ECB ຮັບຮອງເອົາໂຄງການດ່ວນມີມູນຄ່າ 750 ຕື້ເອີໂຣ

(VOVWORLD) - ສະພາບໍລິຫານທະນາຄານສູນກາງເອີຣົບ (ECB) ມີສຳນັກງານຕັ້ງຢູ່ເຢຍລະມັນໄດ້ຈັດກອງປະຊຸມດ່ວນວິສາມັນໃນຕອນຄ່ຳວັນທີ 18 ມີນາເພື່ອຍົກອອກບັນດາມາດຕະການຢ່າງຮີບດ່ວນໃນການຮັບມືກັບໂລກລະບາດ Covid-19. ຕາມນັ້ນແລ້ວ, ECB ຈະຈັດຕັ້ງໂຄງການດ່ວນເກັບຊື້ພັນທະບັດທີ່ມີມູນຄ່າຂຶ້ນເຖິງ 750 ຕື້ເອີໂຣຈົນຮອດທ້າຍປີ 2020.
ECB ຮັບຮອງເອົາໂຄງການດ່ວນມີມູນຄ່າ 750 ຕື້ເອີໂຣ - ảnh 1 ທ່ານນາງປະທານ ECB Christine Lagarde ພາບ: AFP/TTXVN

        ECB ກໍ່ໃຫ້ຄຳໝັ້ນສັນຍາວ່າຈະໜູນຊ່ວຍພົນລະເມືອງທຸກຄົນໃນພາກພື້ນທີ່ນຳໃຊ້ສະກຸນເງິນເອີໂຣລວມເພື່ອຜ່ານຜ່າໄລຍະຫຍຸ້ງຍາກໃນປັດຈຸບັນ, ພ້ອມທັງຈະຮັບປະກັນໃຫ້ທຸກພວກສ່ວນຄື (ບັນດາຄອບຄົວ, ບັນດາບໍລິສັດ, ທະນາຄານຫຼືລັດຖະບານ) ໄດ້ຮັບຜົນປະໂຫຍດຈາກບັນດາເງື່ອນໄຂໜູນຊ່ວຍດ້ານການເງິນເພື່ອຫລຸດຜ່ອນຜົນກະທົບຈາກໂລກລະບາດ Covid-19 ກໍ່ຂຶ້ນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ