ວິ​ກິ​ດ​ການ​ຢູ່​ຕາ​ເວັນ​ອອກ​ກາງ: IEA ສະ​ເໜີ​​ປ່ອຍ​ປະ​ລິ​ມານ​ນ້ຳ​ມັນ​ແຮ​ສາງ​​ສະ​ຖິ​ຕິ ເພື່ອຫຼຸ​ດ​​ລາ​ຄາ​ນ້ຳ​ມັນລົງ

(VOVWORLD) -     ອົງການພະລັງງານສາກົນ (IEA) ໄດ້ສະເໜີໃຫ້ປ່ອຍປະລິມານນ້ຳມັນແຮສາງຫຼາຍສຸດໃນປະຫວັດສາດ ເພື່ອແນໃສ່ຫຼຸດລາຄານ້ຳມັນທີ່ພວມເພີ່ມຂຶ້ນຢ່າງແຮງ ຍ້ອນຄວາມເຄັ່ງຕຶງການປະທະກັນຕາເວັນອອກກາງພວມເພີ່ມຂຶ້ນ.

  ໜັງສືພິມລາຍວັນ Wall Street Journal  ໄດ້ຄັດສະເໜີແຫຼາງຂ່າວໂດຍໃຫ້ຮູ້ວ່າ ປະລິມານນ້ຳມັນແຮສາງ ຄາດວ່າຈະໄດ້ປ່ອຍອອກສູ່ຕະຫຼາດຂຶ້ນເຖິງ 182 ລ້ານຖັງ, ລື່ນກາຍຕົວເລກທີ່ບັນດາປະເທດສະມາຊິກ IEA ໄດ້ຂາຍອອກສູ່ຕະຫຼາດໃນປີ 2022 ພາຍຫຼັງທີ່ ລັດເຊຍ ຜັນຂະຫຍາຍບັ້ນການທະຫານຢູ່ ຢູແກຼນ. ຂໍ້ສະເໜີໄດ້ຍົກອອກມາໃນການຖະແຫຼງຂ່າວດ່ວນຂອງ 32 ປະເທດສະມາຊິກ IEA ກັບກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໃນວັນທີ 10 ມີນາ ແລະ ຄຳຕັດສິນສຸດທ້າຍຈະໄດ້ປະກາດໃນວັນທີ 11 ມີນາ.

        ປັດຈຸບັນ, ອົງການ IEA ໄດ້ສະສົມນ້ຳມັນແຮສາງກວ່າ 1,2 ຕື້ຖັງ ແລະ ປະມານ 600 ລ້ານຖັງ ໂດຍວິສາຫະກິດຄຸ້ມຄອງຕາມຄຳສັ່ງຂອງລັດຖະບານ.


ຕອບກັບ

ຂ່າວ/ບົດ​ອື່ນ