ລັດເຊຍ ຄັດຄ້ານຂໍ້ສະເໜີດັດປັບແຜນການສັນຕິພາບ - ຢູແກຼນ ປະລະເປົ້າໝາຍເຂົ້າຮ່ວມ NATO
(VOVWORLD) - ປະຈຸບັນ ລັດເຊຍ ຍັງບໍ່ທັນຮູ້ລາຍລະອຽດຂອງບັນດາຂໍ້ສະເໜີ, ແຕ່ຢືນຢັນວ່າ ລັດເຊຍ ຈະບໍ່ເຫັນດີຕໍ່ບັນດາການດັດປັບໄປຜື່ນກັບຫຼັກໝັ້ນທີ່ໄດ້ຊີ້ແຈ້ງເປັນຫຼາຍຄັ້ງ.
ລັດເຊຍ ໃຫ້ຮູ້ວ່າ ຈະຄັດຄ້ານຢ່າງຮຸນແຮງຖ້າບັນດາຂໍ້ສະເໜີໂດຍ ຢູແກຼນ ແລະ ສະຫະພາບ ເອີລົບ (ອີຢູ) ສ້າງຂຶ້ນ ໄດ້ນຳເຂົ້າແຜນການສັນຕິພາບ ເພື່ອແນໃສ່ແກ້ໄຂການປະທະກັນໃນປະຈຸບັນ.
ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 14 ທັນວາ, ທ່ານ Yuri Ushakov, ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ, ປະຈຸບັນ ລັດເຊຍ ຍັງບໍ່ທັນຮູ້ລາຍລະອຽດຂອງບັນດາຂໍ້ສະເໜີ, ແຕ່ຢືນຢັນວ່າ ລັດເຊຍ ຈະບໍ່ເຫັນດີຕໍ່ບັນດາການດັດປັບໄປຜື່ນກັບຫຼັກໝັ້ນທີ່ໄດ້ຊີ້ແຈ້ງເປັນຫຼາຍຄັ້ງ. ທ່ານກໍ່ຢືນຢັນທັດສະນະທີ່ວ່າ ແງ່ຫວັງ ຢູແກຼນ ກາຍເປັນສະມາຊິກ NATO ແມ່ນສິ່ງທີ່ “ບໍ່ອາດເກີດຂຶ້ນ”.
ສ່ວນທ່ານVolodymyr Zelensky, ປະທານາທິບໍດີ ຢູແກຼນ ໃຫ້ຮູ້ວ່າ ຢູແກຼນ ໄດ້ປະລະເປົ້າໝາຍເຂົ້າຮ່ວມ NATO ເພື່ອແລກເອົາບັນດາການຮັບປະກັບຄວາມໝັ້ນຄົງຈາກຝ່າຍຕາເວັນຕົກ, ຖືນີ້ແມ່ນການປະນິປະນອມເພື່ອຢຸດຕິການປະກັນກັບ ລັດເຊຍ.