IAEAລະແວງສົງໃສສປປເກົາຫຼີໃຫ້ເຕົາປະຕິກອນນິວເຄຼຍເຄື່ອນໄຫວຄືນໃໝ່

IAEAລະແວງສົງໃສສປປເກົາຫຼີໃຫ້ເຕົາປະຕິກອນນິວເຄຼຍເຄື່ອນໄຫວຄືນໃໝ່ - ảnh 1
ກຸ່ມ​ນິວ​ເຄຼຍ Yongbyon
(ພາບ: Kyodo/TTXVN)

(vovworld) – ວັນ​ທີ 28/11, ອົງການ​ພະລັງງານ​ປະລະມານູ​ສາກົນ (IAEA) ​ໄດ້​​ແຈ້ງ​ໃຫ້​ຮູ້ບັນດາ​ຮູບ​ຖ່າຍ​ຈາກ​ດາວ​ທຽມ​ກ່ຽວ​ກັບ​ເລື່ອງ ສປປ ​ເກົາຫຼີ ພວມ​ມານະ​ພະຍາຍາ​ມ​​ໃຫ້​ເຕົາ​ປະຕິກ​ອນ​ແຫ່ງ​ໜຶ່ງ​ຢູ່​ກຸ່ມ​ນິວ​ເຄຼຍ Yongbyon ເຄື່ອນ​ໄຫວຄືນ​ໃໝ່, ​ເພື່ອຊ່ວຍ​ປະ​ເທດ​ນີ້​ຊຸກຍູ້​ໂຄງການຜະລິດອາວຸດ​ນິວ​ເຄຼຍ. ຜູ້ອຳ​ນວຍ​ການ​ໃຫຍ່​ IAEA Yuyika Amano ​ໃຫ້​ຮູ້​ວ່າ: ອົງການນີ້ຍັງຄົງສືບຕໍ່ຕິດຕາມກວດກາບັນດາການຜັນແປ ແລະ ການເຄື່ອນໄຫວຕ່າງໆຢູ່ອ້ອມ ຮາກຖານ Yongbyon, ຜ່ານຮູບພາບທີ່​ຖ່າຍ​ຈາກດາວທຽມ. ເຖິງຢ່າງໃດກໍ່ຕາມ,​ ຜູ້ອຳ​ນວຍ​ການ​ໃຫຍ່​ IAEA Yuyika Amano ໃຫ້ຮູ້ວ່າ: IAEA ບໍ່ສາມາດສຳພັດກັບເຂດນີ້, ດັ່ງນັ້ນ, ບໍ່ສາມາດຢັ້ງຢືນໄດ້ວ່າ ເຕົາປະຕິກອນດັ່ງກ່າວໄດ້ເລີ່ມເຄື່ອນໄຫວຫຼືບໍ່.



ຂ່າວ/ບົດ​ອື່ນ