Festival ທະເລຍາຈາງ 2015ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ແຂກທ່ອງທ່ຽວ

Festival ທະເລຍາຈາງ 2015ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ແຂກທ່ອງທ່ຽວ - ảnh 1
ເວ​ທີ​ສະ​ແດງ​ສິ​ລະ​ປະ​ໃນ​ພິ​ທີ​ອັດ Festival
(ພາບ: Văn Thành Châu)

(vovworld) –  ​ດ້ວຍ​ຫົວ​ຂໍ້ “ສັນ​ຕິ​ພາບ ແລະ ຫົວ​ຄິດ​ປະ​ດິດ​ສ້າງ”, Festival ທະ​ເລ​ຍາ​ຈາງ - ແຂວງ ແຄ໋ງ​ຮ່​ວາ ຖື​ກ​ອັດ​ລົງ​ເມື່ອ​ຕອ​ນ​ຄ່ຳ​ວັນ​ທີ 14/7, ດ້ວຍ​ລາຍ​ການ​​ຮ້ອງ​ລຳ​ທຳ​ເພ​ງ, ສະ​ແດງ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທັງ​​ຢູ່ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເກືອບ 150.000 ຄົນ​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ອັດ, ທ່ານ ເຈີ່ນ​ເຊີນ​ຫາຍ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ຄະ​ນະ​ກ​ຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ແຄ໋ງ​ຮ່​ວາ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ Festival, ເນັ​້ນ​ໜັກ​ວ່າ: Festival ທະ​ເລ​ຍາ​ຈາງ - ແຄ໋ງ​ຮ່​ວາ ປີ 2015 ໄດ້​ນຳ​ມາ​ເຊິ່ງ​ໃຫ້​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ​ບັນ​ດາ​ຊຸມ​ວັນ​ທີ່​ມ່ວນ​ຊື່ນ, ສ້າງ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ນະ​ຄອນ ຍາ​ຈາງ - ແຄ໋ງ​ຮ່​ວາ ທີ່​ອະ​ລິ​ຍາ​ທຳ, ສະ​ໜິດ​ສະ​ໜົມ ແລະ ຮັກ​ແພງ​ແຂກ​ຄົນ. ​ມີ​ກ່​ວາການ​ເຄື່ອນ​ໄຫວ​ງານ​ບຸນ, ວັດ​ທະ​ນະ​ທຳ, ກິ​ລາ - ກາຍ​ຍ​ະ​ກຳ, ເສດ​ຖະ​ກິດ ແລະ ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ​​ໄດ້​ທີ່ດຳ​ເນີນ​ໃນ​ຕະຫຼອດ​ໜຶ່ງ​​ອາ​ທິດ​ຜ່ານ​ມາ​ ​ອັນໄດ້​ເຮັດ​ໃຫ້​ນະ​ຄອນ ຍາ​ຈາງ ​ເພີ່ມ​ຄວາມ​ຟົດ​ຟື້ນ ແລະ ເຕັ້ມ​ໄປ​ດ້ວຍ​ສີ​ສັນຫຼາກ​ຫຼາຍ.


ຂ່າວ/ບົດ​ອື່ນ