GDP ໃນ 6 ເດືອນຕົ້ນປີເພີ່ມຂຶ້ນ 6,42% - ສ້າງທ່າສະດວກໃຫ້ແກ່ເປົ້າໝາຍເຕີບໂຕທັງປີ 2024

(VOVWORLD) - ກົມໃສ່ສະຖິຕິ ຕີລາຄາວ່າ, ເສດຖະກິດໃນໄລຍະ 6 ເດືອນຂອງ ຫວຽດນາມ ໄດ້ມີຈຸດເດັ່ນຫຼາຍຢ່າງ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ເປົ້າໝາຍເຕີບໂຕປະມານ 6,5% ໃຫ້ທັງປີ 2024.
GDP ໃນ 6 ເດືອນຕົ້ນປີເພີ່ມຂຶ້ນ 6,42% - ສ້າງທ່າສະດວກໃຫ້ແກ່ເປົ້າໝາຍເຕີບໂຕທັງປີ 2024 - ảnh 1(ພາບປະກອບ)

        ຍອດຜະລິດຕະພັນພາຍໃນປະເທດ (GDP) ໄຕມາດທີ 2 ປີ 2024 ບັນລຸລະດັບເຕີບໂຕຕັ້ງໜ້າ, ດ້ວຍລະດັບເຕີບໂຕຄາດວ່າບັນລຸກວ່າ 6,93% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໄລ່ລວມໃນໄລຍະ 6 ເດືອນຕົ້ນປີ, GDP ຂອງ ຫວຽດນາມ ເພີ່ມຂຶ້ນ 6,42%. ນີ້ແມ່ນຕົວເລກໂດຍກົມໃສ່ສະຖິຕິ ຫວຽດນາມ ປະກາດໃນຕອນເຊົ້າວັນທີ 29 ມິຖຸນາ, ຢູ່ ຮ່າໂນ້ຍ.

        ກົມໃສ່ສະຖິຕິ ຕີລາຄາວ່າ, ເສດຖະກິດໃນໄລຍະ 6 ເດືອນຂອງ ຫວຽດນາມ ໄດ້ມີຈຸດເດັ່ນຫຼາຍຢ່າງ, ສ້າງພື້ນຖານຢ່າງໝັ້ນແກ່ນໃຫ້ແກ່ເປົ້າໝາຍເຕີບໂຕປະມານ 6,5% ໃຫ້ທັງປີ 2024. ໃນນັ້ນ, ການສົ່ງອອກສືບຕໍ່ບັນລຸໄດ້ບັນດາໝາກຜົນສຳຄັນ. ໃນ 6 ເດືອນ, ວົງເງິນສົ່ງອອກສິນຄ້າຄາດວ່າບັນລຸກວ່າ 190 ຕື້ USD, ເພີ່ມຂຶ້ນ 14,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຄຽງຂ້າງນັ້ນ, ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຈົດທະບຽນເຂົ້າ ຫວຽດນາມ ໄລ່ຮອດວັນທີ 20 ມິຖຸນາ ບັນລຸກວ່າ 15 ຕື້ USD, ເພີ່ມຂຶ້ນກວ່າ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

        ສະເໜີມາດຕະການແກ້ໄຂຈຳນວນໜຶ່ງເພື່ອຊຸກຍູ້ການເຕີບໂຕເສດຖະກິດໃນຊຸມເດືອນທ້າຍປີ, ທ່ານນາງ ຫງວຽນທິເຮືອງ, ຫົວໜ້າກົມສະຖິຕິ ຫວຽດນາມ, ຖືວ່າ:

        “ເລື່ອງເຊື່ອມຕໍ່ການສະໜອງ, ຄວາມຕ້ອງການ, ຊຸກຍູ້ຄວາມຕ້ອງການຢູ່ພາຍໃນປະເທດ ແລະ ຮັກສາຄວາມຕ້ອງການຕ່າງປະເທດພວມເພີ່ມຂຶ້ນສູງ. ນັ້ນແມ່ນບັນດາທ່າໄດ້ປຽບ. ພວກເຮົາຕ້ອງສົມທົບນະໂຍບາຍເງິນຕາ ແລະ ນະໂຍບາຍປີການເງິນຢ່າງປະສົມກົມກຽວ ເພື່ອຮັບປະກັນການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ, ພິເສດແມ່ນປຸກລຸກແຫຼ່ງທຶນທີ່ມີຢູ່ແລ້ວຂອງລັດ ແມ່ນທຶນພາກລັດ, ນຳເຂົ້າປະຕິບັດຢ່າງສຸດຂີດ. ພ້ອມກັນນັ້ນ, ຕ້ອງລະດົມແຫຼ່ງທຶນພາກເອກະຊົນ ແລະ ເງິນລົງທຶນຕ່າງປະເທດໃນໄລຍະຈະມາເຖິງ”.

ຕອບກັບ

ຂ່າວ/ບົດ​ອື່ນ