ອົດສະຕາລີ ຊອກເຫັນລູກລະເມີດຜະລິດເອງຢູ່ສະຖານທີ່ເກີດການຍິງປືນກໍ່ການຮ້າຍ ເຮັດໃຫ້ 12 ຄົນເສຍຊີວິດ

(VOVWORLD) - ພາຍຫຼັງເກີດເຫດຍິງປືນກໍການຮ້າຍຢູ່ຫາດຊາຍທະເລ Bondi ເຮັດໃຫ້ 12 ຄົນເສຍຊີວິດ, ຢູ່ທີ່ສະຖານທີ່ເກີດເຫດ ຕຳຫຼວດຊອກເຫັນລູກລະເບີດຜະລິດເອງ.

        ທ່ານ Anbanese, ນາຍົກລັດຖະມົນຕີ ອົດສະຕາລີ ໄດ້ຮຽກໂຮມກອງປະຊຸມສະພາຄວາມໝັ້ນຄົງແຫ່ງຊາດໃນຕອນຄ່ຳວັນທີ 14 ທັນວາ, ພາຍຫຼັງເກີດເຫດຍິງປືນກໍການຮ້າຍຢູ່ຫາດຊາຍທະເລ Bondi ເຮັດໃຫ້ 12 ຄົນເສຍຊີວິດ, ຢູ່ທີ່ສະຖານທີ່ເກີດເຫດ ຕຳຫຼວດຊອກເຫັນລູກລະເບີດຜະລິດເອງ.

        ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ Anbanese ຖະແຫຼງວ່າ ນີ້ແມ່ນການບຸກໂຈມຕີກໍ່ການຮ້າຍແນໃສ່ຊາວ ຢິວ ກົງກັບໂອກາດຈັດງານບຸນຂອງປະຊາຄົມນີ້. ຕາມຂໍ້ມູນໃນເບື້ອງຕົ້ນ, ມີຜູ້ຖືກສົງໄສ 2 ຄົນປະຕິບັດເຫດບຸກໂຈມຕີ ແຕ່ຕຳຫຼວດລັດ New South Wales ພວມສືບສວນວ່າ ເຫດການດັ່ງກ່າວມີສ່ວນກ່ຽວຂ້ອງເຖິງຜູ້ທີ 3 ຫຼື ບໍ່.

        ໃນເຫດການທີ່ກ່ຽວຂ້ອງ, ທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດໄດ້ກ່າວປະນາມລັດທິຄັດຄ້ານຊາວ ຢິວ ດ້ວຍທຸກຮູບແບບ, ພາຍຫຼັງເກີດການບຸກໂຈມຕີໃນວັນທີ 14 ທັນວາ ແນໃສ່ເຫດການຂອງປະຊາຄົມຊາວ ຢິວ ຢູ່ນະຄອນ Sydney (ອົດສະຕາລີ).

ຕອບກັບ

ຂ່າວ/ບົດ​ອື່ນ