EU ມຸ່ງ​ໄປ​ເຖິງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ດ້ານຄວາມ​ໝັ້ນ​ຄົງ ແລະ ປ້ອງ​ກັນ​ປະ​ເທດ​ສຳ​ລັບ ຍີ່​ປຸ່ນ, ສ.ເກົາຫຼີ

(VOVWORLD) -       ວັນທີ 23 ມິຖຸນາ, ໜັງສືພິມ Nikkei Asia ຂອງ ຍີ່ປຸ່ນ ໄດ້ໃຫ້ຂ່າວວ່າ ສະຫະພາບເອີຣົບ (EU) ພວມຊອກຫາວິທີສ້າງຕັ້ງສາຍພົວພັນຄູ່ຮ່ວມມືດ້ານຄວາມໝັ້ນຄົງ ແລະ ປ້ອງກັນປະເທດ ກັບ ຍີ່ປຸ່ນ ແລະ ສ.ເກົາຫຼີ, ແນໃສ່ດຳເນີນການຮ່ວມມືຮ່ວມໃນບັນດາໂຄງການພັດທະນາອຸດສາຫະກຳປ້ອງກັນຊາດ.
EU ມຸ່ງ​ໄປ​ເຖິງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ດ້ານຄວາມ​ໝັ້ນ​ຄົງ ແລະ ປ້ອງ​ກັນ​ປະ​ເທດ​ສຳ​ລັບ ຍີ່​ປຸ່ນ, ສ.ເກົາຫຼີ - ảnh 1(ພາບປະກອບ:  IRNA/TTXVN)

ໜັງສືພິມນີ້ ໄດ້ຄັດສະເໜີຄຳປາໄສຂອງເຈົ້າໜ້າທີ່ຂັ້ນສູງຂອງ ຄະນະກຳມະການເອີຣົບ (EC) ໂດຍໃຫ້ຮູ້ວ່າ EU ປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຄືແນວນັ້ນກັບ ຍີ່ປຸ່ນ ແລະ ສ.ເກົາຫຼີ ໃນສະຖານະການດ້ານຄວາມໝັ້ນຄົງຢູ່ ເອີຣົບ ແລະ ອາຊີ ພວມມີການປ່ຽນແປງຢ່າງເລິກເຊິ່ງ. ຕາມ Nikkei Asia ແລ້ວ, ການກະທຳດັ່ງກ່າວ ກາຍເປັນຂີດໝາຍຄັ້ງທໍາອິດ ທີ່ EU ສ້າງຕັ້ງການພົວພັນຄູ່ຮ່ວມມືດ້ານຄວາມໝັ້ນຄົງ ແລະ ປ້ອງກັນຊາດສຳລັບບັນດາປະເທດອາຊີ.

        ໃນການພົວພັນຄູ່ຮ່ວມມືນີ້, EU ພິຈາລະນາການຮ່ວມມືກັບ ຍີ່ປຸ່ນ ແລະ ສ.ເກົາຫຼີ ໃນບັນດາຂົງເຂດ, ເຊັ່ນ: ອາວະກາດ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ຄວາມໝັ້ນຄົງໃນການເດີນເຮືອ ກໍຄື ສະກັດກັ້ນຂໍ້ມູນຂ່າວສານທີ່ຜິດເຂວ.

        ເຈົ້າໜ້າທີ່ EU ຫວັງວ່າ ຈະບັນລຸໄດ້ຂໍ້ຕົກລົງຂັ້ນລັດຖະມົນຕີ ກັບ ຍີ່ປຸ່ນ ໃນທ້າຍປີນີ້.

        ເຖິງຢ່າງໃດກໍຕາມ, ຜູ້ຕາງໜ້າກະຊວງການຕ່າງປະເທດ ຍີ່ປຸ່ນ ແລະ ສ.ເກົາຫຼີ ກໍຄື ຄະນະຜູ້ຕາງໜ້າ EU ປະຈຳ ໂຕກຽວ ຍັງບໍ່ທັນໃຫ້ຄຳເຫັນຫຍັງກ່ຽວກັບຂໍ້ມູນດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ