EU ສະເໜີ WTO ສ້າງຕັ້ງຄະນະກຳມະການແກ້ໄຂການໂຕ້ຖຽງກັນກ່ຽວກັບດິນທີ່ຫາຍາກ ກັບ ຈີນ

EU ສະເໜີ WTO ສ້າງຕັ້ງຄະນະກຳມະການແກ້ໄຂການໂຕ້ຖຽງກັນກ່ຽວກັບດິນທີ່ຫາຍາກ ກັບ ຈີນ - ảnh 1
ໂລຫະບາງຊະນິດ ໄດ້ຖືວ່າແມ່ນດິນຊະນິດທີ່ຫາຍາກ

(vovworld) – ວັນ​ທີ 27/6, ສະຫະພາບ ​ເອີ​ລົບ (ຫຼື EU) ​ໄດ້​ສະ​ເໜີ​​ໃຫ້ອ​ົງການ​ການ​ຄ້າ​ໂລກ (ຫຼື WTO) ສ້າງ​ຕັ້ງ​ຄະນະ​ກຳມະການ​ເພື່ອ​ແນ​ໃສ່​ແກ້​ໄຂ​ການ​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ເລື່ອງ ຈີນ ຈັດ​ວາງ​ຄຳ​ສັ່ງ​ຫ້າມ​ສົ່ງ​ອອກ​​ດິນຊະນິດ​ທີ່​ຫາ​ຍາກ. ນີ້​​ແມ່ນ​ບາດກ້າວ​ທີ່​ສອງ​ໃນ​ລະບຽບ​ການ​ແກ້​ໄຂ​ຂອງ WTO ພາຍຫຼັງ​ທີ່​ວິວັດທະນາ​ການ​ທາ​ບທາ​ມຄວາມ​ເຫັນ​ຖືກ​ປະລາ​ໄຊ. ​ໃນ​ຖະ​ແຫຼ​ງການ​ອອກ​ໃນ​ວັນ​ດຽວກັນ, ທ່ານ Karel De Gucht, ​ກຳ​ມະ​ການດ້ານ​ການ​ຄ້າ ​ໃຫ້​ຮູ້​ວ່າ: ຄຳ​ສັ່ງ​ຫ້າມ​ສົ່ງ​ອອກ​ດິນຊະ​ນິດ​ທີ່​ຫາ​ຍາກ ​ແລະ ຜະລິດ​ຕະພັນ​ຈຳນວນ​ໜຶ່ງ​ຂອງ ຈີນ ​ແມ່ນ​ລະ​ເມີດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ປະ​ເທດ​ນີ້ ​ໃນ​ຂອບ​ເຂດ WTO ​ແລະ ​ເສກ​ສັນ​ປັ້ນ​​ແຕ່ງ​ເຖິງ​ຕະຫຼາດ​ທົ່ວ​ໂລກ​ຢ່າງ​ຮ້າຍ​ແຮງ ກໍ​ຄື​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ໃຫ້​ແກ່​ບັນດາ​ບໍລິສັດ​ຂອງ ​ເອີ​ລົບ.

ກ່ອນ​ໜ້າ​ນັ້ນ, ​ໃນ​ບັນດາ​ການ​ທາ​ບທາ​ມຄວາມ​ເຫັນ​ຢ່າງ​ເປັນ​ທາງ​ການ​ກັບ​ ຈີນ ຢູ່​ທີ່ສຳ​ນັກງານ WTO, ບັນດານັກ​ຕຳ​ນິຕິ​ຕຽນ​ຝ່າຍ ອີ​ຢູ, ຍີ່ປຸ່ນ ​ແລະ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ຍຸດ​ທະ​ສາດ​ຂອງ ປັກ​ກິ່ງ ​ແມ່​ນ​ເພ​ື່ອ​ແນ​ໃສ່​​ເພີ່ມ​ລາຄາ​ຜະລິດ​ຕະພັນ​ທີ່​ຫາ​ຍາກນີ້​ໃນ​ຕະຫຼາດ​ໂລກຂຶ້ນ​ສູງ. ​ໃນ​ຂະນະ​ນັ້ນ, ຈີນ ຢືນຢັນ​ວ່າ: ​ໄດ້​ປະຕິບັດ​ຕາມບັນດາ​ຫຼັກການ​ການ​ຄ້າສາກົນ, ຖື​ວ່າ: ມ​າດຕະການ​ຈຳກັດ​ການ​ສົ່ງ​ອອກ​ດິນ​ຊະນິດ​ທີ່ຫາ​ຍາກ​ແມ່ນ​ຈຳ​ເປັນ ​ເພື່ອ​ປົກ​ປັກ​ຮັກສາ​ບັນດາ​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ຫາ​ຍາກ, ​ສິ່ງ​ແວດ​ລ້ອມ ຕໍ່ໜ້າ​ບັນດາ​ການ​ເຄື່ອນ​ໄຫວ​ຂຸດ​ຄົ້ນ​ຫຼາຍ​ເກີນ​ຂອບ​ເຂດ ​ແລ​ະ ຕອບ​ສະໜອງ​ຄວາມ​ຕ້ອງການ​ນຳ​ໃຊ້​ຢູ່ພາຍ​ໃນ​ປະ​ເທດ.

ຂ່າວ/ບົດ​ອື່ນ