DSIຂອງໄທສະເຫນີສານອາຍາອອກໝາຍຈັບຕົວຫົວຫນ້າການແຫ່ຂະບວນປະທ້ວງ16ຄົນ.

 DSIຂອງໄທສະເຫນີສານອາຍາອອກໝາຍຈັບຕົວຫົວຫນ້າການແຫ່ຂະບວນປະທ້ວງ16ຄົນ. - ảnh 1
ສະພາບການສັບສົນຢູ່ໄທ
ພາບປະກອບ:internet

(vovworld) - ວັນ​ທີ 27/1, ກົມ​ສືບສວນ​ສອບ​ສວນ​ພິ​ເສດ​ຂອງ​ໄທ(DSI)ສະ​ເຫ​ນີສານ​ອາຍາ​ຂອງ​ປະ​ເທດ​ນີ້ ອອກ​ໝາຍ​ຈັບ​ຕົວ​ຫົວຫນ້າ​ການ​ແຫ່​ຂະ​ບວນປະ​ທ້ວງ 16 ຄົນທີ່ ຕ້ານລັດຖະບານ ​ໂດຍ​ຖືກ​ກ່າວ​ຜູກ​ໂທດ​ວ່າ ລະ​ເມີດ​ຄຳ​ສັ່ງ​ສະພາວະ​ສຸກ​ເສີນ. ນຳ​ຫນ້າ​ບັນຊີ​ລາຍ​ຊື່ 16 ຄົນ​ດັ່ງກ່າວ ​ແມ່ນ ທ່ານ​ສຸ​ເທບ ​ເທ​ືອກສຸບັນ, ​ເລຂາທິການ​ໃຫຍ່ ຄະນະ​ກຳມະການ​ປະຕິ​ຮູບ​ປະ​ຊາ​ທິປະ​ໄຕ​ປະຊາຊົນ ຝ່າຍ​ຄ້ານ. ປະຈຸ​ບັນ ອຳນາດ​ການ​ປົກຄອງ​ໄທ ​ໄດ້​ຖະ​ແຫລ​ງຈະ​ຈັບ​ຕົວ​ທ່ານ ສຸ​ເທບ ​ໃນ​ສອງ​ສາມ​ມື້​ຈະ​ມາ​ເຖິງ ຖ້າ​ຫາກ​ທ່ານ​ສຸ​ເທບ ບໍ່ຍອມ​ອອກ​ຮັບ​ສາລະພາບ. ທ່ານ ສຸ​ເທບ ຖືກ​ຈັບ​ຕົວ​ຍ້ອນ​ການ​ກະທຳ​ຜິ​ດ ນຳ​ຫນ້າການ​ກໍ່​ຄວາມ​ວຸນວາຍ ຫາກ​ບໍ່​ແມ່ນ​ຜູ້ຊີ້​ນຳຂະ​ບວນການ​ແຫ່​ຂະ​ບວນປະ​ທ້ວງຕ້ານ​ລັດຖະບານ.

ຂ່າວ/ບົດ​ອື່ນ