Palestine ຈະເປີດການສືບສວນກ່ຽວກັບການເສຍຊີວິດຂອງການນຳ Arafat

Palestine ຈະເປີດການສືບສວນກ່ຽວກັບການເສຍຊີວິດຂອງການນຳ Arafat - ảnh 1

ອະດີດປະທານາທິບໍດີ Arafat
(ພາບ: Getty)

(vovworld) - ກ່າວ​ຕວາ​ມ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ ພາຍຫຼັງ​ການ​ພົບ​ປະ​ກັບ​ປະທານາທິບໍດີ​ຝລັ່ງ Francois Hollande ຢູ່​ນະຄອນຫຼວງ ປາ​ຮີ, ​ໃນ​ວັນ​ທີ 6/7, ປະທານາທິບໍດີ Palestine​ໄດ້​ຢັ້ງຢືນ​ວ່າ, ຖ້າ​ມີ​ຄວາມ​ຈຳ​ເປັນ, ຈະ​ດຳ​ເນີນການ​ສືບສວນ ​ເພື່ອ​ເຮັດ​ແຈ້ງ​ສາຍ​ເຫດ​ທີ່​ພາ​ໃຫ້​ອະດີດ​ປະທານາ ທິບໍດີ Arafat ​ເສຍ​ຊີວິດ ​ເມື່ອ​ປີ 2004. ສິ່ງ​ດັ່ງກ່າວ​ອາດ​ຈະສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ການ​ພົວພັນ​ລະຫວ່າງ Palestin  ກັບ Israel ​ໃນ​ຂະນະ​ທີ່ Palestin ​ໄດ້​ກ່າວ​ຫາຫຼາຍ​ເທື່ອ​ວ່າ Israel  ​​ໄດ້ໃສ່​ຢາ​ເບື່ອ​ແກ່​ທ່ານ Arafat ​ໃນ​ໄລຍະ​ຍາວ. ກ່ອນ​ການ​ພົບ​ປະ, ປະທານາທິບໍດີ Palestin ​ໃຫ້​ຮູ້​ວ່າ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ທ່ານ​ຈະ​ຮຽກຮ້ອງ​ໃຫ້​ຝລັ່ງສະໜອງ​ທຸກ​ຂໍ້​ມູນ​ຂ່າວ​​ເຊິ່ງຝລັ່ງມີ ກ່ຽວ​ກັບ​ການ​​ເສຍ​ຊີວິດ​ຂອງ​ທ່ານ Arafat ​ແລະ  Palestin ຢາກ​ໄດ້​ຮູ້​ວ່າ​ອົງການ​ໃດ​ຢູ່​ເບື້ອງ​ຫຼັງ​ກໍລະນີ​ຄາດ​ຕະກຳ​ທ່ານ​ປະທານາທິບໍດີ Arafat

 

ຂ່າວ/ບົດ​ອື່ນ