6 ຄຳສັ່ງສອນຂອງປະທານໂຮ່ຈິມິນຍາມໃດກໍ່ແມ່ນເຂັມຊີ້ທິດໃຫ້ທຸກການເຄື່ອນໄຫວຂອງກຳລັງຕຳຫຼວດປະຊາຊົນ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບ 5 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກະຊວງຕຳຫຼວດປີ 2013 ກ່ຽວກັບການສືບຕໍ່ຍູ້ແຮງຂະບວນການຕຳຫຼວດຮ່ຳຮຽນ, ປະຕິບັດຕາມ 6 ຄຳສັ່ງສອນຂອງປະທານໂຮ່ຈິມິນໄລຍະ 2013 – 2018

6 ຄຳສັ່ງສອນຂອງປະທານໂຮ່ຈິມິນຍາມໃດກໍ່ແມ່ນເຂັມຊີ້ທິດໃຫ້ທຸກການເຄື່ອນໄຫວຂອງກຳລັງຕຳຫຼວດປະຊາຊົນ - ảnh 1 (ກວ່າ 70 ປີຜ່ານມາ, ຄຳສັ່ງສອນຂອງເພີ່ນຍັງມີຄຸນຄ່າເໝືອນເດີມ, ແມ່ນພື້ນຖານແນວຄິດ,

ເປັນເຂັມຊີ້ທິດໃຫ້ທຸກການເຄື່ອນໄຫວ, ວັດທະນະທຳການປະພຶດຂອງກຳລັງຕຳຫຼວດປະຊາຊົນ)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ກວ່າ 70 ປີຜ່ານມາ, ຄຳສັ່ງສອນຂອງເພີ່ນຍັງມີຄຸນຄ່າເໝືອນເດີມ, ແມ່ນພື້ນຖານແນວຄິດ, ເປັນເຂັມຊີ້ທິດໃຫ້ທຸກການເຄື່ອນໄຫວ, ວັດທະນະທຳການປະພຶດຂອງກຳລັງຕຳຫຼວດປະຊາຊົນ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ສະເໜີໃຫ້ກະຊວງຕຳຫຼວດຮີບເຮັ່ງຍື່ນສະເໜີສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍຕຳຫຼວດປະຊາຊົນ (ສະບັບປັບປຸງ) ແລະ ບັນດາເອກະສານນິຕິກຳກ່ຽວຂ້ອງ, ເປັນພື້ນຖານ ເພື່ອບູລະນະໂຄງຮ່າງການຈັດຕັ້ງຕຳຫຼວດປະຊາຊົນຈາກສູນກາງລົງຮອດຂັ້ນແຂວງ, ເມືອງ, ຕາແສງ.

      “ປັບປຸງລະບຽບວິໄລ, ສ້າງກຳລັງໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ. ຮັກສາບົດບາດແມ່ນກຳລັງຫຼັກແຫຼ່ງໃນວຽກງານປ້ອງກັນ, ຕ້ານອາດຊະຍາກຳ; ພ້ອມທັງເປັນເຈົ້າການຕ້ານໄພຫຍໍ້ທໍ້, ການສໍ້ລາດບັງຫຼວງ ໃນກະຊວງ, ຂະແໜງຂອງຕົນ. ພະນັກງານ, ນັກຮົບແຕ່ລະຄົນ ຕ້ອງຝືກຝົນຫຼໍ່ຫຼອມຕົນເອງ, ຮັກສາຈັນຍາບັນຂອງຕຳຫຼວດປະຊາຊົນ”.

ຕອບກັບ

ຂ່າວ/ບົດ​ອື່ນ