NATO ຈະສືບຕໍ່ຮ່ວມມືກັບ ອາບການິດສະຖານ ພາຍຫຼັງຖອນທະຫານ

NATO ຈະສືບຕໍ່ຮ່ວມມືກັບ ອາບການິດສະຖານ ພາຍຫຼັງຖອນທະຫານ - ảnh 1
ທະຫານອັງກິດ ຢູ່ອາບ​ການິດ​ສະຖານ
( ພາບ: telegraph.co.uk )


( vovworld ) –   ອົງການ​ NATO ຈະ​ສືບ​ຕໍ່​ຮ່ວມ​ມື​ກັບອາບ​ການິດ​ສະຖານ ​ແລະ ສະໜອງການ​ເງິນໃຫ້​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບຂອງ​ປະ​ເທດ​ນີ້ພາຍຫຼັງ​ຖອນ​ທະຫານ​ໃນ​ປີ 2014. ກ່າວ​ຄຳ​ເຫັນ​ພາຍຫຼັງ​ການ​ພົບ​ປະ​ຂັ້ນ​ລັດຖະມົນຕີ​ຂອງ NATO ​ໃນ​ວັນ​ທີ 18/4 ຢູ່​ປະ​ເທດ​ແບນ​ຊິກ, ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hillari Clinton ​ໃຫ້​ຮູ້​ວ່າ ບັນດາ​ປະ​ເທດ​ສະມາ​ຊິກ​ຂອງ NATO ​ໄດ້​ເຫັນດີ​ຍົກ​ອອກ 3 ​ບຸລິມະສິດ​ຕົ້ນ​ຕໍ່ກ່ຽວ​ກັບ​ບັນຫາ​ອາບ​ກາ​ນິດ​ສະຖານ ​ເພື່ອ​​ໃຫ້ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ​ ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ເດືອນ 5 ທີ່​ຈະ​ມາ​ເຖິງ​ຢູ່​ອາ​ເມ​ລິ​ກາອະ​ນຸມັດ​ຜ່ານ. ​ເຊິ່ງຕາມ​ນັ້ນ​ແລ້ວ, NATO ຄາດ​ຄະ​ເນວ່າ​ຈະ​ປະຕິບັດ​ຖືກ​ຕາມ​ແຜນການ​ມອບ​ໂອນ​ສິດ​​ຮັບປະກັນ​ຄວາມ​ປອດ​ໄພ​ທັງ​ໝົດໃຫ້​ແກ່​ບັນດາ​ກຳລັງ​ຂອງ​ອາບ​ກາ​ນິດ​ສະຖານ ​ໃນ​ປີ 2014, ພ້ອມ​ກັນ​ນັ້ນ​ຈະ​ສືບ​ຕໍ່​ຮ່ວມ​ມື ​ແລະ ສະໜອງ​ການເງິນ​ໃຫ້​ແກ່​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ນີ້​ພາຍຫຼັງ​​ຖອນ​ທະຫານ.​ ​ເຖິງ​ວ່າ​ທ່າ​ນນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Clinton ບໍ່​ໃຫ້​ຮູ້​ລະອຽດ​ກ່ຽວ​ກັບຈຳນວນ​ເງິນ​​ເຊິ່ງ NATO ຈະ​ສະໜອງ​ໃຫ້​ອາບ​ກາ​ນິດ​ສະຖານ ກໍ​ຕາມ ​ແຕ່​ຕາມ​ນັກ​ໃຈ​້ແຍກ​ແລ້ວ, ຕ້ອງ​ມີ​ຈຳນວນ​ເງິນ​ປະມານ 4,1 ຕື້ USD/ປີ ​ເພື່ອ​ໃຫ້​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ນີ້​ສາມາດ​ຮັບ​ມື​ກັບ​ພວກ​ທະຫານກະບົດຕາ​ລີ​ບານ. ​ໃນ​ຂະນະ​ນັ້ນ, ທ່ານ​ປະທານາທິບໍດີ​ອາບ​ກາ​ນິດ​ສະຖານ Hamid Karzai ​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ຢາກ​ໃຫ້​ອາ​ເມ​ລິກາ​ ​ໃຫ້​ຄຳ​ໝັ້ນສັນຍາໜູນ​ຊ່ວຍການ​ເງິນ​ຢ່າງ​ໜ້ອຍ​ສຸດ​ແມ່ນ 2 ຕື້ USD/ປີ ພາຍຫຼັງ​ທະຫານ​​ອາ​ເມ​ລິ​ກາ ຖອນ​​ອອກ​ຈາກ​ສະໜາມຮົບ​ອາຊີ​ໃຕ້​ນີ້.

ຂ່າວ/ບົດ​ອື່ນ