Vietnam Airlines ເປີດສາຍການບິນ​ໂດຍ​ກົງ ຮ່າ​ໂນ້ຍ-Melbourne

(VOVWORLD) - ນັບແຕ່ນີ້ຈົດຮອດເດືອນຕຸລາປີ 2023, ສາຍການບິນໃໝ່ ຮ່າໂນ້ຍ - Melbourne ມີ 2 ຖ້ຽວ/ອາທິດ, ເລີ່ມເດີນທາງໃນຕອນເຊົ້າວັນພະຫັດ ແລະ ວັນອາທິດ. ຮອດເດືອນພະຈິກປີນີ້ ຈະເພີ່ມຂຶ້ນ 3 ຖ້ຽວ/ອາທິດ. 
Vietnam Airlines ເປີດສາຍການບິນ​ໂດຍ​ກົງ ຮ່າ​ໂນ້ຍ-Melbourne - ảnh 1ພິທີຕັດແຖບຜ້າ ເປີດສາຍການບິນໂດຍກົງ ຮ່າໂນ້ຍ-Melbourne

ວັນທີ 15 ມິຖຸນາ, ບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines) ເປີດສາຍການບິນໂດຍກົງ ຮ່າໂນ້ຍ-Melbourne. ນີ້ແມ່ນສາຍການບິນໂດຍກົງທີ 4 ຂອງບໍລິສັດທີ່ບິນໄປຍັງອົດສະຕາລີ. ກ່ອນໜ້ານັ້ນ, ທາງບໍລິສັດການບິນແຫ່ງຊາດ ຫວຽດນາມ ກໍ່ໄດ້ຂຸດຄົ້ນ ສາຍການບິນໂດຍກົງ 3 ສາຍລວມມີ: Sydney - ນະຄອນໂຮ່ຈີມິນ, Melbourne - ນະຄອນໂຮ່ຈີມິນ ແລະ Sydney - ຮ່າໂນ້ຍ.

ນັບແຕ່ນີ້ຈົນຮອດເດືອນຕຸລາປີ 2023, ສາຍການບິນໃໝ່ ຮ່າໂນ້ຍ - Melbourne ມີ 2 ຖ້ຽວ/ອາທິດ, ເລີ່ມເດີນທາງໃນຕອນເຊົ້າວັນພະຫັດ ແລະ ວັນອາທິດ. ຮອດເດືອນພະຈິກປີນີ້ ຈະເພີ່ມຂຶ້ນເປັນ 3 ຖ້ຽວ/ອາທິດ. ສາຍການບິນ ຮ່າໂນ້ຍ - Melbourne ບໍ່ພຽງແຕ່ໄດ້ເພີ່ມທະວີການເຊື່ອມຕໍ່ ລະຫວ່າງ ສອງປະເທດເທົ່ານັ້ນຫາກຍັງສ້າງກາລະໂອກາດເພື່ອໃຫ້ຜູ້ໂດຍສານ ສາມາດເຊື່ອມຕໍ່ບັນດາຖ້ຽວບິນ ໄປຍັງເອີລົບ ແລະ ອາເມລິກາ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ