Sudan ພ້ອມແລ້ວຮ່ວມມືກັບ Sudan ໃຕ້ ເພື່ອປະຕິບັດ ຂໍ້ຕົກລົງທີ່ໄດ້ລົງນາມ

Sudan ພ້ອມແລ້ວຮ່ວມມືກັບ          Sudan ໃຕ້ ເພື່ອປະຕິບັດ    ຂໍ້ຕົກລົງທີ່ໄດ້ລົງນາມ - ảnh 1
ທ່ານ Omar al Bashir ປະທານາທິບໍດີ Sudan
ພາບ:internet


(vovworld) - ວັນ​ທີ 26/12, ທ່ານ Omar al Bashir ປະທານາທິບໍດີ Sudan ອີກ​ຄັ້ງ​ຫນຶ່ງ​ໄດ້​ຢືນຢັນ​ ພ້ອມ​ແລ້ວ​ຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສູງ​ກັບ​ທ່ານ Sakva Kiir ປະທານາທິບໍດີ Sudan ​ໃຕ້ ​ເພ່ືອ​ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ຊຶ່ງ​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ສອງ​ປະ​ເທດ​ໃນ​ເດືອນ 9 ຜ່ານ​ມາ. ກ່າວ​ຄຳ​ເຫັນ​ໃນ​ການ​ປະຊຸມ​ຂ່າວ​ຮ່ວມ ກັບ​ນາຍົກລັດຖະມົນຕີ Ethiopia Hailemariam Desalegn ທີ່ພວມ​ຢູ່​ຢ້ຽມຢາມ​ນະຄອນຫລວງ Khartoum ຂອງ Sudan, ປະທານາທິບໍດີ Sudan, Omar al Bashir ​ໄດ້​ຢືນຢັນ​ວ່າ Sudan  ພ້ອມ​ແລ້ວ​ທີ່ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມືຊຶ່ງ​ໄດ້​ຮັບ​ການ​ລົງ​ນາມລະຫວ່າງ Sudan  ​ແລະ Sudan ​ໃຕ້ ຢູ່​ນະຄອນຫລວງ Addis Ababa ຂອງ Ethiopia. ທ່ານ Omar al Bashir ​ເນັ້ນ​ຫນັກ​ວ່າ: ຝ່າຍ Sudan ພ້ອມ​ແລ້ວທີ່ຈະພົບ​ປະ​ກັບ​ບັນດາ​ເຈົ້າຫນ້າ​ທີ່ Sudan ​ໃຕ້ ​ໃນ​ບໍ່​ວ່າ​ເວລາ​ໃດ ​ແລະ ສະຖານ​ທີ່​ແຫ່ງ​ໃດ.

ຂ່າວ/ບົດ​ອື່ນ