OPEC ໃຫ້​ຄຳ​ໝັ້ນ​ສັນ​ຍາ ສືບ​ຕໍ່​ຮ່ວມ​ມື​ເພື່ອ​ຜົນ​ປະ​ໂຫຍດ ຂອງ ພື້ນ​ຖານ​ເສດ​ຖະ​ກິດ ທົ່ວ​ໂລກ

(VOVWORLD) - ລາຄານ້ຳມັນດີບໂລກ ໄດ້ເພີ່ມຂຶ້ນຄືນໃໝ່ຍ້ອນການຂາດວັກຂາດຕອນຂອງບໍ່ນ້ຳມັນໃຫຍ່ທີ່ສຸດຢູ່ ລີບີ ກໍ່ຄືຄວາມເຄັ່ງຕຶງທີ່ເພີ່ມຂຶ້ນຢູ່ເຂດຕາເວັນອອກກາງ ໂດຍເຮັດໃຫ້ບັນດານັກລົງທຶນມີຄວາມວິຕົກກັງວົນຕໍ່ຄວາມສາມາດທີ່ແຫຼ່ງສະໜອງນ້ຳມັນ ຈະຖືກຜົນກະທົບໃນໄລຍະຈະມາເຖິງ.
OPEC ໃຫ້​ຄຳ​ໝັ້ນ​ສັນ​ຍາ ສືບ​ຕໍ່​ຮ່ວມ​ມື​ເພື່ອ​ຜົນ​ປະ​ໂຫຍດ ຂອງ ພື້ນ​ຖານ​ເສດ​ຖະ​ກິດ ທົ່ວ​ໂລກ - ảnh 1ສະຖານທີ່ຂຸດຄົ້ນນ້ຳມັນ ຢູ່ເຂດ ພາກໃຕ້ ອີຣັກ (ພາບ:  AFP/TTXVN)

ວັນທີ 3 ມັງກອນ, ອົງການບັນດາປະເທດສົ່ງອອກນ້ຳມັນ (OPEC) ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຢ່າງໝັ້ນຄົງ ຂອງກຸ່ມ ຕໍ່ບັນດາເປົ້າໝາຍລວມເພື່ອແນໃສ່ເພີ່ມທະວີຄວາມເຫັນດີເປັນເອກະພາບ ແລະ ການຕິດພັນພາຍໃນກຸ່ມ ກໍ່ຄືບັນດາສຳພັນທະມິດຢູ່ນອກ OPEC. ໃນຖະແຫຼງການສະບັບໜຶ່ງ, OPEC ໃຫ້ຮູ້ວ່າ ບັນດາຄວາມມານະພະຍາຍາມຂອງ OPEC ແລະ ນັກຜະລິດສຳພັນທະມິດ ຫຼື ຍັງໄດ້ເອີ້ນວ່າ OPEC+, ໄດ້ໜູນຊ່ວຍພື້ນຖານເສດຖະກິດທົ່ວໂລກ ຜ່ານຜ່າບັນດາສິ່ງທ້າທາຍໃນຊຸມປີຜ່ານມາ ແລະ ຮັບປະກັນສະຖຽນລະພາບຂອງຕະຫຼາດພະລັງງານທົ່ວໂລກ.

ໃນຕະຫຼາດພະລັງງານ, ລາຄານ້ຳມັນດີບໂລກ ໄດ້ເພີ່ມຂຶ້ນຄືນໃໝ່ຍ້ອນການຂາດວັກຂາດຕອນຂອງບໍ່ນ້ຳມັນໃຫຍ່ທີ່ສຸດຢູ່ ລີບີ ກໍ່ຄືຄວາມເຄັ່ງຕຶງທີ່ເພີ່ມຂຶ້ນຢູ່ເຂດຕາເວັນອອກກາງ ໂດຍເຮັດໃຫ້ບັນດານັກລົງທຶນມີຄວາມວິຕົກກັງວົນຕໍ່ຄວາມສາມາດທີ່ແຫຼ່ງສະໜອງນ້ຳມັນ ຈະຖືກຜົນກະທົບໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ