ຢູ​ແກຼນ ຊັ່ງ​ຊາ​ຈຸດ​ເວ​ລາ​ດຳ​ເນີນ​ຮອບ​ເຈ​ລະ​ຈາ​ສາມ​ຝ່າຍ​ຮອບ​ຕໍ່​ໄປ​ກັບ ລັດ​ເຊຍ ແລະ ອາ​ເມ​ລິ​ກາ

(VOVWORLD) - ວັນທີ 10 ມີນາ, ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ໄດ້ຊັ່ງຊາຄວາງສາມາດຈະຈັດຮອບເຈລະຈາຄັ້ງຕໍ່ໄປລະຫວ່າງປະເທດນີ້ກັບ ລັດເຊຍ ແລະ ອາເມລິກາ ໃນອາທິດຈະມາເຖິງ ໃນສະພາບການບັນດາຄວາມມານະພະຍາຍາມຊອກຫາມາດຕະການຢຸດຕິການປະທະກັນ ຍັງຄົງໄດ້ຮັບການກະຕຸກຊຸກຍູ້.

ຕາມສຳນັກຂ່າວສານ Ukrinform ແລ້ວ, ທ່ານປະທານາທິບໍດີ Volodymyr Zelensky  ໃຫ້ຮູ້ວ່າ ອາເມລິກາ ໄດ້ສະເໜີຈັດການເຈລະຈາຮອບໃໝ່ ດ້ວຍການເຂົ້າຮ່ວມຂອງ ຢູແກຼນ ແລະ ລັດເຊຍ. ການພົບປະໃນເບື້ອງຕົ້ນ ຄາດວ່າ ໄດ້ດຳເນີນໃນອາທິດນີ້ຢູ່ ຕວັກກີ ແຕ່ຫຼັງຈາກນັ້ນ ອາເມລິກາ ໄດ້ໂຈ້ໄວ້ ຍ້ອນສະພາບການຜັນແປຢູ່ຕາເວັນອອກກາງ.

        ທ່ານ Volodymyr Zelensky  ໃຫ້ຮູ້ວ່າ ໄດ້ມີການໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງ ຕວັກກີ Recep Tayyip Erdogan  ເພື່ອແລກປ່ຽນກ່ຽວກັບສະພາບການຢູ່ພາກພື້ນ, ພິເສດແມ່ນຄວາມເຄັ່ງຕຶງກ່ຽວຂ້ອງເຖິງ ອີຣານ.


ຕອບກັບ

ຂ່າວ/ບົດ​ອື່ນ