UNICEF ຮຽກຮ້ອງການກະທໍາດ່ວນ ເພື່ອເດັກນ້ອຍຢູ່ຊູດັງໃຕ້

(VOVWORLD) -  ໃນບົດລາຍງານທີ່ໄດ້ປະກາດໃນວັນທີ 18 ພະຈິກ ດ້ວຍຫົວຂໍ້ “ເດັກນ້ອຍຢູ່ທາງແຍກ”, ກອງທຶນອະນຸຊົນ ສປຊ (UNICEF) ໄດ້ຮຽກຮ້ອງປະຊາຄົມສາກົນຈົ່ງມີການກະທໍາດ່ວນ ເພື່ອໃຫ້ຢຸດຕິສະພາວະສວຍໃຊ້ ແລະ ໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍຢູ່ ຊູດັງໃຕ້. 
UNICEF ຮຽກຮ້ອງການກະທໍາດ່ວນ ເພື່ອເດັກນ້ອຍຢູ່ຊູດັງໃຕ້ - ảnh 1ຄ້າຍລີ້ໄພຢູ່ຊູດັງ (ພາບ: AFP/TTXVN)

       ບົດລາຍງານໄດ້ຊີ້ແຈ້ງວ່າ ເດັກນ້ອຍຢູ່ ຊູດັງໃຕ້ ນອນຢູ່ໃນກຸ່ມເປົ້າໝາຍດ້ອຍໂອກາດທີ່ສຸດໃນໂລກ ແລະ ຍັງບໍ່ທັນໄດ້ຊົມໃຊ້ບັນດາສິດຂອງຕົນເທື່ອ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ອັດຕາເດັກນ້ອຍເສຍຊີວິດຢູ່ຊູດັງໃຕ້ ແມ່ນສູງທີ່ສຸດໃນໂລກ ເຊິ່ງ ໃນຈໍານວນເດັກນ້ອຍ 10 ຄົນ ແມ່ນມີ 01 ຄົນເສຍຊີວິດກ່ອນອາຍຸ 5 ປີ, ສາຍເຫດຕົ້ນຕໍແມ່ນເປັນພະຍາດຕ່າງໆ  ທີ່ສາມາດປ້ອງກັນໄດ້ ແລະຂາດການເບິ່ງແຍງດູແລດ້ານສາທາລະນະສຸກ.

        ບົດລາຍງານ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ມານະພະຍາຍາມສົມທົບກັນຢ່າງແໜ້ນແຟ້ນ, ຊອກຫາມາດຕະການໜູນຊ່ວຍອໍານາດການປົກຄອງປະເທດປະຈໍາຖິ່ນໃນການເບິ່ງແຍງດູແລ ແລະ ປົກປ້ອງເດັກຄື ເພີ່ມຈໍານວນເງິນໜູນຊ່ວຍ, ສົ່ງເສີມການເຂົ້າຮ່ວມຂອງຊາວໜຸ່ມ ແລະ ປະຕິບັດບັນດາຫຼັກການສະເໝີພາບລະຫວ່າງຍິງຊາຍ ພ້ອມກັບບັນດາລາຍການໜູນຊ່ວຍ ອື່ນໆອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ