(vovworld)- ສຳນັກພິມຈຳຫນ່າຍການເມືອງແຫ່ງຊາດ - ຄວາມຈິງ ຫາກໍ່ສະເຫນີຕົວປື້ມເອກະສານປະຫວັດສາດ “ບົດບັນທຶກສົງຄາມ” 1-2-3-4.75 - ສະບັບພາສາ ອັງກິດ ຂອງນັກຂ່າວ, ນັກປະພັນວັນນະຄະດີ ເຈີນມາຍແຫ້ງ.
![]() |
ປື້ມ “ບົດບັນທຶກສົງຄາມ” 1-2-3-4.75 - ສະບັບພາສາ ອັງກິດ ລວມມີ 520 ຫນ້າ, 19 ພາກ.
ປື້ມ “ບົດບັນທຶກສົງຄາມ” ທັງມີຄຸນຄ່າດ້ານວັນນະຄະດີ, ທັງມີຄຸນຄ່າດ້ານປະຫວັດສາດ ແລະ ສື່ມວນຊົນ, ບັນດາເອກະສານສະບັບຕົ້ນໄດ້ຮັບຖືວ່າແມ່ນປິດລັບຢ່າງເດັດຂາດໃນເວລານັ້ນຂອງຝ່າຍກົງກັນຂ້າມ ພ້ອມກັບບັນດາເອກະສານໂດຍນັກປະພັນແນະນຳໃນປື້ມຫົວນີ້ແມ່ນຕິດພັນກັບເຫດການປະຫວັດສາດສຳຄັນຍິ່ງຂອງປະເທດຊາດ ດ້ວຍຄວາມຊັດເຈນ ແລະ ຄວາມເຊື່ອໃຈຢ່າງສູງ.
ປື້ມ “ບົດບັນທຶກສົງຄາມ” ໄດ້ວາດພາບ ແລະ ສ່ອງແສງຄວາມຈິງການລົ້ມລະລາຍຂອງອຳນາດການປົກຄອງ ໄຊງ່ອນໂດຍ ຫງວຽນວັນທ້ຽວ ເປັນປະທານາທິບໍດີ ໃນເວລາ 4 ເດືອນສຸດທ້າຍຂອງສົງຄາມ, ແຕ່ເດືອນ 1 ເຖິງໝົດເດືອນ 4/1975.
![]() ນັກປະພັນວັນນະຄະດີ ເຈີນມາຍແຫ້ງ
|
ວິທີແນະນຳ, ຕົວອັກສອນຫຍໍ້, ບັນດາປະໂຫຍກພາສາອັງກິດໃນເອກະສານໄດ້ຮັບການຮັກສາໄວ້ຄືເອກະສານສະບັບຕົ້ນ.
“ບົດບັນທຶກສົງຄາມ 1-2-3-4.75 ໄດ້ຮັບການກວດກາຢັ້ງຢືນ, ພິມຈຳຫນ່າຍເປັນຄັ້ງທຳອິດເມື່ອເດືອນ 4/2014. ໃນໄລຍະ 2 ປີທຳອິດ, ປື້ມຫົວນີ້ ຍາດໄດ້ບັນດາລາງວັນທີ່ມີຊື່ສຽງຢູ່ພາຍໃນປະເທດ ແລະ ພາກພື້ນ ຄື: “ລາງວັນວັນນະຄະດີປີ 2014” ຂອງສະມາຄົມນັກປະພັນວັນນະຄະດີຫວຽດນາມ”, “ລາງວັນວັນນະຄະດີປີ 2015 ຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).ໃນໄລຍະ 2 ປີ, ປື້ມ “ບົດບັນທຶກສົງຄາມ” ໄດ້ຮັບການພິມຈຳຫນ່າຍເຖິງ 3 ຄັ້ງ ແລະ ພິມເປັນຈຳນວນຫລາຍຫົວ.
ຄະນະບໍລິຫານງານສະມາຄົມນັກຂ່າວຫວຽດນາມ ໄດ້ຕົກລົງ ແປບົດບັນທຶກສົງຄາມ 1-2-3-4.75 ເປັນພາສາອັງກິດ “ເພື່ອແນະນຳ, ໂຄສະນາບັນດາບົດປະພັນວັນນະຄະດີຂຽນກ່ຽວກັບພາລະກິດແຫ່ງການປົກປັກຮັກສາປະເທດຊາດ, ປົດປ່ອຍຊາດ ແລະຄວາມມຸ່ງຫວັງສັນຕິພາບຂອງປະຊາຊົນຫວຽດນາມ ເຖິງເພື່ອນຜູ້ອ່ານໂລກ.”
“ບົດບັນທຶກສົງຄາມ 1-2-3-4.75 ສະບັບພາສາອັງກິດ ຂອງນັກຂ່າວ, ນັກປະພັນວັນນະຄະດີ ເຈີນມາຍແຫ້ງ, ຜູ້ແປ ແມ່ນແມ້ງເກື່ອງ ໂດຍສຳນັກພິມຈຳຫນ່າຍການເມືອງແຫ່ງຊາດ ຄວາມຈິງ ພິມຈຳຫນ່າຍ ແມ່ນບົດປະພັນໄດ້ຮັບລາງວັນວັນນະຄະດີ ທຳອິດຂອງສະມາຄົມນັກປະພັນວັນນະຄະດີຫວຽດນາມ ໄດ້ຮັບການຈັດຕັ້ງແປງເປັນພາສາອັງກິດ ແລະ ພິມຈຳຫນ່າຍຢູ່ພາຍໃນປະເທດ ເພື່ອແນະນຳເຖິງທ່ານຜູ້ອ່ານໃນໂລກ. ປື້ມຫົວນີ້ໄດ້ຮັບການກວດແກ້ຈາກ ບໍລິສັດແປພາສາ Metro Writers ລວມມີບັນດາຜູ້ຊ່ຽວຊານດ້ານພາສາມີປະສົບການ ຂອງຫວຽດນາມ ແລະ ຕ່າງປະເທດ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

