5 ມື້​ຢ່າງ​ລຽ​ນ​ຕິດ, ​ຫວຽດ​ນາມ​ບໍ່​ກວດ​ພົບ​ຜູ້​ຕິ​ດ​ເຊື້ອ​ພະ​ບາດ Covid – 19 ໃນ​ຊຸມ​ຊົນ

(VOVWORLD) -   ມາຮອດປັດຈຸບັນ, ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ຫວຽດນາມແມ່ນ 1049 ຄົນ, ໃນນັ້ນມີ 815 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີຜູ້ເສຍຊີວິດ 35 ຄົນ.
5 ມື້​ຢ່າງ​ລຽ​ນ​ຕິດ, ​ຫວຽດ​ນາມ​ບໍ່​ກວດ​ພົບ​ຜູ້​ຕິ​ດ​ເຊື້ອ​ພະ​ບາດ Covid – 19 ໃນ​ຊຸມ​ຊົນ - ảnh 1ນຳສົ່ງພົນລະເມືອງຫວຽດນາມ 240 ຄົນ ຈາກຟີລິບປິນກັບເມືອປະເທດ (ພາບ: TTXVN) 

ນັບແຕ່ເວລາ 18 ໂມງຂອງວັນທີ 6 ກັນຍາ ຫາເວລາ 6 ໂມງຂອງວັນທີ 7 ກັນຍາ, ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະຍາດ Covid – 19ໃໝ່ຕື່ມອີກ. ດັ່ງນັ້ນ, 5 ມື້ຢ່າງລຽນຕິດ, ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະບາດ Covid – 19 ໃນຊຸມຊົນ, ນັບແຕ່ເວລາກວດພົບຜູ້ຕິດເຊື້ອພະຍາດທີ 1045 ຢູ່ແຂວງຫ໋າຍເຢືອງ ໃນວັນທີ 2 ກັນຍາ.

ມາຮອດປັດຈຸບັນ, ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ຫວຽດນາມແມ່ນ 1049 ຄົນ, ໃນນັ້ນມີ 815 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີຜູ້ເສຍຊີວິດ 35 ຄົນ.

ໃນວັນທີ 6 ກັນຍາ 2020, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ຟີລິບປິນ ແລະ ບໍລິສັດການບິນ Vietjet ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຟີລິບປິນ ນຳສົ່ງພົນລະເມືອງຫວຽດນາມ 240 ຄົນ ຈາກຟີລິບປິນກັບເມືອປະເທດ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນເກິ່ນເທີຢ່າງປອດໄພ, ຜູ້ໂດຍສານທັງໝົດ ກໍ່ໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ