Vinamilk ມອບນ້ຳນົມ ໃຫ້ເດັກນ້ອຍແຂວງກວາງຈິ້

Vinamilk ມອບນ້ຳນົມ ໃຫ້ເດັກນ້ອຍແຂວງກວາງຈິ້ - ảnh 1
Vinamilk ມອບ​ນ້ຳນົມ​ໃຫ້​ເດັກ​ນ້ອຍ​ແຂວງ​ກວາງ​ຈິ້
(ພາບ: vtc.vn)


(vovworld) –  ວັນ​ທີ 20/07, ຢູ່​ແຂວງ​ກວາງ​ຈິ້, ທ່ານ​ນາງ​ກຳ​ມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ເຂົ້າ​ຮ່ວມ​ພິທີ​ມອບ​ນ້ຳນົມ​ໃຫ້​​ເດັກນ້ອຍ​ຄອບຄົວ​ທະຫານ​ເສຍ​ອົງ​ຄະ​​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດແຂວງ​ກວາງ​ຈິ້. ລາຍການ​ໂດຍ​ກອງ​ທຶນອຸ​ປະກະ​ລະ​ສັງຄົມຫວຽດນາມ ສົມທົບ​ກັບ​ບໍລິສັດ​ຫຸ້ນ​ສ່ວນ​ນ້ຳ​ນົມ​ຫວຽດນາມ (Vinamilk) ຈັດ​ຕັ້ງ. ມີ​ນ້ຳນົມ 72.000 ຈອກ​ໄດ້​ມອບ​ໃຫ້​ນັກຮຽນ 800 ຄົນ ​ເຊິ່ງ​ເປັນ​ລູກ​ຫຼານ​ຄອບຄົວ​ທະຫານ​​ເສຍ​ອົງ​ຄະ, ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ, ລູກ​ຫຼານ​ບັນດາ​ນັກຮົບ​ກອງທັບ​ເຮືອ ​ແລະ ຊາວ​ປະມົງ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ປີ 2014, ກອງ​ທຶນ “ບືນ​ຕົວ​ຂຶ້ນ​ຫວຽດນາມ” ​ໄດ້​ມອບ​ນ້ຳນົມ​ນັບ​​ແສນ​ຈອກ ​ໃຫ້​ລູກ​ຫຼານ​ຄອບຄົວ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ດ້ວຍ​ຍອດ​ຈຳນວນ​ເງິນ 8 ຕື້​ດົງ. ຈຳນວນ​ນ້ຳນົມ​ດັ່ງກ່າວ​ໂດຍກອງ​ທຶນອຸ​ປະກະ​ລະ​ສັງຄົມຫວຽດນາມ ພ້ອມ​ກັບ Vinamilk ສົ່ງ​ເຖິງ​ບັນດາ​ສູນ​ລ້ຽງ​ດູ​ເດັກກຳພ້າ, ​ພິການ, ສູນ​ອຸ​ປະກະ​ລະ​ສັງຄົມ, ບັນດາ​ນັກຮຽນ​ອະ​ນຸບານ, ​ໂຮງຮຽນ​ປະຖົມ​ເຂດ​ຫ່າງ​ໄກສອກ​ຫຼີກຢູ່ 63 ​ແຂວງ, ນະຄອນ​​ໃນ​ທົ່ວ​ປະ​ເທດ.

ຂ່າວ/ບົດ​ອື່ນ