IMF ມີຄວາມປະເອີບໃຈກ່ຽວກັບແງ່ຫວັງການເຕີບໂຕຂອງເສດຖະກິດ ຫວຽດນາມ ໃນໄລຍະກາງ

(VOVWORLD) - ສຳລັບເສດຖະກິດ ຫວຽດນາມ, ວົງການນັກຊ່ຽວຊານ IMF ຮັກສາລະດັບການຄາດຄະເນການເຕີບໂຕ GDP 4,7% ໃນປີນີ້, ແຕ່ສະແດງຄວາມປະເອີບໃຈກ່ຽວກັບແງ່ຫວັງໃນໄລຍະກາງ, ດ້ວຍການຄາດຄະເນການເຕີບໂຕ GDP ບັນລຸ 5,8% ໃນປີ 2024 ແລະ 6,9% ໃນປີ 2025.
IMF ມີຄວາມປະເອີບໃຈກ່ຽວກັບແງ່ຫວັງການເຕີບໂຕຂອງເສດຖະກິດ ຫວຽດນາມ ໃນໄລຍະກາງ - ảnh 1ພາບປະກອບ

ອາຊີ - ປາຊີຟິກ ຍັງແມ່ນຈຸດເດັ່ນໃນຮູບພາບເສດຖະກິດທົ່ວໂລກ, ໃນຂະນະທີ່ມີການຜັນແປດ້ານພູມສາດການເມືອງຄືໃນປະຈຸບັນ. ນີ້ແມ່ນຂໍ້ສັງເກດຂອງກອງທຶນເງິນຕາສາກົນ (IMF) ໃນບົດລາຍງານແງ່ຫວັງເສດຖະກິດ ອາຊີ - ປາຊີຟິກ ທີ່ປະກາດໃນວັນທີ 18 ຕຸລາ, ຢູ່ ສິງກະໂປ. ຕາມການຄາດຄະເນຂອງ IMF ແລ້ວ, ການເຕີບໂຕ GDP ຂອງ ພາກພື້ນ ອາຊີ - ປາຊີຟິກ ໃນປີນີ້ອາດສາມາດບັນລຸ 4,6% ເມື່ອທຽບໃສ່ລະດັບ 3,9% ຂອງປີ 2022 ແລະ ຈະສືບຕໍ່ແມ່ນຈຸດເດັ່ນເມື່ອທຽບໃສ່ການເຕີບໂຕທົ່ວໂລກຄາດຄະເນຈະບັນລຸ 3% ໃນປີ 2023.

        ສຳລັບເສດຖະກິດ ຫວຽດນາມ, ວົງການນັກຊ່ຽວຊານ IMF ຮັກສາລະດັບການຄາດຄະເນການເຕີບໂຕ GDP 4,7% ໃນປີນີ້, ແຕ່ສະແດງຄວາມປະເອີບໃຈກ່ຽວກັບແງ່ຫວັງໃນໄລຍະກາງ, ດ້ວຍການຄາດຄະເນການເຕີບໂຕ GDP ບັນລຸ 5,8% ໃນປີ 2024 ແລະ 6,9% ໃນປີ 2025. ບັນລຸໃນລະດັບນີ້ແມ່ນຍ້ອນການສົ່ງອອກຂອງ ຫວຽດນາມ ຖືກຜົນສະທົບຈາກການຫລຸດລະດັບຄວາມຕ້ອງການຢູ່ພາຍນອກໃນປີນີ້. ແຕ່ທ່ານ Shanaka Peiris, ຫົວໜ້າພາກສ່ວນຄົ້ນຄ້ວາພາກພື້ນຂຶ້ນກັບກົມ ອາຊີ - ປາຊີຟິກ ຂອງ IMF, ຖືວ່າ: ມີຫຼາຍສັນຍານກ່ຽວກັບການຟື້ນຟູຂອງ ຫວຽດນາມ ໃນໄຕມາດ IV/2023 ແລະ ດ້ວຍບັນດາມາດຕະການປະຕິຮູບໄດ້ຮັບການປະຕິບັດ, ຫວຽດນາມ ຈະຜ່ານຜ່າ “ສິ່ງທ້າທາຍໃນໄລຍະສັ້ນ” ແລະ ຈະຮັກສາກຳລັງໜູນເຕີບໂຕໃນໄລຍະກາງ.

ຕອບກັບ

ຂ່າວ/ບົດ​ອື່ນ