັດດ້ວຍໄມ້ຕົ້ນຈັນຫລືຕົ້ນມີ້ ແລະຖືກຄວັດແກະສະຫລັກຢ່າງລະອຽດລະອໍ ແລະ ມີເຕັກນິກສູງໃນການພິມ. ປະຊາຊົນໃນບ້ານເລົ່າຄືນສູ່ຟັງວ່າ ຊຸມປີຕົ້ນສັດຕະວັດທີ 20, ພາຍຫລັງລະດູການເກັບກ່ຽວໃນເດືອນ 10 ສຳເລັດຜົນ, ອາກາດຫນາວເຢັນ ກໍແມ່ນຈຸດເວລາທີ່ປະຊາຊົນບ້ານກີມຮ່ວາງ ພ້ອມກັນທຳການຜະລິດ ພາບພຶ້ື້ນເມືອງ ກີມຮ່ວາງ. ເຈ້ຍສາແດງເພື່ອແຕ້ມພາບແມ່ນຊື້ມາຈາກຖະຫນົນ ຮ່າງໝ໋າ. ພາຍຫລັງນຳໃຊ້ແມ່ພິມເຮັດດ້ວຍໄມ້ທີ່ມີຢູ່ແລ້ວ, ນັກສິລະປະການໄດ້ທານ້ຳສີໃສ່, ວາງເຈ້ຍ ແລະ ດັດໃຫ້ຮາບພຽງ ແລ້ວໃຊ້ໄຍໝາກບວບທາຄ່ອຍໆເພື່ອໃຫ້ລວດລາຍແຈ້ງລະອຽດ, ແລ້ວນຳເອົາໄປຕາກແດດ. ເມື່ອພາບແຫ້ງແລ້ວ ຜູ້ແຕ້ມພາບຈະຈ້ຳສີ ແລະ ແຕ້ມລວດລາຍໃສ່ຕື່ມເພື່ອໃຫ້ພາບແຕ້ມມີຊີວິດຊີວ່າກວ່າ. ຟອຍທາສີທີ່ໄດ້ນຳໃຊ້ເພື່ອແຕ້ມພາບປະເພດນີ້ແມ່ນເຮັດດ້ວຍເຟືອງເຂົ້າຫນຽວ, ເພື່ອສ້າງຄວາມນຸ່ມ ແລະ ເວລາແຕ້ມແມ່ນງ່າຍກວ່າ. ສະນັ້ນ ລວດລາຍທີ່ໄດ້ແຕ້ມໃນພາບພຶ້ື້ນເມືອງ ກີມຮ່ວາງ ເຫັນວ່າແມ່ນລຽບງ່າຍ ແລະ ມີຊີວິດຊີວາທີ່ສຸດ. ທ່ານນາງ ຫງວຽນທິທູຮ່ວາ, ຜູ້ເກັບຮັກສາພາບພື້ນເມືອງໃຫ້ຮູ້ວ່າ:
“ພາບພຶ້ື້ນເມືອງ ກີມຮ່ວາງ ຢູ່ໝູ່ບ້ານຊົນນະບົດ ຊານນະຄອນຮ່າໂນ້ຍ ພຽງແຕ່ຮັບໃຊ້ໃຫ້ປະຊາຊົນຊາວຜູ້ອອກແຮງງານ ສະນັ້ນ ມີຄວາມຜົນສະທ້ອນກ່ຽວກັບສີສັນໃນພາບ, ລວດລາຍກໍລຽບງ່າຍ. ສຳລັບຊາວຜູ້ອອກແຮງງານ ເມື່ອບຸນເຕັດວຽນມາ ເຂົາເຈົ້າເຄີຍຊື້ຄຳພະຫຍາ, ພາບພື້ນເມືອງແດງມາປະດັບປະດາໃນເຮືອນ ເພື່ອປາດຖະຫນາວ່າ ທຸກຄົນໃນຄອບຄົວຈະໄດ້ຮັບຄວາມໂຊກດີ. ພາບພຶ້ື້ນເມືອງ ກີມຮ່ວາງ ມີສີສັນແບບທຳມະຊາດ.”
![]() ທ່ານນາງ ຫງວຽນທິທູຮ່ວາ ພ້ອມກັບນັກສິລະປະການຜູ້ອາຍຸສູງໃນ
ບ້ານຜະລິດພາບພື້ນເມືອງກີມຮ່ວາງ ພາບ:internet |
ຢູ່ໃນ ພາບພຶ້ື້ນເມືອງ ກີມຮ່ວາງ ແຕ່ລະແຜ່ນນັ້ນ ບໍ່ພຽງແຕ່ມີຮູບພາບເທົ່ານັ້ນ ຫາກຍັງມີຄຳພະຫຍາດ້ວຍການຂຽນຕົວຫນັງສືຈີນຢູ່ເບື້ອງຊ້າຍຂອງພາບອີກດ້ວຍ. ເພື່ອເຮັດໄດ້ສິ່ງດັ່ງກ່າວ ນັກສິລະປະການຜະລິດພາບແຕ້ມປະເພດນີ້ ບໍ່ພຽງແຕ່ຮູ້ພາສາຈີນເປັນຢ່າງດີເທົ່ານັ້ນ ຫາກຍັງມີຄວາມຮູ້ໃດຫນຶ່ງເພື່ອສະແດງຄວາມເກັ່ງກ້າຂອງຕົນຜ່ານພາບແຕ້ມ ແລະ ນີ້ແມ່ນຈຸດແຕກຕ່າງຂອງປະເພດ ພາບພຶ້ື້ນເມືອງ ກີມຮ່ວາງ.
ພາບພຶ້ື້ນເມືອງ ກີມຮ່ວາງ ງາມຄືແນວນັ້ນ ແຕ່ມາຮອດໄລຍະປະຈຸບັນ, ມີບໍ່ເທົ່າໃດຄອບຄົວ ຮັກສາແມ່ພິມເຮັດດ້ວຍໄມ້ໄວ້ ແລະ ຜູ້ຜະລິດພາບພື້ນເມືອງປະເພດນີ້ມີຈຳນວນຫນອ້ຍ. ທ່ານນາງ ຫງວຽນທິທູຮ່ວາ, ຜູ້ເກັບຮັກສາພາບພື້ນເມືອງໃຫ້ຮູ້ວ່າ: ປີ 1915, ໄພນ້ຳຖ້ວມເກີດຂຶ້ນຢ່າງຮ້າຍແຮງ, ຄັນຄູ ລຽນມາກ ຖືກແຕກ ໄດ້ເຮັດໃຫ້ແມ່ພິມເຮັດດ້ວຍໄມ້ຫລາຍແຜ່ນຂອງໝູ່ບ້ານ ກີມຮ່ວາງ ຖືກພັງທະລາຍ. ຫລັງຈາກນັ້ນ ລະດູເກັບກ່ຽວບໍ່ໄດ້ຮັບຜົນ, ໄພອຶດຫິວເກີດຂຶ້ນ ພ້ອມກັບຖືກສົງຄາມ, ສະນັ້ນ ພາບພຶ້ື້ນເມືອງ ກີມຮ່ວາງຖືກສູນຫາຍໄປ. ປະຈຸບັນ ທ່ານນາງ ຫງວຽນທິທູຮ່ວາ ເກັບຮັກສາພາບພຶ້ື້ນເມືອງ ກີມຮ່ວາງ ກວ່າ 60 ແຜ່ນ ແລະ ຟື້ນຟູຄືນໄດ້ 20 ແຜ່ນ.
ເພື່ອຟື້ນຟູອາຊີບຜະລິດ ພາບພຶ້ື້ນເມືອງ ກີມຮ່ວາງ ຊື່ງແມ່ນອາຊີບທີ່ມີຊື່ສຽງຮຽງນາມໃນໄລຍະຫນຶ່ງຢູ່ເຂດບ້ານນາ ນັ້ນແມ່ນຄວາມປາດຖະຫນາດຂອງຜູ້ນິຍົມພາບພື້ນເມືອງກີມຮວ່າງ ຫລາຍຄົນ. ເພາະມີໄລຍະຫນຶ່ງ, ພາບພຶ້ື້ນເມືອງ ກີມຮ່ວາງ ແມ່ນອາຫານດ້ານຈິດໃຈຂອງປະຊາຊົນເຂດດ່ວາຍ ແລະ ເຂດທົ່ງພຽງພາກເຫນືອ. ພິເສດ ໃນໂອກາດບຸນປີໃຫມ່ປະຈຳຊາດແຕ່ລະປີ, ປະຊາຊົນເຄີຍຊື້ພາບມາປະດັບປະດາໃນເຮືອນ. ກ່ອນນີ້ ຄອບຄົວໃດມີ ພາບພຶ້ື້ນເມືອງ ກີມຮ່ວາງ ລ້ວນແຕ່ມີຄວາມເອກອ້າງທະນົງໃຈ ແລະ ເຂົາເຈົ້າເຄີຍອວຍພອນປີໃຫມ່ດ້ວຍພາບພື້ນເມືອງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ


